ກອງປະຊຸມແລກປ່ຽນຄວາມຮູ້ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກງານຊີວະນາໆພັນໃນຂະແໜງກະຊິກຳ.

 

    ກອງປະຊຸມການແລກປ່ຽນຄວາມຮູ້ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກງານຊີວະນາໆພັນໃນຂະແໜງກະສິກຳ.    

        ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 10 ທັນວາ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມການແລກປ່ຽນຄວາມຮູ້ ແລະ  ບົດຮຽນໃນການຈັດຕັ້ງປະຕິບັດວຽກງານຊີວະນາໆພັນໃນຂະແໜງກະສິກຳ, ໂດຍໃຫ້ກຽດເປັນປະທານຂອງ  ທ່ານ ສຸພາລັກ ອາດບັນດິດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ມີບັນດາທີມງານສະຖາບັນຄົ້ນຄົ້ວ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຄະນະຂະແໜງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໜົດ 26 ທ່ານ ຍີງ 10 ທ່ານ.

ໃນກອງປະຊຸມດັ່ງກ່າວ, ທ່ານ ສຸພາລັກ ອາດບັນດິດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດໄດ້ມີຄຳເຫັນ: ໂຄງການເຊື່ອມສານວຽກງານຊີວະນາໆພັນເຂົ້າໃນຂະແໜງກະສິກຳ ເພື່ອຈັດຕັ້ງປະຕິບັດແຜນງານຊີວະນາໆພັນສາກົນ ຂຸນໜິງ-ມອນທີຣເອວ, ພາຍໃຕ້ການຮ່ວມມືລະຫວ່າງສະຖາບັນຄົ້ນຄົ້ວກະສິກຳ, ປ່າໄມ້ ແລະ ຊົນນະບົດ ກັບ ອົງການອາຫານ ແລະ ການກະເສດ(FAO), ຊັບພະຍາກອນຊີວະນາໆພັນແມ່ນມີບົດບາດສຳຄັນ ແລະ ເປັນຮາກຖານຂອງລະບົບການສະໜອງອາຫານ, ໂພສະນາການ ແລະ ຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ເຖີງຢ່າງໄດກໍ່ຕາມ, ຊັບພະຍາກອນດັ່ງກ່າວ ພວມປະເຊີນໜ້າກັບສີ່ງຫລາກຫຼາຍປະການເຊັ່ນ: ການຜະລິດກະສິກຳແບບບໍ່ຢືນຍົງ, ການປ່ຽນແປງການນຳໄຊ້ທີ່ດິນ ແລະ ຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດສົ່ງຜົນເຮັດໃຫ້ຊັບພະຍາກອນຊີວະນາໆພັນຫຼຸດລົງຢ່າງໄວວາສົ່ງຜົນກະທົບດ້ານລົບຕໍ່ກັບຄວາມໜັ້ນຄົງທາງດ້ານສະບຽນອາຫານ ແລະ ການປັບຕົວຂອງລະບົບນິເວດ.

ຕໍ່ມາ, ທ່ານ ປອ ໂອໄລ ວັນສີງວິໄລ ຊ່ຽວຊານໂຄງການກໍ່ໄດ້ສັງລວມຫຍໍ້ ໂຄງການເຊື່ອສານ ຊີວະນາໆພັນ ເຂົ້າໃນຂະແໜງກະສິກຳ ເພື່ອຈັດຕັ້ງປະຕິບັດແຜນງານຊີວະນາໆພັນສາກົນ ຂຸນໜິງ ແລະ ມອນຣເອວ.

ຈາກນັ້ນ,   ທ່ານ ວົງວິໄລ ວົງຄໍາຊາວ ທີ່ປືກສາໂຄງການກໍ່ໄດ້ນຳສະເໜີຫົວຂໍ້: 

- ການວາງແຜນນຳໄຊ້ທີ່ດິນແບບມີສ່ວນຮ່ວມ ເປັນການປະຕິບັດແຜນງານຊີວະນາໆພັນ ຂຸນໜິງ ແລະ ມອນຣເອວ; 

- ລະບົບການຜະລິດກະສິກໍາ -ປ່າໄມ້ປະສົມປະສານ: ທາງເລືອກເພື່ອການອະນຸລັກ, ນຳໄຊ້ ແລະ ພື້ນພູຊີວະນາໆພັນ

ແບບຍືນຍົງໃນການຜະລິດກະສິກຳ;  

- ການຊ່ວຍພື້ນຟູປ່າໄມ້ໂດຍທຳມະຊາດ.

ແລະ ທ່ານ ນ. ໃບສອນ ອິນທິລາດ ວິຊາການສະຖາບັນຄົ້ນຄົ້ວ, ປ່າໄມ້ ແລະ ພັດທະນາຊົນນະບົດ ນຳສະເໜີຫົວຂໍ້:  

- ການຜະລິດກະສິກຳແບບຍືນຍົງ: ສົ່ງເສີມ ແລະ ຜັນຂະຫຍາຍເນັກນິກກະສິກຳສະອາດ; 

- ການຄຸ້ມຄອງວັງສະຫງວນ: ວິທີການປະຕິບັດທີ່ດີໃນການອະນຸລັກຊີວະນາໆພັນທາງນໍ້າແບບຍືນຍົງ;

-  ເຕັກໂນໂລຊີດີຈີຕ໊ອນ ເພື່ອອະນຸລັກ ນໍາໄຊ້ ແລະ ຟື້ນຟູຊີວະນາໆພັນກະສິກຳ.

ຕໍ່ມາ, ທ່ານ ປອ ສິງກອນ ໄຊຍະລາດ ຮອງຫົວໜ້າສູນຄົ້ນຄົ້ວປ່າໄມ້ ໄດ້ນຳສະເໜີຫົວຂໍ້: 

- ເຕັກນິກການປູກຜັກໃນເຮືອນຮົ່ມ; 

- ການຈັດການແກ່ນ ແລະ ແຫຼ່ງແກ່ນພັນໄມ້; 

- ເຕັກນິກການຂະຫຍາຍພັນໄມ້ດ້ວຍແກ່ນ ສຄປ; 

- ການນຳໄຊ້ເຄື່ອງມື D4R ໃນການວາງແຜນຟື້ນຟູ.

ທ່ານ ສາຍເພັດ ພວງມະຈັນ ຜູ້ຈັດການສະໜາມໂຄງການFAO ນຳສະເໜີຫົວຂໍ້: ການປ້ອງກັນພືດ; ການຈັດການ 

ທາດອາຫານພືດ.


ກອງປະຊຸມແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ ແລະ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ແລກປຽ່ນຖອກຖອນບົດຮຽນນຳກັນຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ວາລະສຸດທ້າຍນີ້ທ່ານ  ແກ້ວອຸດອນສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ໂອລົມ ແລະ ມີຄໍາເຫັນຕໍ່ກອງປະຊຸມ

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 4:20 ນາທີຂອງວັນດຽວກັນ./

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.