3 ອົງການຈັດຕັ້ງມະຫາຊົນຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ສ້າງຂະບວນການອະນາໄມ
3 ອົງການຈັດຕັ້ງມະຫະຊົນຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ
ໄດ້ສ້າງຂະບວນການອະນາໄມລວມເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດຂອງຊາດ ແລະ
ຕອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະໄໝທີIX.


ໃນຕອນບ່າຍເວລາ 2
ໂມງ 30 ນາທີ ຂອງວັນທີ 25 ພະຈິກ 2025 ພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ສ້າງຂະບວນການອະນາໄມລວມສາມັກຄີກັນໃຫ້ມີຄວາມສະອາດຈົບງາມອ້ອມຂ້າງພະແນກຂອງຕົນ,
ທ່ານ ນ. ນວນລະຫົງ ອິນທິລາດ ຄະນະປະທານສະຫະພັນແມ່ຍີງຮາກຖານພະແນກຊັບພະຍາກອນທຳມະຊາດ
ແລະ ສີ່ງແວດລ້ອມແຂວງ, ຮອງຫົວໜ້າຂະແໜງບໍລິຫານ, ແຜນການ ແລະ ຈັດຕັ້ງ ໄດ້ນຳພາ 3 ອົງການຈັດຕັ້ງມະຫະຊົນອ້ອມຂ້າງພະແນກຂອງຕົນໃຫ້ສ້າງຂະບວນການອະນາໄມລວມເປັນຂະບວນການທີ່ຟົດຟື້ນມ່ວນຊື່ນເພື່ອຕ້ອນຮັບວັນສະຖາປານາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( 02 ທັນວາ 1975-02 ທັນວາ 2025),
ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ແລະ
ຕອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະໄໝທີ IX ຈະໄຂຂື້ນໃນໝໍ່ນີ້
ນີ້ຖືວ່າເປັນຂະບວນການໃຫ່ຍສົມຄວນໃນການຂໍານັບຮັບຕ້ອນໃຫ້ແກ່ສອງວັນປະຫວັດສາດຂອງຊາດ
ແລະ ຕອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະໄໝທີ IX, ເຊີ່ງກິດຈະກໍາເຮັດໃຫ້ຂະບວນການຄັ້ງນີ້ແມ່ນອະນາໄມພາຍໃນ
ແລະ ພາຍນອກຮົ້ວຂອງພະແນກເກັບມຽ້ນເສດໃບໄມ້ແຫ້ງ, ກະປ໋ອງ, ຖົງຢາງ, ຕັດກີ່ງໄມ້, ຕັດຫຍ້າ
ໃຫ້ເປັນລະບຽບງາມຕາ, ປ່ຽນ ແລະ ທຸຸງຊາດ, ທຸງພັກ, ຕິດທຸງທິວໃໝ່, ແປງຮົ້ວທີ່ເປ້ເພ ແລະ ທາສີຕົ້ນໄມ້.
ກິດຈະກຳທັງໜົດນີ້ແມ່ນໄດ້ຮັບການຊຸກຍູ້ຊີ້ນຳໆພາ ແລະ
ຕິດຕາມຢ່າງໄກ້ສິດຈາກທ່ານ ປອ ສຸນັນທາ ຈຸລະມະນີ ກຳມະການພັດແຂວງ, ຫົວໜ້າພະແນກກະສິກຳ
ແລະ ສີ່ງແວດລ້ອມ ແລະ ການອະນາໄມກໍ່ໄດ້ສຳເລັດລົງຕາມແຜນການທີ່ວາງໄວ້ໃນເວລາ 4:400 ນາທີຂອງວັນທີດຽວກັນ.
ไม่มีความคิดเห็น: