ພິທີມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າຂະແໜງ, ກອງ ແລະ ສູນ(ຜູ້ເກົ່າ ແລະ ຜູ້ໃໝ່) ຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ.
ພິທີມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຂະແໜງ, ກອງ, ສູນ (ຜູ້ເກົ່າ
ແລະ ຜູ້ໃໝ່) ຂອງພະແນກກະສິກຳແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ.
ໃນຕອນເຊົ້າເວລາ 8
ໂມງ 30 ນາທີ ຂອງວັນທີ 09 ຕຸລາ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ,
ໄດ້ຈັດພິທີມອບ-ຮັບຮັບ
ໜ້າທີ່ ລະຫວ່າງ ຫົວໜ້າຂະແໜງ, ກອງ, ສູນ( ຜູ້ເກົ່າ ແລະ ຜູ້ໃໝ່)ຂອງພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຸນັນທາ
ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ມີບັນດາ ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ,ຄະນະພະແນກ
, ຄະນະຂະແໜງ, ຄະນະກອງ, ຄະນະສູນ ແລະ ພະນັກງານ- ລັດຖະກອນ ເຂົ້າຮ່ວມທັງໜົດ 130 ທ່ານ
ຍີງ 45 ທ່ານ.
ໂອກາດນີ້, ທ່ານ ຫວານເຢັນ
ນັນສູນທະວົງ ຫົວໜ້າຂະແໜງບໍລິຫານ,
ແຜນການແລະ
ຈັດຕັງ (ຜູ້ກົ່າ), ທ່ານ ນ. ມະລີລຳພອນ
ຖັນທະເທບຫົວໜ້າຂະແໜງປູກຝັງ( ຜູ້ເກົ່າ),
ທ່ານ
ສຸກສະນິດ ແກ້ວມະນີວົງ ຫົວໜ້າຂະແໜງຊົນລະປະທານ( ຜູ້ເກົ່າ), ທ່ານ ເພັດສະໜອນສົມມະລີ ຫົວໜ້າຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ(
ຜູ້ເກົ່າ), ທ່ານ ບົວຜັນ ບຸນວິໄລ
ຫົວໜ້າພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ຜູ້ເກົ່າ), ທ່ານກາລິນໄທ ລຽບວິໄຊນະວົງ
ຫົວໜ້າຂະແໜງກວດກາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ(ຜູ້ເກົ່າ), ທ່ານ ປູອ ສູນທອນ ເທບປັນຍາ
ຫົວໜ້າສູນບໍລິການເຕັກນິກກະສິກຳໜອງເຕົ່າ( ຜູ້ເກົ່າ) ບັນດາທ່ານນີ້ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກໃນໄລຍະຜ່່ານມາ.
ຈາກນັ້ນ, ໃນພິທີ
ກໍ່ໄດ້ມີການລົງນາມເຊັນມອບ ຮັບວຽກ ຂະແໜງ, ກອງ ແລະ ສູນ ຂອງບັນດາທ່ານມີຊື່ ດັ່ງນີ້:
- ລົງນາມເຊັນມອບ - ຮັບວຽກ ຂະແໜງ ບໍລິຫານ, ແຜນການ ແລະ ຈັດຕັງ ໂດຍທ່ານ ຫວານເຢັນ ນັນສູນທະວົງ (ຜູ້ເກົ່າ່) ແລະ ຮັບ ທ່ານ ສຸລິວັນ ສີລິວົງໄຊ (ຜູ້ໃໝ່)ໂດຍການຊ່ອງໜ້າ ແລະ ເປັນສັກຂີພະຍານໂດຍທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
-
ລົງນາມເຊັນມອບ - ຮັບວຽກ ຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ
ໂດຍ ທ່ານ ສີສະອາດ ລາດສະພົນ (ຜູ້ກົ່າ) ແລະ ຮັບທ່ານ ນ.
ມະລີລຳພອນ ຖັນທະເທບ (ຜູ້ໃໝ່)ໂດຍການຊ່ອງໜ້າ
ແລະ ເປັນສັກຂີພະຍານໂດຍທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
-
ລົງນາມເຊັນມອບ - ຮັບວຽກ ຂະແໜງຊົນລະປະທານ ໂດຍທ່ານ ສຸກສະນິດ
ແກ້ວມະນີວົງ(ຜູ້ເກົ່າ) ແລະ ຮັບ ທ່ານ ສີລິພອນ
ພິມມະຈັກ (ຜູ້ໃໝ່)ໂດຍການຊ່ອງໜ້າ
ແລະ ເປັນສັກຂີພະຍານໂດຍທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
- ລົງນາມເຊັນມອບ - ຮັບວຽກ ຂະແໜງ ຄຸ້ມຄອງ ແລະ ພັດທະນາທີ່ດິນ
ໂດຍທ່ານ ເພັດສະໜອນ ສີມາລີ(ຜູ້ເກົ່າ) ແລະ ຮັບ ທ່ານ ວົງເດືອນ ອ່ອນແກ້ວ ຜູ້ໃໝ່), ໂດຍການຊ່ອງໜ້າ ແລະ ເປັນສັກຂີພະຍານໂດຍທ່ານ
ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
- ລົງນາມເຊັນມອບ - ຮັບວຽກ ຂະແໜງ ພັດທະນາຊົນນະບົດ ແລະ
ຫຼຸດຜ່ອນຄວາມທຸກຍາກ ໂດຍທ່ານ
ບົວຜັນ ບຸນວິໄລ (ຜູ້ເກົ່າ)ແລະ ຮັບ ທ່ານ ຄຳພຽນ ພົງທະດີ(ຜູ້ໃໝ່), ໂດຍການຊ່ອງໜ້າ ແລະ ເປັນສັກຂີພະຍານໂດຍທ່ານ
ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
- ລົງນາມເຊັນມອບ - ຮັບວຽກ ຂະແໜງກວດກາຊັບພະຍາກອນທຳມະຊາດ ແລະ
ສີ່ງແວດລ້ອມ ໂດຍທ່ານ ການລິນໄທ ລຽບວິໄຊນະວົງ (ຜູ້ເກົ່າ ແລະ ຮັບ ທ່ານ ສີພະວັນ ໄຊສີ(ຜູ້ໃໝ່) ໂດຍການຊ່ອງໜ້າ
ແລະ ເປັນສັກຂີພະຍານໂດຍທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
-
ລົງນາມເຊັນມອບ - ຮັບວຽກ ກອງກວດກາປ່າໄມ້ ໂດຍທ່ານ ຄຳສຸກ
ແກ້ວວິໄລພອນ(ຜູ້ເກົ່າ) ແລະ ຮັບທ່ານ ສີພາວັນ ໄຊລີ(ຜູ້ໃໝ່) ໂດຍການຊ່ອງໜ້າ ແລະ ເປັນສັກຂີພະຍານໂດຍທ່ານ ປອ
ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ
ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
-
ລົງນາມເຊັນມອບ - ຮັບວຽກ ສູນບໍລິການເຕັກນິກກະສິກຳໜອງເຕົ່າ ໂດຍທ່ານ
ປອ ສູນທອນ ເທບປັນຍາ(ຜູ້ເກົ່າ) ແລະ ຮັບ ໄກ່ແກ້ວ ພູສະຫວັນ(ຜູ້ໃໝ່) ໂດຍການຊ່ອງໜ້າ ແລະ ເປັນສັກຂີພະຍານໂດຍທ່ານ ປອ
ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ
ແລະ ບັນດາທ່ານ ແຂກ ແລະ ພະນັກງານທີ່ເຂົ້າຮ່ວມ.
ໃນຕອນທ້າຍນີ້ທ່ານ ສຸນັນທາ ຈຸນລະມະນີ ກຳມະການມັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມວ່າ: ພາຍຫຼັງມອບ-ຮັບວຽກແລ້ວບັນດາຂະແໜງ, ກອງ ແລະ ສູນ ຕ້ອງໄດ້ມີການແບ່ງຄວາມຮັບຜິດຊອບ ແລະ ສືບຕໍ່ປັບປຸງສັບຊ້ອນພະນັກງານວິຊາໃຫ້ເທບເໜາະກັບໜ້າວຽກ.
.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30
ນາທີຂອງວັນດຽວກັນ.
ไม่มีความคิดเห็น: