ກອງປະຊຸມປືກສາຫາລື ແລະ ການລົງສຳຫຼວດຂໍ້ມູນພື້ນຖານວຽກງານດ້ານຄວາມສ່ຽງການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ ແຂວງ ສະຫວັນນະເຂດ
ກອງປະຊຸມປືກສາຫາລື ແລະ
ການລົງສຳຫຼວດຂໍ້ມູນພື້ນຖານວຽກງານຄຸ້ມຄອງດ້ານຄວາມສ່ຽງການປ່ຽນແປງດິນຟ້າອາກາດ ແລະ
ໄພພິບັດ ແຂວງ ສະຫວັນນະເຂດ .

ໃນຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງວັນທີ 18 ພະຈິກ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມປືກສາຫາລື ແລະ ການລົງສໍາຫຼວດຂໍ້ມູນພື້ນຖານວຽກງານຄຸ້ມຄອງດ້ານຄວາມສ່ຽງການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ ແຂວງ ສະຫວັນນະເຂດ, ໂດຍໃຫ້ກຽດເປັນປະທານຮວ່ມຂອງທ່ານ ປອ ທັດສະກາ ສະພັງທອງ ຄະນະປະຈຳພັກກະຊວງ, ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ແລະ ທ່ານ ແກ້ວອຸດອນ ສຸລິຍະ ຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງສະຫວັນນະເຂດ , ມີບັນດາທ່ານຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ຄະນະປະສານງານໂຄງການຂັ້ນສູນກາງ, ຄະນະທີມງານຊ່ຽວຊານຈາກທະນາຄານພັດທະນາອາຊີ, ຄະນະຂະແໜງ, ບັນດາແຂກທຸກທ່ານຈາກພະແນກການທີ່ກ່ຽວຂ້ອງ, ແລະ ພະນັກງານຂະແໜງພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໜົດ 38 ທ່ານ ຍີງ 09 ທ່ານ.
ໃນພິທີດັ່ງກ່າວ, ທ່ານ ແກ້ວອຸດອນ ສຸລິຍະ
ຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມ, ຮອງຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ມີຄຳເຫັນຕໍ່ກອງປະຊຸມ
ການເກັບກໍາຂໍ້ມູນພື້ນຖານວຽກງານຄຸ້ມຄອງດ້ານຄວາມສ່ຽງການປ່ຽນແປງດິນຟ້າອາກາດ ແລະ
ໄພພິບັດ ເພື່ອກະກຽມການຕອບໂຕ້ໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານເປົ້າໜາຍຂອງໂຄງການສ້າງຄວາມເຂັ້ມແຂວງດ້ານການປັບຕົວ
ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ໃຫ້ມີປະສິດທິພົນ.
ຈາກນັ້ນ,ທ່ານ ປອ ທັດສະກາ ສະພັງທອງ ຄະນະປະຈຳພັກກະຊວງ, ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ມີຄຳເຫັນຕໍ່ກອງປະຊຸມໃນການຈັດຕັ້ງປະຕິບັດໂຄງການແມ່ນເພື່ອສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນອອກຈາກຄວາມທຸກຍາກ, ເປັນໂຄງການທີ່ສໍາຄັນຕໍ່ກັບໂຄງການພັດທະນາໃນເຂດກະສິກຳ ແລະ ສີ່ງແວດລ້ອມ ແລະ ພັດທະນາຊົນນະບົດໂດຍສະເພາະວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ການຕ້ານໄພພິບັດຕ່າງໆໃຫ້ນັບມື້ນັບເຂັ້ມແຂງຢ່າງຕໍ່ເນື່ອງ.
ຕໍ່ມາ, ທ່ານພູທອນ ໄຊຍະວົງ
ຮອງຫົວໜ້າປະສານງານໂຄງການສ້າງຄວາມເຂັ້ມແຂງທາງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ,
ໄດ້ນໍາສະເໜີສະພາບລວມຂອງໂຄງສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ
ແລະ ນໍາສະເໜີການເລກປ່ຽນສໍາຫຼວດຂໍ້ມູນພື້ນຖານວຽກງານຄຸ້ມຄອງດ້ານຄວາມສ່ຽງການປ່ຽນແປງດິນຟ້າອາກາດ
ຈາກນັ້ນ,
ກອງປະຊຸມໄດ້ປືກສາຫາລືໃນຄັ້ງນີ້ແມ່ນໄດ້ດຳເນີນໄປຕາມຈຸດປະສົງ
ແລະ ເປົ້າໜາຍທີ່ກໍານົກໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ
ແລະ ແບ່ງເປັນກຸ່ມ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງທີ່ຈະນຳໄປຈັດຕັ້ງປະຕິບັດ ແລະ
ກອງປະຊຸມກໍ່ໄດ້ມີຄວາມເຫັນດີເປັນເອກະພາບກັນ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 12:00
ນາທີຂອງວັນດຽວກັນ.
ไม่มีความคิดเห็น: