ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ.


ກອງປະຊຸມບັ້ນດຳເນີນຊີວິດການເມືອງ ທ້າຍສະໄໝ ແລະ ທາມທາມ ໂຄງປະກອບບຸກຄະລາກອນ ຄະນະພັກຮາກຖານ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ.

ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມບັ້ນດໍາເນີນຊີວິດການເມືອງ ທ້າຍສະໄໝ ແລະ ທາມທາມ ໂຄງປະກອບບຸກຄະລາກອນ ຄະນະພັກຮາກຖານ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ , ໃນຄັ້ງວັນທີ 18-19 ພະຈິກ 2025 ໂດຍໃຫ້ກຽດເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້ແມ່ນສະຫາຍ ນ. ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ແລະ ສະຫາຍ ປອ ສຸນັນທາ ຈຸນລະມະນີ ກໍາມະການພັກແຂວງ, ເລຂາພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ,  ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ  , ມີບັນດາສະຫາຍຄະນະປະທານກວດກາພັກແຂວງ,  ສະຫາຍຄະນະພັກຈັດຕັ້ງແຂວງ, ຄະນະພັກຮາກຖານ, ພ້ອມດ້ວຍສາມະຊິກພັກສົມບູນເຂົ້າຮ່ວມ.

ໃນພິທີ ສະຫາຍ ສຸດໃຈ ໄຊຍະວົງ ຮອງຫົວໜ້າໂຄສະນາອົບຮົມແຂວງ ໃຫ້ກຽດຂື້ນຜ່ານເອກະສານທີ່ສຳຄັນຂອງພັກ: ບົດທີ1: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ບົດທີ2: ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ; ບົດທີ3: ຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ບົດທີ4: ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ.

ຕໍ່ມາ, ທ່ານ ສຸກສາຄອນ  ມະນີສວນ ຮອງປະທານຄະນະກວດກາພັກແຂວງ ໄດ້ຂື້ນຜ່ານເອກະສານທີ່ສຳຄັນຂອງພັກ-ລັດ: ບາງເນື້ອໃນຈິດໃຈ, ກົດລະບຽບຂອງພັກຄື: ເປັນຕົ້ນຂໍ້ຫ້າມສຳລັບສະມາຊິກພັກ, ກົດໜາຍລັກຖະກອນ, ກົດໜາຍຕ້ານການສໍ້ລາດບັງຫຼວງ ພ້ອມທັງແນະນຳການຂຽນບົດສຳຫຼວດບຸກຄົນ, ຄະນະພັກ, ບຸກຄົນເລຂາໜ້ວຍພັກ ແລະ ຄຳຕໍານິສົ່ງຂ່າວແບບປິດລັບ.

ຈາກນັ້ນ, ທ່ານ ນ. ປະພັດສອນ ພັດທະນາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໃຫ້ກຽດຂື້ນຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກ030/ກມສພ, ລົງວັນທີ 03 ມັງກອນ2018 ວ່າດ້ວຍມາດຖານຂອງພະນັກ ງານນໍາພາ-ຄຸ້ມຄອງ, ຈາກນັ້ນສະຫາຍຍັງໄດ້ ແນະນຳ ແລະ ດຳເນີນການທາບທາມຄະນະພັກຊຸດໃໝ່ຮອບທີ I.

ໃນພິທີບັນດາສະມະຊິກພັກສົມບູນພາຍໃນຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ໄຊ້ສິດປະຊາທິປະໄຕຂອງຕົນກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຮອບທີ່ I ຈຳນວນພົນມີສິດບ່ອນບັດທັງໜົດ 231 ສະຫາຍ, ຍີງ111 ສະຫາຍ, ການທາບທາມແມ່ນມີຊື່ສະຫາຍຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງຊຸດເກົ່າລົງທາມທາມຈຳນວນ 05 ສພຫາຍ, ຍີງ 01 ສະຫາຍ ພ້ອມທັງໃຫ້ຜູ້ແທນຂຽນລາຍຊື່ເປົ້າໜາຍສະເໜີໃໝ່ ເພື່ອກະກຽມເອົາລາຍຊື່ລົງທາບທາມ ຮອຍ II ຈຳນວນ 01-03 ສະຫາຍ .ພ້ອມກັນນັ້ນ, ກໍ່ໄດ້ທາບທາມເລຂາ-ຮອງເລຂາຄະນະພັກຮາກຖານ, ປະທານ-ຮອງປະທານກວດກາພັກ ຮອບທີ I ໂດຍເອົາຊື່ຜູ້ເກົ່າອອກທາບທາມ ແລະ ໃຫ້ຜູ້ແທນຂຽນລາຍຊື່ເປົ້າໜາຍສະເໜີໃໝ່ 01 ສະຫາຍ.

 ສະຫາຍ  ບູລິກາ ອິນທິລາດ ຮອງເລຂາພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວເລ້ອມແຂວງ ໃຫ້ກຽດຂື້ນຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ


    ສະຫາຍ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ, ເລຂາພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໃຫ້ກຽດຂື້ນຜ່ານບົດສະຫຼຸບຜົນສຳເລັດການດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກກະລາກອນຄະນະພັກຮາກພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ.

 ໃນຮອບທີ II ບັນດາສະມະຊິກພັກສົມບູນພາຍໃນຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ໄຊ້ສິດປະຊາທິປະໄຕຂອງຕົນກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຄັ້ງທີ IX ທີ່ຈະໄຂຂື້ນໃນໝໍ່ນີ້, ມີຜູ້ແທນເຂົ້າຮ່ວມທາບທາມທັງໜົດ 165 ສະຫາຍ, ຍີງ 49 ສະຫາຍ ໂດຍຜ່ານການຄົ້ນຄົ້ວເຫັນດີເປັນເອກະພາບໃນຄະນະຮັບຜິດຊອບຂັ້ນແຂວງ ແລະ ຄະນະພັກຮາກຖານ ເອົາລາຍຊື່ບຸກຄະລາກອນຄະນະພັກຊຸດເກົ່າ ແລະ ເປົ້າໝາຍສະເໜີໃໝ່ລົງທາບທາມ ໃຫ້ຂິດຜູ້ທີ່ມີຊື່ມາດຖານເງື່ອນໄຂບໍ່ຄົບຖ້ວນອອກໂດຍຈໍາກັດດ້ານຈຳນວນ ແລະ ທາບທາມເລຂາ-ຮອງເລຂາຄະນະພັກຮາກຖານ, ປະທານ-ຮອງປະທານກວດກາພັກຮອບ II.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 4:30 ນາທີຂອງວັນທີ 19 ພະຈິກ 2025./











ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.