ຮາກຖານສະຫະພັນແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການ ອອກກຳລັງກາຍເພື່ອສຸຂະພາບ(ເຕັ້ນແອລິບິກ)

 

    ຮາກຖານສະຫະພັນແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການ ອອກກໍາລັງກາຍເພື່ອສຸຂະພາບ( ເຕັ້ນແອລິບິກ), ເພື່ອຂໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ຕອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະໄໝທີIX.

ໃນຕອນແລງເວລາ 4 ໂມງ 30 ນາທີ ຂອງວັນທີ 18 ພະຈິກ 2025  ພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ , ທ່ານ ນ. ມະລິລໍາພອນ ຖັນທະເທບ  ຄະນະປະທານສະຫະພັນແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ເລຂາໜ່ວຍພັກສົ່ງເສີມ ແລະ ສະຫະກອນ, ຫົວໜ້າຂະແໜງສົ່ງເສີມ ແລະ ສະຫະກອນ ໄດ້ສ້າງຂະບວນການ ອອກກໍາລັງກາຍ ເພື່ອສຸຂະພາບ ( ເຕັ້ນແອລິບິກ), ເພື່ອຂໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ຕອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະໄໝທີIX.

ຈາກນັ້ນກໍ່ໄດ້ມີການມອບໃບຍ້ອງຍໍໃຫ້ສູນສະຫວັນເດືອນເພັນ ມອບໂດຍທ່ານ ນ.  ນວນລະຫົງ ອິນທິລາດ ຄະນະປະທານຮາກຖານສະຫະພັນແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຮອງຫົວໜ້າຂະແໜງບໍລິຫານ, ແຜນການ ແລະ ຈັດຕັ້ງ.

ນີ້ຖືວ່າເປັນຂະບວນການໃຫ່ຍສົມຄວນໃນການຂໍານັບຮັບຕ້ອນໃຫ້ແກ່ວັນສໍາຄັນຕ່າງໆຂອງຊາດ ແລະ ຕອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະໄໝທີIX.

 ເຊີ່ງກິດຈະກໍາເຮັດໃຫ້ຂະບວນການຄັ້ງນີ້ແມ່ນເປັນຂະບວນການພົດຟື້ນ ແລະ ເພື່ອສ້າງຄວາມສາມັກຄີທັງພາຍໃນ ແລະ ພາຍນອກ.

ກິດຈະກຳທັງໜົດນີ້ແມ່ນໄດ້ຮັບການຊຸກຍູ້ຊີ້ນຳໆພາ ແລະ ຕິດຕາມຢ່າງໄກ້ສິດຈາກ ທ່ານ ປອ ສຸນັນທາ ຈຸນລະມະນີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ,  ແລະ ການອອກກໍາລັງການເພື່ອສຸຂະພາບ ກໍ່ໄດ້ສີ້ນສຸດລົງໃນເວລາ 5:30 ນາທີຂອງວັນທີດຽວກັນ.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.