ກອງປະຊຸມຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການCSA ລະຫວ່າງ OXFAM ແລະ NAFRI ການວາງແຜນປະຈຳປີ 2026 ແລະ ປະຄອບຄໍາເຫັນຕໍ່ຮ່າງນະໂຍບາຍແນວນພັນພືດແຫ່ງຊາດ.
ກອງປະຊຸມສະຫຼຸບຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການສົ່ງເສີມກະສິກຳຕະຫຼາດເພື່ອປັບຕົວ ແລະ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດໃຫ້ແກ່ກຸ່ມຊາວກະສິກອນແມ່ຍີງ ແລະ ໄວໝຸ່ມ ແລະ ປະຄອບຄຳເຫັນໃສ່ຮ່າງນະໂຍບາຍແນວພັນພືດແຫ່ງຊາດ.
ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 25-26 ທັນວາ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການສົ່ງເສີມກະສິກຳຕະຫຼາດເພື່ອປັບຕົວ ແລະ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດໃຫ້ແກ່ກຸ່ມຊາວກະສິກອນແມ່ຍີງ ແລະ ໄວໝຸ່ມ ແລະ ປະຄອບຄຳເຫັນໃສ່ຮ່າງນະໂຍບາຍແນວພັນພືດແຫ່ງຊາດ, ໂດຍໃຫ້ກຽດເປັນປະທານຮວ່ມຂອງ ທ່ານ ປອ ກຸສົນ ໄຊພະກະສາ, ຮອງຫົວໜ້າສະຖາບັນຄົ້ນຄົ້ວກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສີ່ງແວດລ້ອມ, ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ໃຈປະເສີດ ພັນພູວັນນະ ຫົວໜ້າແຜນການສົ່ງເສີມສິດສະເໜີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມອົງການອ໋ອກຟາມ, ມີບັນດາທີມງານສະຖາບັນຄົ້ນຄົ້ວ, ປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດາທ່ານທີ່ຕ່າງໜ້າແຂວງ ສະຫວັນນະເຂດ, ແຂວງຫຼວງພະບາງ, ແຂວງ ຈຳປາສັກ ແລະ ຕ່າງໜ້າກຸ່ມຜະລິດ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໜົດ 45 ທ່ານ ຍີງ 09 ທ່ານ.
ໃນກອງປະຊຸມດັ່ງກ່າວທ່ານ ປອ ກຸສົນ
ໄຊພະກະສາ, ຮອງຫົວໜ້າສະຖາບັນຄົ້ນຄົ້ວກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສີ່ງແວດລ້ອມ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ສປປ ລາວ
ມີທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນທີ່ອຸດົມສົມບູນ
ໂດຍສະເພາະແນວພັນພືດພື້ນເມືອງທີ່ມີຫຼາຍກວ່າ 14,000 ຕົວຢ່າງໃນທະນາຄານເຊື້ອພັນ, ແຕ່ເຖິງຢ່າງໃດກໍຕາມ, ການປ່ຽນແປງຂອງດິນຟ້າອາກາດ
ແລະ ໄພພິບັດທຳມະຊາດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດ ແລະ
ຄວາມໝັ້ນຄົງທາງດ້ານສະບຽງອາຫານ. ພ້ອມດຽວກັນນັ້ນ, ວຽກງານແນວພັນພືດຂອງພວກເຮົາ
ຍັງພົບກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ລະບົບການຜະລິດ ແລະ
ສະໜອງແນວພັນທີ່ມີຄຸນນະພາບຍັງບໍ່ທັນພຽງພໍ, ການນຳເຂົ້າແນວພັນຈາກຕ່າງປະເທດຍັງສູງ ແລະ
ກົນໄກການເຊື່ອມໂຍງລະຫວ່າງການຜະລິດ ແລະ ຕະຫຼາດ ຍັງບໍ່ທັນເຂັ້ມແຂງ.
ດ້ວຍເຫດຜົນ ແລະ ຄວາມຈຳເປັນດັ່ງກ່າວ, ກະຊວງກະສິກຳ
ແລະ ສິງແວດລ້ອມ ຈຶ່ງໄດ້ມອບໝາຍໃຫ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້
ແລະ ພັດທະນາຊົນນະບົດ (NAFRI) ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ
ຄູ່ຮ່ວມພັດທະນາ ຄົ້ນຄວ້າສ້າງ "ນະໂຍບາຍແນວພັນພືດແຫ່ງຊາດ" ຂຶ້ນ.
ເພື່ອສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດ
ໂຄງການກະສິກຳສະຫຼາດ (CSA) ໃນໄລຍະ 1 ປີຜ່ານມາ ທີ່ພວກເຮົາໄດ້ຮ່ວມມືກັບ ອົງການ OXFAM ເພື່ອຖອດຖອນບົດຮຽນຈາກພາກສະໜາມ.
ເພື່ອລະດົມຄຳຄິດຄຳເຫັນ ໃສ່ຮ່າງ "ນະໂຍບາຍແນວພັນພືດແຫ່ງຊາດ" ໂດຍສະເພາະ 5 ໜ້າວຽກນະໂຍບາຍຫຼັກ ນັບແຕ່ ການອະນຸລັກ, ການຄົ້ນຄວ້າ, ການຜະລິດ, ການກວດກາຄຸນນະພາບ, ຈົນເຖິງ ການເຂົ້າເຖິງແຫຼ່ງທຶນ.
ຕໍ່ມາ, ທ່ານ ສາຍທອງ ຈິດວິລະພົນ ສະມາຄົມສົ່ງເສີມຊຸມຊົນສີຂຽວ(PGCA) ຕ່າງໜ້າໃຫ້ແຂວງ ສະຫວັນນະເຂດ ໄດ້ນໍາສະເໜີສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ
2025 ແລະ ແຜນ 2026.
ທ່ານ ຈິບເຊັງ ສະມາຄົມຊ່ວຍເຫຼືອເຊີ່ງ ແລະ ກັນ (AMA ) ຕ່າງໜ້າໃຫ້ແຂວງ ຫຼວງພະບາງ ໄດ້ນໍາສະເໜີສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ
2025 ແລະ ແຜນ2026.
ທ່ານ ນ. ປາຊີນ ນໍາສະເໜີສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳປະຈຳປີ
2025 ແລະ ແຜນ 2026.
ຕໍ່ມາ, ກອງປະຊຸມໄດ້ມີການສົນທະນາປະກອບຄຳຄິດຄຳເຫັນຕໍ່ບົດສະເໜີຜົນການດຳເນີນກິດຈະກຳປປະຈຳປີ
2025 ແລະ ແຜນດໍາເນີນການຕໍ່ປີ 2026
ຈາກນັ້ນ,
ທ່ານ ປອ ສີວຽງແຂກ ພົມມະລາດ ນຳສະເໜີຮ່າງນະໂຍບາຍແນວພັນແຫ່ງຊາດ,
ກອງປະຊຸມແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄິດຄຳເຫັນຈາກຫຼາຍພາກສ່ວນ
ແລະ ແບ່ງເປັນ 05 ກຸ່ມ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ
ແລກປຽ່ນຖອກຖອນບົດຮຽນນໍາກັນເພື່ອຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
4:00 ນາທີຂອງວັນ 26 ທັນວາ 2025./
ไม่มีความคิดเห็น: