ພິທີມອບ-ຮັບສູນພັດທະນາກະສິກຳຫຼັກ 35 ລະຫວ່າງ ກົມສົ່ງເສີມ ແລະ ສະຫະກອນ ກັບ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ
ພິທີມອບ-ຮັບ ສູນພັດທະນາກະສິກຳຫຼັກ 35 ລະຫວ່າງ ກົມສົ່ງເສີມ
ແລະ ສະຫະກອນ ກັບ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ.
ໃນຕອນເຊົ້າເວລາ 9
ໂມງ 00 ນາທີ ຂອງວັນທີ 12 ພະຈິກ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ
ສະຫວັນນະເຂດ, ໄດ້ຈັດພິທີມອບ-ຮັບ
ສູນພັດທະນາກະສິກຳຫຼັກ 35 ລະຫວ່າງ ກົມສົ່ງເສີມ ແລະ ສະຫະກອນ ກັບ ພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ , ໂດຍໃຫ້ກຽດເປັນປະທານຮວ່ມຂອງທ່ານ ປອ ອານົງສອນ
ພົມມະຈັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມສົ່ງເສີມ ແລະ ສະຫະກອນ ແລະ ທ່ານ ປອ ສຸນັນທາ ຈຸນລະມະນີ
ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ມີບັນດາຄະນະກົມຈັດຕັ້ງ,
ຄະນະຫ້ອງການກະຊວງກະສິກຳ ແລະ ສີ່ງແວດລ້ອມ, ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ, , ຄະນະຂະແໜງ,
ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໜົດ 34
ທ່ານ ຍີງ 12 ທ່ານ.
ໃນພິທີດັ່ງກ່າວ, ທ່ານ ວິພັນໄຊ ຈັນສະມຸດ
ຮອງຫົວໜ້າກົມຈັດຕັ້ງກະຊວງກະສິກຳ ແລະ ສີ່ງແວດລ້ອມ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ
ກະຊວງກະສິກຳ ແລະ ສີ່ງແວດລ້ອມ, ສະບັບເລກທີ 1060/ກສ, ລົງວັນທີ 08 ກັນຍາ 2025 ວ່າດ້ວຍການມອບ-ໂອນສູນພັດທະນາກະສິກຳຫຼັກ
35.
ຕໍ່ມາ, ທ່ານ ພອນໄຊ ໄຊຍະສອນ ຮັກສາການຫົວໜ້າສູນພັດທະນາກະສິກຳຫຼັກ 35
ໄດ້ຂື້ນຜ່ານລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງສູນໃນໄລຍະຜ່ານມາຮອດປະຈຸບັນ
ຈາກນັ້ນ, ໃນພິທີກໍ່ໄດ້ມີການລົງນາມເຊັນມອບ
- ຮັບ
ສູນພັດທະນາກະສິກໍາຫຼັກ 35 ໂດຍທ່ານ ປອ ອານົງສອນ ພົມມະຈັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມສົ່ງເສີມ ແລະ
ສະຫະກອນ ແລະ ຮັບ ທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ,
ຫົວໜ້າພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ໂດຍການຊ່ອງໜ້າ ແລະ ເປັນສັກຂີພະຍານໂດຍ ຄະນະກົມຈັດຕັ້ງ,
ຄະນະຫ້ອງການກະຊວງກະສິກຳ ແລະ ສີ່ງແວດລ້ອມ, ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 10:30
ນາທີຂອງວັນດຽວກັນ.
ไม่มีความคิดเห็น: