ກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ຄັ້ງທີ II ຂອງ ສປປ ລາວ ແລະ ແບບສອບຖາມການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງທີ່ຕິດພັນ ກັບ ຂະແໜງການອະສັງຫາລີມະຊັບ.

 

    ກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ຄັ້ງທີII ຂອງ ສປປ ລາວ ແລະ ແບບສອບຖາມການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງທີ່ຕິດພັນ ກັບ ຂະແໜງການອະສັງຫາລີມະຊັບ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 4 ທັນວາ 2025 ກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ຄັ້ງທີ II ຂອງ ສປປ ລາວ ແລະ ແບບສອບຖາມການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງທີ່ຕິດພັນ ກັບ ຂະແໜງການອະສັງຫາລີມະຊັບ ໄດ້ຈັດທີ່ຫ້ອງປະຊຸມທະນາຄານ ສປປ ລາວ ພາກກາງແຂວງ ສະຫວັນນະເຂດ , ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສຸລິສັກ ຮົ່ມໂພທິຈັກ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວພາກກາງແຂວງ ສະຫວັນນະເຂດ, ທ່ານ ນ. ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ສົມສະເໜີ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ມີບັນດາທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ຄະນະຂະແໜງ, ທິມງານກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ບັນດາຜູ້ຈັດການທຸລະກິດອະສັງຫາລີມະຊັບພາຍໃນແຂວງ, ພະນັກງານທະນາຄານ ສປປ ລາວ ພ້ອມດ້ວຍພະນັກງານຂອງພະແນກເຂົ້າຮ່ວມທັງໜົດ 47 ທ່ານ ຍີງ 17 ທ່ານ.

ໃນກອງປະຊຸມດັ່ງກ່າວທ່ານ ບຸນລວມ ລໍມານີ ຕ່າງໜ້າວິຊາການກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ຂື້ນຜ່ານບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ຄັ້ງທີII ຂອງ ສປປ ລາວ ແລະ ແບບສອບຖາມການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງທີ່ຕິດພັນ ກັບ ຂະແໜງການອະສັງຫາລີມະຊັບ ເຊີ່ງທ່ານລາຍງານ: ການປະເມີນຮອບດ້ານກ່ຽວກັບວຽກງານການຕ້ານ ແລະ ການຟອກເງິນ ແລະ ໃຫ້ແກ່ການກໍ່ການຮ້າຍ ແລະ ການເຜີຍແຜ່ຜົນການປະເມີນຄວາມສ່ຽງແຫ່ງຊາດຂອງ ສປປ ລາວ; ຄວາມເປັນມາການຈັດຕັ້ງປະຕິບັດວຽກງານ AML / CFT ຂອງສປປ ລາວ; ຜົນການປະເມີນຕົວຈີງຂອງຄະນະປະເມີນສາກົນກ່ຽວກັບ AML / CFT ຄັ້ງທີ່ II ຂອ ງສປປ ລາວ; ການປະເມີນຄວາມສ່ຽງແຫ່ງຊາດທາງດ້ານ AML / CFT(ຮອບທີ2) ແລະ ຜົນປະເມີນຄວາມສ່ຽງ; ແຜນການແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ; ທຸລະກິດກ່ຽວກັບທີ່ດິນ: ເງື່ອນໄຂການອະນຸຍາດຂອງຜູ້ດຳເນີນທຸລະກິດທີ່ດິນ; ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດທີ່ດິນ; ປະເພດທຸລະກິດທີ່ດິນ;ໃບອະນຸຍາດດຳເນີນທຸລະກິດທີ່ດິນ; ການໂຈະໃບອະນຸຍາດດຳເນີນທຸລະກິດທີ່ດິນ; ການຊໍາລະເງິນຊື້-ຂາຍສິດນຳໄຊ້ທີ່ດິນຜ່ານລະບົບທະນາຄານ ແລະ ຄ່າທຳນຽມ ແລະ ຄ່າບໍລິການ.

ຈາກນັ້ນ, ທ່ານ ສຸລິສັກ ຮົ່ມໂພທິຈັກ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວພາກກາງແຂວງ ສະຫວັນນະເຂດ ໂດຍຈະເນັ້ນໃສ່ບັນດາການແກ່ໄຂຂໍ້ຄົງຄ້າງຂອງ ສປປ ລາວ ກໍ່ຄື: ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ທີ່ຕິດພັນກັບຂະແໜງການອະສັງຫາລີມະຊັບ, ບັນດານິຕິກັບທີ່ດິນພັນ; ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີຂອງວັນທີ 4 ທັນວາ 2025.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.