ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ II, ຄັ້ງທີ່ I ປະຈໍາປີ 2025 ແລະ ທິດທາງແຜນການ 2026.
ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ
ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ II,
ຄັ້ງທີ່ I ປະຈໍາປີ 2025 ແລະ ທິດທາງແຜນການ 2026.
ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 16
ທັນວາ 2025 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ
ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ II, ຄັ້ງທີ່ I ປະຈໍາປີ 2025 ແລະ ທິດທາງແຜນການ 2026,ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ມີບັນດາຄະນະປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ,
ຂັ້ນເມືອງ ນອງ, ເມືອງ ເຊໂປນ ແລະ ເມືອງ ທ່າປາງທອງ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ
ທັງໜົດ 20 ທ່ານ ຍີງ 6 ທ່ານ.
ໃນກອງປະຊຸມດັ່ງກ່າວທ່ານ ແກ້ວອຸດອນ ສຸລິຍະ
ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການປັບປຸງຊີວິດການເປັນຢູ່
ທາງດ້ານວັດຖຸ ແລະ ຈິດໃຈ ຂອງບັນດາເຜົ່າ ໃຫ້ດີຂື້ນໂດຍສະເພາະເຂດຊົນນະບົດ, ເຂດທຸກຍາກຫ່າງໄກຊອກຫຼີກ,
ຊົນເຜົ່າ, ເຂດທຸກຍາກລຽບຊາຍແດນ ເພື່ອອັດຊ່ອງວ່າງຄວາມແຕກໂຕນການພັດທະນາ ລະຫວ່າງ ຕົວເມືອງ
ແລະ ຊົນນະບົດ ໂດຍການສຸມໃສ່ພັດທະນາໂຄງລ່າງພື້ນຖານການຮັບໃຊ້ການຜະລິດ ແລະ
ການດຳລົງຊີວິດຂອງປະຊາຊົນໃນເຂດຊົນນະບົດ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ການແກ້ໄຂຄວາມທຸກຍາກ,
ສຸຂະພາບ ແລະ ໂພຊະນາການ ໂດຍໃຫ້ເງິນແບບມີເງື່ອນໄຂກັບຄອບຄົວທີ່ທຸກຍາກຕາມການປະເມີນຄວາມທຸກຍາກ
ແລະ ການພັດທະນາໂດຍອີງໃສ່ດຳລັດ 348/ລປ, ສະນັນໂຄງການດັ່ງກ່າວເປັນບາດກ້າວໜື່ງທີ່ສໍາຄັນຕໍ່ກັບວຽກງານການພັດທະນາໃນຂົງເຂດວຽກງານພັດທະນາຊົນນະບົດໃຫ້ນັບມື້ນັບເຂັ້ມແຂງຢ່າງຕໍ່ເນື່ອງ
ແລະ ໂຄງການດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັນລະຫວ່າງພາກລັດ,
ຄູ່ຮ່ວມມືພັດທະນາອື່ນໆ ແລະ ອົງການທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ, ມີຄວາມຍືນຍົງ ແລະ
ໄດ້ຮັບຜົນສຳເລັດຕາມຄາດໜາຍ.
ຕໍ່ມາ, ທ່ານ ຄຳນຽມ ພົງທະດີ
ຫົວໜ້າປະສານງານໂຄງການ, ຫົວໜ້າຂະແໜງພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ຂື້ນຜ່ານບົດນຳສະເໜີລາຍງານຕໍ່ການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ
ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ II ປະຈໍາປີ 2025 ແລະ ທິດທາງແຜນການ 2026
ໂດຍມີຫົວຂໍ: 1.) ສະພາບລວມໂດຍຫຍໍ້ຂອງໂຄງການ; 2.) ຈຸດປະສົງຂອງໂຄງການ; 3.)
ການໃຫ້ເງິນອຸດໜູນແບບມີເງື່ອນໄຂ; 4.) ຜົນການຈັດຕັ້ງປະຕິບັດປີ 2025; 5.) ແຜນປີ 2026.
ຈາກນັ້ນ, ບັນດາປະສານງານໂຄງການເມືອງ ນອງ,
ເມືອງ ເຊໂປນ ແລະ ເມືອງ ທ່າປາງທອງ ກໍ່ໄດ້ຂື້ນນໍາສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ
ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ II ປະຈໍາປີ
2025 ແລະ ທິດທາງແຜນການ 2026.
ກອງປະຊຸມແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ ແລະ ເອກະພາບນໍາກັນ, ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
11:30 ນາທີຂອງວັນດຽວກັນ./
ไม่มีความคิดเห็น: