ງານບຸນນະມັດສະການພຣະທາດອີງຮັງ ປະຈຳປີ 2025.

ງານບຸນນະມັດສະການພຣະທາດອີງຮັງ
ປະຈຳປີ 2025.

ໃນວັນທີ 4 ທັນວາ 2025 ພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ເຂົ້າຮ່ວມງານບຸນນະມັດສະການພຣະທາດອີງຮັງ( ແຫ່ຜາສາດເຜີ້ງ )ນຳພາໂດຍທ່ານ ປອ ສຸນັນທາ ຈຸນລະມະນີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ເຊີ່ງໄດ້ເຕົ້າໂຮມນໍາພາອ້າຍ, ເອື້ອຍ, ນ້ອງ ພະນັກງານພາຍໃນພະແນກ ເຂົ້າຮ່ວມຂະບວນແຫ່ຜາສາດເຜີ້ງ ເພືາອແຫ່ອ້ອມພຣະທາດອີງຮັງ
ທີ່ບໍລິເວນດ້ານໃນກົມມະລຽນຂອງທາດອີງເຊີ່ງມວນຊົນໄດ້ນຳເອົາຜາສາດເຜີ້ງ ແລະ ດອກໄມ້ທູບທຽນຂອງຕົນນຳໄປວາງໄວ້ອ້ອມຮອບຕີນພຣະທາດອີງຮັງເພື່ອເປັນການບູຊາ, ອະທິຖານຕໍ່ໜ້າພຣະທາດອີງຮັງ, ຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ ແລະ ເປັນມີ່ງຂວັນຂອງຊາວສະຫວັນນະເຂດ ເພື່ອເຕົ້າໂຮມຄວາມສະມັກຄີຂອງປ່ວງຊົນລາວທີ່ເປັນເອອ້າງທະນົງໃຈຄວາມເປັນລາວເພື່ອຮັກສາມູນເຊື້ອຄວາມດຸໜັ່ນ,ເສີມຂະຫຍາຍຄຸນຄ່າມໍລະດົກ,
ວັດທະນາທໍາໃຫ້ຢູ່ຄູ່ປ່ວງຊົນລາວ, ພຸດທະສາດສະໜາຊາວສະຫວັນນະເຂດ ຕະຫຼອດໄປ./.
ไม่มีความคิดเห็น: