ກອງປະຊຸມກະກຽມໂຄງການ, ໂຄງການສົ່ງເສີມການຜະລິດເປັນສິນຄ້າເພື່ອການເຕີບໂຕສີຂຽວ.
ກອງປະຊຸມກະກຽມໂຄງການ, ໂຄງການສົ່ງເສີມການຜະລິດກະສິກຳເປັນສິນຄ້າເພື່ອການເຕີບໂຕສີຂຽວ
.
ໃນຕອນເຊົ້າເວລາ 9
ໂມງ 30 ນາທີ ຂອງວັນທີ 17 ພະຈິກ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ
ສະຫວັນນະເຂດ, ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດໄດ້ຈັດກອງປະຊຸມປະກອບຄຳຄິດເຫັນຮ່ວມກັບຄະນະກະກຽມໂຄງການຂອງກະຊວງກະສິກຳ
ແລະ ສີ່ງແວດລ້ອມ, ກະຊວງການເງິນ, ຕ່າງໜ້າອົງການ IFAD ໃນການອອກແບບ ໂດຍການສະໜັບສະໜຸນຂອງກອງທືນພັດທະນາກະສິກຳ
(IFAD), ໂດຍໃຫ້ກຽດເປັນປະທານຮວ່ມຂອງທ່ານ
ແກ້ວອຸດອນ ສຸລິຍະ ຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລອ້ມແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ແລະ
ທ່ານ ສຸລິວັນ ປັດຕິວົງ ຜຸ້ປະສານງານໂຄງການກອງທືນພັດທະນາ( IFAD) ປະຈຳລາວ, ມີບັນດາທ່ານຜູ້ສຽ້ວຊານດ້ານການຜະລິດ,ມູນຄ່າພີ້ມ, ດ້ານສະຫວັດດີການສັງຄົມ,
ດ້ານພື້ນຖານໂຄງລ່າງ, ດ້ານການພັດທະນາຕ່າງໆຕ່າງໜ້າໃຫ້ໂຄງການ IFAD, ຜູ້ຕ່າງໜ້າກະຊວງການເງິນ, ກະຊວງກະສິກຳ ແລະ ສີ່ງແວດລ້ອມ, ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ,
ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໜົດ 51
ທ່ານ ຍີງ 12 ທ່ານ.
ໃນພິທີດັ່ງກ່າວ, ທ່ານ ສຸລິວັນ ປັດຕິວົງ ຜຸ້ປະສານງານໂຄງການກອງທືນພັດທະນາ( IFAD) ປະຈຳລາວ ມີຄຳເຫັນຕໍ່ກອງປະຊຸມເພື່ອຄົ້ນຄົ້ວປະກອບຄຳເຫັນເພື່ອໃຫ້ໂຄງການສົ່ງເສີມການຜະລິດເປັນສິນຄ້າໃຫ້ມີປະສິດທິຜົນ.
ຈາກນັ້ນ, ທ່ານ ແກ້ວອຸດອນ ສຸລິຍະ ຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ນຳສະເໜີໂດຍຫຍໍ້ຂອງແຂວງສະຫວັນນະເຂດ ແລະ ການຜະລິດກະສິກຳ ເຊີ່ງທ່ານໄດ້ຍົກໃຫ້ເຫັນ: ສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນດ້ານສະບຽງອາການ ແລະ ໂພຊະນາການ, ສົ່ງເສີມການຜະລິດກະສິກໍາ ແລະ ປຸງແຕ່ງຂັ້ນຕົ້ນເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ສຸມໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ນໍໃຊ້ປ່າໄມ້, ສຸມໃສ່ການຈັດສັນທີ່ດິນ, ຊຸກຍູ້, ກວດກາ, ຕິດຕາມ,ການປົກປັກຮັກສາສີ່ງແວດລ້ອມ, ສຸມໃສ່ການຈັດສັນທີ່ດິນ, ເລັ່ງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
ຈາກນັ້ນ, ກອງປະຊຸມໄດ້ປືກສາຫາລືໃນຄັ້ງນີ້ແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົກໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນທີ່ເຂົ້າຮ່ວມ ແລະ ແບ່ງເປັນ3ກຸ້ມ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງທີ່ຈະນຳໄປຈັດຕັ້ງປະຕິບັດ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 12:00
ນາທີຂອງວັນດຽວກັນ.
ไม่มีความคิดเห็น: