ດຳເນີນກອງປະຊຸມໃຫ່ຍຄັ້ງທີ IX ຜູ້ແທນຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ
ກອງປະຊຸມໃຫ່ຍຄັ້ງທີ IX ຜູ້ແທນຄະນະພັກພັກຮາກຖານ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ.

ໃນຕອນເຊົ້າເວລາ 7 ໂມງ 30 ນາທີ ຂອງວັນທີ 28 ພະຈິກ 2025 ກອງປະຊຸມໃຫ່ຍຄັ້ງທີ IX ຜູ້ແທນຄະນະພັກຮາກຖານພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ໄຂຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທ່ານກິດຕິມະສັກ ສະຫາຍ ນ. ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ , ກຳມະການສະຫາຍ ຄໍາວິໃສ ຜຸຍຍະວົງ ຄະນະປະຈໍາພັກແຂວງ, ຫົວໜ້າຈັດຕັ້ງແຂວງ , ພາຍໄຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ປອ ສຸນັນທາ ຈຸນລະມະນີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ມີບັນດາສະຫາຍ ເກຍ ອູ່ສິດທິເດດ ວິລະຊົນແຮງງານແຫ່ງຊາດ, ບັນດາອາດດິດການນຳ , ສະຫາຍ ຄະນະການນໍາເມືອງ, ແຂກທີ່ຖືກເຊີນຈາກພະແນກການຕ່າງໆ ແລະ ພ້ອມດ້ວຍສາມະຊິກພັກທີ່ເປັນຜູ້ແທນສົມບູນເຂົ້າຮ່ວມ.
ໃນພິທີ ສະຫາຍ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດໃຫ້ດຳເນີນກອງປະຊຸມໃຫ່ຍ, ຜ່ານຮ່າງລາຍງານຄຸນລັກສະນະ ຂອງຜູ້ແທນກອງປະຊຸມໃຫ່ຍ
.jpeg)
ສະຫາຍ ປອ ສຸນັນທາ ຈຸນລະມະນີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ກ່າວໄຂກອງປະຊຸມເປັນທາງການແລ້ວ,
ສະຫາຍ ບູລິກາ ອິນທິລາດ
ຮອງເລຂາຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງໃຫ້ກຽດຂື້ນຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີຕໍ່ໜ້າ,
ຕໍ່ກອງປະຊຸມ
ຕໍ່ມາ, ສະຫາຍ ຄຳນຽມ ຜົງທະດີ ເລຂາໜ່ວຍພັກ,
ຫົວໜ້າຂະແໜງພັດທະນາຊົນລະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ສະຫາຍ ໂພສີທັດ ຈັນທະລາສີ
ເລຂາໜ່ວຍພັກຂະແໜງປ່າໄມ້, ສະຫາຍ ວົງເດືອນ ອ່ອນແກ້ວ ເລຂາໜ່ວຍພັກຂະແໜງຄຸ້ມຄອງ ແລະ
ພັດທະນາທີ່ດິນ ເຊີ່ງບັນດາສະຫາຍດັ່ງກ່າວນີ້ໄດ້ຂື້ນຜ່ານວຽກງານການເຄື່ອນໄຫວທີ່ຜ່ານມາ,
ຈາກນີ້ສະຫາຍ ເກຍ ອູ່ສິດທິເດດ ວິລະຊົນແຮງງານແຫ່ງຊາດ
ໄດ້ຜ່ານລາຍງານການປະກອບສ່ວນທືນຮອນສ່ວນຕົວເຂົ້າໃນການພັດທະນາຊົນນະບົດ ແລະ
ແກ້ໄຂຄວາມທຸກຍາກຢູ່ຈຸດສຸມຄຳປາແໜ ແລະ
ສະຫາຍຕ່າງໜ້າກຸ່ມບໍລິສັດໄດ້ຂື້ນຜ່ານວຽກງານການສົ່ງເສີມ ແລະ
ປຸ່ງແຕ່ງເຂົ້າໜຽວລາວສົ່ງອອກຕ່າງປະເທດ.
ກອງປະຊຸມໃນຄັ້ງນີ້ບັນດາສະມະຊິກພັກຜູ້ແທນສົມບູນພາຍໃນຮາກຖານພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ໄຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ຊຸດໃໝ່ຢ່າງເປັນທາງການ.ຈາກນັ້ນ, ຜົນຂອງການປ່ອນບັດເລືອກຕັ້ງ
ແລະ ມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະພາບເລືອກເອົາສະຫາຍ ປອ
ຈຸນລະມະນີ ເປັນເລຂາຄະນະພັກຮາກຖານ, ສະຫາຍ
ແກ້ວອຸດອນ ສຸລິຍະ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ນ. ອໍລະວັນ ສາມາດມະນີວົງ ກຳມະການພັກຮາກຖານ, ສະຫາຍ
ສຸພາລັກ ອາດບັນດິດ ກຳມະການພັກຮາກຖານ, ສະຫາຍ ໂພສີທັດ ຈັນທະລາສີ ກຳມະການພັກຮາກຖານ, ສະຫາຍ ບູລິກາ ອິນທິລາດ ກຳມະການພັກຮາກຖານ, ສະຫາຍ ນ. ມະລິລໍາມອນ ຖັນທະເທບ ກຳມະການພັກຮາກຖານ ແລະ ໄດ້ເລືອກເອົາສະຫາຍ ແກ້ວອຸດອນ ສຸລິຍະ ເປັນປະທານກວດກາພັກຮາກຖານ,
ສະຫາຍ ກາລິນ ລຽບວິໄຊນະວັງ ເປັນຮອງປະທານກວດກາພັກຮາກຖານ, ສະຫາຍ ພາດີ ໂຄດອາສາ ເປັນຮອງປະທານກວດກາພັກຮາກຖານ.
.jpeg)

ຫຼັງຈາກນັ້ນ, ສະຫາຍປອ ສຸນັນທາ ຈຸນລະມະນີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ແລະ ຂໍໃຫ້ຄໍາໜັ້ນສັນຍາວ່າ:
1. ເອົາໃຈໃສສຸມທຸກສະຕິບັນຍາ ແລະ
ເຮື່ອແຮງຂອງຕົນເຂົ້າໃນການແນວມາງນະໂຍບາຍ, ມະຕິຂອງພັກ-ລັດ, ມະຕິກອງປະຊຸມໃຫ່ຍຜູ້ແທນຄະນະພັກຮາກຖານພະແນກກະຊິກຳ
ແລະ ສີ່ງແວດລ້ອມຊຸດໃໝ່ ຫັນເປັນແຜນງານ, ໂຄງການລະອຽດ ເພື່ອພັດທະນາວຽກງານກະສິກຳ ແລະ
ສີ່ງແວດລ້ອມ ໃຫ້ມີບາດກ້າວຂະຫຍາຍຕົວ ໃນແຕ່ລະດ້ານຢ່າງໜັກແໜ້ນ, ແຂັ້ມແຂງ ແລະ ກ້າວໜ້າ;
2. ເພີ້ມທະວີຄວາມສາມັກຄີເປັນເອກະພາບ
ພາຍໃນຄະນະພັກ ແລະຄວາມສາມັກຄີເປັນເອກະພາບກັບບັນດາພະນັກງານ ແລະ ສະມາຊິກພັກ
ຢ່ງໜັກແໜ້ຍີ່ງຂື້ນພ້ອມກັນຕັດສິນໃຈປະຕິບັດພາລະໜ້າທີ່ອັນສູງສົ່ງຂອງກອງປະຊຸມໃຫ່ຍ
ທີ່ໄດ້ມອບໝາຍໃຫ້ມີຜົນສຳເລັດ;
3. ປັບປຸງບູລະນະການຈັດຕັ້ງພັກ
ທາງດ້ານການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດ, ທັດສະນະຫຼັກໜັ້ນການເມືອງຢ່າງເປັນລະບົບຕໍ່ເນື່ອງໃຫ້ສົມຄູ່ກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່;
4. ສືບຕໍ່ສ້າງ ແລະ ພັດທະນາວຽກງານກະສິກຳ ແລະ ສີ່ງແວດລ້ອມ ໃຫ້ກ້າວໄປສູ່ຈຸດໝາຍດ້ວຍບາດກ້າວໃໝ່ທີ່ໜັກແໜ້ນ, ສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ ໂດຍສຸມໃສ່ການຂຸດຄົ້ນທ່ແຮງບົ່ມຊ້ອນທີ່ໄດ້ປຽບຂອງຕົນ ແລະ ແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍພື້ນຖານ;
5. ສືບຕໍ່ເພີ້ມທະວີບົດບາດ, ຍົກສູງຄວາມສາມາດນຳພາ
ຄວາມເປັນແບບຢ່າງນໍາໜ້າ
ຂອງຄະນະພັກແຕ່ລະຂັ້ນໃຫ້ເຂັ້ມແຂວງເສີມຂະຫຍາບປະສິດທິພາບໃນການບໍລິຫານຄຸ້ມຄອງລັດ- ຄຸ້ມຄອງສັງຄົມ
ດ້ວຍກົດໜາຍໃຫ້ສູງຂື້ນ, ຊຸກຍູ້ຢ່າງແຂງແຮງການເຄື່ອນໄຫວຄະນະໜ່ວຍພັກ,
ອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍສິດເປັນເຈົ້າໃນການຈັດຕັ້ງປະຕິບັດກົດໜາຍໃນສັງຄົມ
ຢ່າງກວ້າຂວາງ ແລະ ເປັນຮູບປະທຳ..
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
5:00 ນາທີຂອງວັນທີ 28 ພະຈິກ 2025./
ไม่มีความคิดเห็น: