ກອງປະຊຸມແລກປ່ຽນຄວາມຮູ້ ລະຫວ່າງ ແຂວງ ສະຫວັນນະເຂດ ແລະ ນະຄອນຫຼວງພະບາງ

 

        ກອງປະຊຸມແລກປ່ຽນຄວາມຮູ້ ລະຫວ່າງ ແຂວງ ຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ ໃນການຈັດຕັ້ງປະຕິບັດໂຄງການ, ການຄຸ້ມຄອງຊັບພະຍາກອນໍ້າແບບເຊື່ອສານ ແລະ ການປັບຕົວບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັງຫຽງ ແລະ ຕົວເມືອງຫຼວງພະບາງ .

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 01 ທັນວາ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມແລກປ່ຽນຄວາມຮູ້ ລະຫວ່າງ ແຂວງ ຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ ໃນການຈັດຕັ້ງປະຕິບັດໂຄງການ, ການຄຸ້ມຄອງຊັບພະຍາກອນໍ້າແບບເຊື່ອສານ ແລະ ການປັບຕົວບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ, ໂດຍໃຫ້ກຽດເປັນປະທານຮວ່ມຂອງ  ທ່ານ ສຸພາລັກ ອາດບັນດິດ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ແລະ ທ່ານ ຮີໂລກິ ມານູໂລ ຜູ້ຄຸ້ມຄອງໂຄງການ, ອົງການສະປະຊາຊາດເພື່ອການພັດທະນາ(UNDP), ມີບັນດາທີມງານກົມຄຸ້ມຄອງຊັບພະຍາກອນນໍ້າ, ບັນດາເມືອງ, ທີມງານແຂວງຫຼວງພະບາງ ແລະ 15 ບ້ານເຂົ້າຮ່ວມ ທັງໜົດ 42 ທ່ານ ຍີງ 12 ທ່ານ.

ໃນວາລະປະຊຸມ, ພາຍຫຼັງທີ່ທ່ານ ສຸພາລັກ ອາດບັນດິດ , ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມແລ້ວ

 ທ່ານ ຮີໂລກິ ມານູໂລ ຜູ້ຄຸ້ມຄອງໂຄງການ, ອົງການສະປະຊາຊາດເພື່ອການພັດທະນາ(UNDP) ເຊີ່ງທ່ານໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ແມ່ນມີຄວາມໜາຍຄວາມສຳຄັນໃນການຈັດຕັ້ງປະຕິບັດວຽກງານ, ທີ່ສຳຄັນແມ່ນຟື້ນຟູປ່າໄມ້, ສ້າງຄວາມເຂັ້ມແຂງໃຫ້ປ່ວງຊົນດີຂື້ນ ແລະ ໂຄງການນີ້ຍັງໄດ້ສ້າງ ແລະ ສະໜອງໄດ້: ບໍ່ນໍ້າໄຕດິນ, ປໍ້ານໍ້າພະລັງງານແສງອາທິດ, ສູນຫຼັບໄພນໍ້າຖວ້ມ, ຖັງເກັບນໍ່າ, ໂທລະໂຄ່ງ, ເຮືອຈັກ, ເສື້ອຊູຊີບ, ແນວເຂົ້າປູກ

    ຕໍ່ມາ, ທ່ານ ພູເພັດ ຈິດຕະພອນ ຜູ້ປະສານໂຄງການໄດ້ຂື້ນນໍາສະເໜີກ່ຽວກັບການຖອກຖອນບົດຮຽນ.



ຈາກນັ້ນ,   ກອງປະຊຸມໄດ້ປືກສາຫາລືໃນຄັ້ງນີ້ແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົກໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ ແລະ ແບ່ງເປັນ 6 ກຸ້ມຄື: ກຸ່່ມເມືອງ ຈຳພອນ, ກຸ່່ມເມືອງ ນອງ, ກຸ້່ມເເມືອງ ເຊໂປນ, ກຸ່່ມເມືອງ ສອງຄອນ, ກຸ່່ມເມືອງ ຊົນບູລີ ແລະ ກຸ່່ມນະຄອນຫຼວງພະບາງ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ແລກປຽ່ນຖອກຖອນບົດຮຽນນຳກັນຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ວາລະສຸດທ້າຍນີ້ທ່ານ ສຸພາລັກ ອາດບັນດິດ , ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ໂອລົມ ແລະ ມີຄໍາເຫັນຕໍ່ກອງປະຊຸມ: ຜ່ານການນຳສະເໜີ ແລະ ຄົ້ນຄົ້ວປຶກສາຫາລືກ່ຽວກັບການແລກປ່ຽນບົດຮຽນລະຫວ່າງ ນະຄອນຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ ແມ່ນເຫັນດີທີ່ໂຄງການທີ່ໄດ້ຊ່ວຍທາງດ້ານເຄື່ອງມືວັດຖູອຸປະກອນທີ່ຈະຊ່ວຍຫຼຸດຜອ່ນຜົນກະທົບທີ່ເກີດຈາກໄພພິບັດໃຫ້ປະຊາຊົນທີ່ນອນໃນເຂດທີ່ມີຄວາມສ່ຽງຂອງສອງແຂວງໃຫ້ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ສາມາດດຳລົງຊີວິດໄດ້ພາຍໃຕ້ການປ່ຽນແປງດັ່ງກ່າວ, ເພື່ອເຮັດໃຫ້ໂຄງການດັ່ງກ່າວມີການຢືນຢົງພວກເຮົາທັງສອງແຂວງຕ້ອງໄດ້ເອົາໃຈໃສ່ເປັນເຈົ້າການບໍາລຸງຮັກສາເຄື່ອງມືອຸປະກອນ ແລະ ພື້ນຖານໂຄງສ້າງທີ່ທາງໂຄງການໄດ້ປະກອບໃຫ້, ການທັດສະນະສືກສາ ແລະ ແລກປ່ຽນຖອກຖອນບົດຮຽນໃນຄັ້ງນີ້ສາມາດນຳໄປຈັດຕັ້ງ ແລະ ຜັນຂະຫຍາຍໃຫ້ເກີດຜົນປະໂຫຍກສູງສຸດໃນບັນດາບ້ານເປົ້າໜາຍຂອງໂຄງການ ແລະ ສາມາດຂະຫຍາຍໄປໃນໝູ່ບ້ານໄກ້ຄຽງໃຫ້ໄດ້ຮັບຜົນດີ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 12:00 ນາທີຂອງວັນດຽວກັນ./

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.