ພິທີປະກາດສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂື້ນກັບພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ

 

ພິທີປະກາດສ້າງຕັັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກທີ່ຂື້ນກັບຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 10 ພະຈິກ 2025 ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ, ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກທີ່ຂື້ນກັບຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ປອ ສຸນັນທາ ຈູນລະມະນີ ກໍາມະການພັກແຂວງ, ເລຂາພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ , ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ, ມີບັນດາຄະນະພັກ, ຄະນະພະແນກ, ຄະນະຈັດຕັ້ງແຂວງ, ຄະນະຂະແໜງ, ຄະນະກອງ, ຄະນະສູນ, ຄະນະວິທະຍາໄລກະສິກຳ ແລະ ປ່າໄມ້ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານລັດທະກອນທັງໜົດເຂົ້າຮ່ວມ 198 ສະຫາຍ ຍີງ 82 ສະຫາຍ.

ໃນພິທີ ດັ່ງກ່າວທ່ານ  ນ. ປະພັດສອນ ພັດທະນາ ຮອງຫົວໜ້າຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກຂອງທ່ານເຈົ້າແຂວງ ສະບັບເລກທີ 3095/ຄປພສ, ລົງວັນທີ 06 ພະຈິກ 2025 ວ່າດ້ວຍການສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂື້ນກັບຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຈໍານວນ16 ໜ່ວຍພັກ ຢ່າງເປັນທາງການ ເຊີ່ງມີລາຍລະອຽດດັ່ງນີ້:

 I. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກບໍລິຫານ, ແຜນການ ແລະ ຈັດຕັ້ງ ຈຳນວນ 03 

ສະຫາຍ, ຍີງ 01 ສະຫາຍ ມີດັ່ງນີ້:

1. ສະຫາຍ ສຸລິວັນ ສີລິວົງໄຊ                ເປັນເລຂາໜ່ວຍພັກ;

2. ສະຫາຍ ນ. ນວນລະຫົງ ອິນທະລາດ     ເປັນຮອງເລຂາໜ່ວຍພັກ, ຜູ້ກວດກາພັກ;

3. ສະຫາຍ ພາດີ ໂຄດອາສາ                  ເປັນກຳມະການໜ່ວຍພັກ;

 II. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກກວດກາ ຈຳນວນ 03 ສະຫາຍ , ຍີງ 0 ສະຫາຍ

     ມີລາຍຊື່ດັ່ງນີ້:

1. ສະຫາຍ ກາລິນໄທ ລຽບວິໄຊນະວົງ     ເປັນເລຂາໜ່ວຍພັກ.

2. ສະຫາຍ ຄໍາຜ່ອນ ໄຊຍະຈັກ             ເປັນຮອງເລຂາໜ່ວຍພັກ, ຜູ້ກວດກາພັກ;    

3. ສະຫາຍ ອັກຄີເດດ ເກດອູ່ຄໍາ            ເປັນກຳມະການໜ່ວຍພັກ;   

III. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກສົ່ງເສີມກະສິກໍາ ແລະ ສະຫະກອນ ຈຳນວນ  

     03 ສະຫາຍ, ຍີງ 02 ສະຫາຍ.

1. ສະຫາຍ ນ. ມະລິລໍາພອນ ຖັນທະເທບ   ເປັນເລຂາໜ່ວຍພັກ;

2. ສະຫາຍ ນ. ມະຍູລີ ຫົງສາທິລາດ         ເປັນຮອງເລຂາໜ່ວຍພັກ, ຜູ້ກວດກາພັກ;       

3. ສະຫາຍ ສຸດສະຫວັນ ແກ້ວຜາລີວັນ      ເປັນກຳມະການໜ່ວຍພັກ;     

IV. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກປູກຝັງ ຈຳນວນ 03 ສະຫາຍ, ຍີງ 0 ສະຫາບ ມີ

      ລາຍຊື່ດັ່ງນີ້:

      1. ສະຫາຍ ສີສະອາດ ລາຊາພົນ       ເປັນເລຂາໜ່ວຍພັກ;

      2. ທ່ານ ເພັດສະໜອນ ສີມະລີ        ເປັນຮອງເລຂາໜ່ວຍພັກ, ຜູ້ກວດກາພັກ;    

      3. ສະຫາຍ ແຫຼມທອງ ແດນອຸໄທ     ເປັນກຳມະການໜ່ວຍພັກ;   

V. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກລ້ຽງສັດ ແລະ  ການປະມົງ ຈຳນວນ 03 

     ສະຫາຍ, ຍີງ 0 ສະຫາຍ ມີລາຍຊື່ດັ່ງນີ້:

1. ສະຫາຍ ຄານທະວົງ ສຸວັນນະລັງສີ      ເປັນເລຂາໜ່ວຍພັກ;

2. ສະຫາຍ ໂທນີ້ ດວງຈັນ                  ເປັນເລຂາໜ່ວຍພັກ;

3. ສະຫາຍ ກົງສັກດາ ອິນທະພູທອນ       ເປັນກໍາມະການໜ່ວຍພັກ;        

VI. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຊົນລະປະທານ ຈຳນວນ 03 ສະຫາຍ, ຍີງ0 

     ສະຫາຍ ມີລາຍຊື່ດັ່ງນີ້:

     1. ສະຫາຍ ສຸລິພອນ ພົມມະຈັກ   ເປັນເລຂາໜ່ວຍພັກ;

     2. ສະຫາຍ ພູຊະນະ ເທບສຸວັນ     ເປັນຮອງເລຂາໜ່ວຍພັກ, ຜູ້ກວດກາພັກ;    

     3. ສະຫາຍ ບຸນອ້ວນ ສີຫາວົງ       ເປັນກຳມະການໜ່ວຍພັກ;         

VII. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກປ່າໄມ້ ຈຳນວນ 03 ສະຫາຍ ຍີງ 0 ສະຫາຍ ມີ

      ລາຍຊື່ດັ່ງນີ້:

      1. ສະຫາຍ ໂພສີທັດ ຈັນທະລາສີ   ເປັນເລຂາໜ່ວຍພັກ;

      2. ສະຫາຍ ບຸນຊູ ດໍາມະສອນ       ເປັນເລຂາໜ່ວຍພັກ, ຜູ້ກວດກາ;

      3. ສະຫາຍ ຄໍາໄພ ລາດຊະວົງ       ເປັນກໍາມະການໜ່ວຍພັກ;            

VIII. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຄຸ້ມຄອງ ແລະ ພັດທະນາທີ່ດິນ ຈຳນວນ 03 

      ສະຫາຍ, ຍີງ 0 ສະຫາຍ ດັ່ງນີ້:

      1. ສະຫາຍ ວົງເດືອນ ອ່ອນແກ້ວ       ເປັນເລຂາໜ່ວຍພັກ;  

      2. ສະຫາຍ ວັດທະນາ ອິນສີຊຽງໃໝ່   ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;  

      3, ສະຫາຍ ກິ່ງແກ້ວ ແສນວິເສດ       ເປັນກຳມະການໜ່ວຍພັກ. 

IX. ສ້າງຕັ້ງໜ່ວຍພັກ ແລະ ບົ່ງງຕົວແຕ່ງຕັ້ງຄະນະໜ່ວຍພັກພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມ

     ທຸກຍາກ ຈຳນວນ 03 ສະຫາຍ, ຍີງ 01 ສະຫາຍ ມີລາຍຊື່ດັ່ງນີ້:

    1. ທ່ານ ຄໍານຽມ ພົງທະດີ         ເປັນເລຂາໜ່ວຍພັກ;      

    2. ທ່ານ ສຸລິຍາ ບຸນຍາວົງ          ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;     

    3. ທ່ານ ນ. ສີສະໝຸດ ຄໍາມາລາ   ເປັນກຳມະການໜ່ວຍພັກ;  

X. ສ້າງຕັ້ງໜ່ວຍພັກ ແລະ ບົ່ງງຕົວແຕ່ງຕັ້ງຄະນະໜ່ວຍພັກສີ່ງແວດລ້ອມ ຈຳນວນ 03 ສະຫາຍ, ຍີງ 0 

    ສະຫາຍ ມີລາຍຊື່ດັ່ງນີ້:

    1. ສະຫາຍ ປິດຕາ ໄຊຍະລາດ             ເປັນເລຂາໜ່ວຍພັກ;    

    2. ສະຫາຍ ແກ້ວອຸດອນ ເພັດດາວົງ       ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

    3. ສະຫາຍ ອິນປະສິດ ສີຫາລາດ          ເປັນກຳມະການໜ່ວຍພັກ;  

XI. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຊັບພະຍາກອນນໍ້າ, ອຸດຕຸ ແລະ ອຸທົກກະສາດ 

    ຈຳນວນ 03 ສະຫາຍ , ຍີງ 01 ສະຫາຍ ມີລາຍຊື່ດັ່ງນີ້:

     1. ສະຫາຍ ນ. ປານຄໍາ ລາຊຈັກ    ເປັນເລຂາໜ່ວຍພັກ;  

     2. ສະຫາຍ ພອນໄຊ ບຸນທະວີໃສ   ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

     3. ສະຫາຍ ສະກຸນໄຊ ອາໂນໄທ    ເປັນກຳມະການໜ່ວຍພັກ.  

XII. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກກວດກາຊັບພະຍາກອນທໍາມະຊາດ ແລະ ສີ່ງ

      ແວດລ້ອມ ຈຳນວນ 03 ສະຫາຍ , ຍີງ 0 ສະຫາຍ ມີດັ່ງນີ້:

     1. ສະຫາຍ ສີພາວັນ ໄຊສີ               ເປັນເລຂາໜ່ວຍພັກ;        

     2. ສະຫາຍ ລັດສະໝີ ພົມມະວົງສາ     ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

     3. ສະຫາຍ ແກ້ວໂອໄດ ສູນທະນູສິນ    ເປັນກຳມະການໜ່ວຍພັກ;  

XIII. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ 

      ຈຳນວນ 03 ສະຫາຍ, ຍີງ 01 ສະຫາຍ ມີລາຍຊື້່ດັ່ງນີ້:

      1. ສະຫາຍ ປອ ລໍາສັກ ແກ້ວມໍລະກົດ   ເປັນເລຂາໜ່ວຍພັກ;        

      2. ສະຫາຍ ແຈມບອນ ສີສູນທອນ       ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

      3. ສະຫາຍ ລໍາມອນ ຫອມສີລາຮັກ      ເປັນກຳມະການໜ່ວຍພັກ;  

XIV. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຄຸ້ມຄອງປ່າໂຄກໂອງ-ມັ່ງ ຈຳນວນ 03 

       ສະຫາຍ, ຍີງ 0 ສະຫາຍ ມີລາຍຊື່ດັ່ງນີ້:

      1. ສະຫາຍ ຄໍາໄພ ໄຊຍະລາດ     ເປັນເລຂາໜ່ວຍພັກ 

      2.ສະຫາຍ ຊາຊີ ໄຊຍະບຸດ          ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

      3. ສະຫາຍ ສຸລິໄຊ ແກ້ວປະດິດ    ເປັນກຳມະການໜ່ວຍພັກ;   

XV. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກສູນຄົ້ນຄົ້ວ ແລະ ບໍລິການເຕັກນິກກະສິກໍາ 

      ຈຳນວນ 03 ສະຫາຍ, ຍີງ  0 ສະຫາຍ ມີລາຍຊື່ດັ່ງນີ້

     1. ສະຫາຍ ໄກ້ແກ້ວ ພູສະຫວັນ        ເປັນເລຂາໜ່ວຍພັກ 

     2. ສະຫາຍ ພົນລະຄອນ ສຸລິວົງ    ເປັນເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

     3. ສະຫາຍ ແສງແພງ ເຫງົ້າພະສີ    ເປັນກຳມະການໜ່ວຍພັກ;  

XVI. ສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະ

      ເຂດ ຈຳນວນ 03 ສະຫາຍ , ຍີງ0 ສະຫາຍ ມີລາຍຊື່ດັ່ງນີ້:

      1. ສະຫາຍ ຈໍາປາທອງ ທໍາມະວົງ ເປັນເລຂາໜ່ວຍພັກ;

      2. ສະຫາຍ ສີສົມຊື່ນ ສຸລິຍະວົງ ຮອງເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ;

      3. ສະຫາຍ ສົມສີ ທັນນຸລັກ ເປັນກໍາມະການໜ່ວຍພັກ.

    ພ້ອມກັນນີ້, ສະຫາຍ ປອ ສຸນັນທາ ຈຸລະມະນີ ກຳມະການພັກແຂວງ, ເລຂາພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ໃຫ້ກຽດມອບມະຕິຕົກລົງຂອງຄະນະປະຈຳພັກແຂວງໃຫ້ບັນດາເລຂາໜ່ວຍພັກທັງໜົດ 16 ໜ່ວຍພັກ.

ຕໍ່ມາ, ໃນພິທີດັ່ງກ່າວສະຫາຍ ສຸລິວັນ ສີລິວົງໄຊ ຫົວໜ້າຂະແໜງບໍລິການ, ແຜນການ ແລະ ຈັດຕັ້ງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະບັບເລກທີ 1141/ກສຂ, ລົງວັນທີ 07 ພະຈິກ 2025 ວ່າດ້ຍການສັບຊ້ອນພະນັກງານ-ລັດຖະກອນ ຂັ້ນວິຊາການຂອງ ຂະແໜງ, ກອງ, ສູນ ທີ່ຂື້ນກັບພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ

ໂອກາດນີ້ ສະຫາຍ ປອ ສຸນັນທາ ຈູນລະມະນີ ກໍາມະການພັກແຂວງ, ເລຂາພັກຮາກຖານພະແນກກະສິກຳ ແລະ , ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ໃຫ້ຄຳເຫັນໂອລົມຕໍ່ກອງປະຊຸມເຊີ່ງສະຫາຍໄດ້ເນັ້ນໃຫ້ເຫັນເຖີງວຽກພັກ ແລະ ວຽກລັດ:ໃຫ້ຄະນະໜ່ວຍພັກທີ່ຖືກແຕ່ງຕັ້ງຕ້ອງໄດ້ເອົາໃຈໃສ່ຊີ້ນຳໆພາວຽກງານໃນໂຂງເຂດທີ່ຕົນຮັບຜິດຊອບໃຫ້ມີຄວາມສຳເລັດ,ໃຫ້ເອົາໃຈໃສ່ດ້ານການເມືອງແນວຄິດໃຫ້ມີຄວາມສາມັກຄີໃນບັນດາສະມະຊິກພັກກໍ່ຄືວິຊາການທັງໜົດໂດຍປະຕິບັດຕາມ4 ໜ້າທີ່, ການນຳພາຕິດຕາມ,  ກວດກາ, ຕິດການຮ່ວມຊີວິດພັກ, ກໍ່ສ້າງໜ່ວຍພັກປອດໃສໜັກແໜ້ນນອກຈາກນັ້ນສະຫາຍຍັງເນັ້ນໃຫ້ບັນດາສະຫາຍນຳພາຊີ້ນຳວຽກງານວິຊາສະເພາະໃຫ້ສຳເລັດຕາມຄາດໜາຍ.

ໃນຕອນທ້າຍນີ້ສະຫາຍ ນາງ ມະລີລຳພອນ ຖັນທະເທບ ຫົວໜ້າຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຂື້ນຮັບຄໍາໂອວາດຈາກປະທານໂດຍສະຫາຍໄດ້ໃຫ້ຄໍາໜັ້ນສັນຍາຕໍ່ທ່ານປະທານ ແລະ ການນໍາພັກລັດວ່າ:

1. ຈະຕັ້ງໜ້າປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະບຸກຄົນຮັບຜິດຊອບມີການສັບຊ້ອນແບ່ງງານກັນໃຫ້ລະອຽດຈະແຈ້ງ.

2. ຈະຕັ້ງໜ້າເພີ້ມທະວີຄວາມສາມັກຄີ ພາຍໃນ ແລະ ພາຍນອກ.

3. ຈະເປັນເຈົ້າການ, ເປັນທິການໃຫ້ຄະນະພັກ, ລັດ ຂັ້ນເທີງຕາມພາລະບົດບາດ ໜ້າທີ່ ຄວາມຮັບຜິດຊອບຂອງຂະແໜງການຕົນໃຫ້ມີຜົນສຳເລັດ.

4. ຈະຕັ້ງໜ້າຄົ້ນຄົ້ວ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ, ລະບຽບກົດໜາຍ, ການພັດທະນາເສດຖະກິດສັງຄົມໃຫ້ເປັນແຜນງານ ແລະ ໜ້າວຽກລົງສູ່ທ່ອງຖີ່ນໃຫ້ປະກົດຜົນເປັນຈີງ.

5. ເປັນເຈົ້າການໃນການບໍລິຫານ ແລະ ຄຸ້ມຄອງນໍາໃຊ້ພະນັກງານ-ລັດຖະກອນລວມທັງຊັບສົມບັດ ແລະ ວັດຖຸສີ່ງຂອງ, ພາຫະນະ ແລະ ງົບປະມານຂອງລັດ.ເຂົ້າໃນວຽກງານຊຸກຍູ້-ສົ່ງເສີມ

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 10:15 ນາທີຂອງວັນດຽວກັນ.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.