ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ສ້າງຂະບວນການອະນາໄມ ແລະ ປະດັບປະດາເອ້ຢ້ອງ.
ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການອະນາໄມລວມ ແລະ
ປະດັບປະດາເອ້ຢ້ອງເພື່ອຂໍານັບຮັບຕ້ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ສະມາຊິກສະພາປະຊາຊົນແຂວງ V ແລະ
ຕ້ອນຮັບງານສະຫວັນສຸກສັນຫັນສາ.
ໃນຕອນບ່າຍ 1 ໂມງ 30 ນາທີ ຂອງວັນທີ 23 ມັງກອນ
2026 ພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ສ້າງຂະບວນການອະນາໄມລວມ. ປະດັບປະດາເອ້ຢ້ອງໃຫ້ມີຄວາມສະອາດຈົບງາມອ້ອມຂ້າງພະແນກຂອງຕົນ,
ທ່ານ ສຸວິວັນ ສີລິວົງໄຊ ຫົວໜ້າຂະແໜງບໍລິຫານ, ແຜນການ ແລະ ຈັດຕັ້ງ ໄດ້ນໍາພະນັກງານຂອງຕົນສ້າງຂະບວນການອະນາໄມລວມ
ແລະ ປະດັບປະດາເອ້ຢ້ອງເປັນຂະບວນການຟົດຟື້ນ ເພື່ອຂໍານັບຮັບຕ້ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ
IX ສະມາຊິກສະພາປະຊາຊົນແຂວງ V, ຄັ້ງວັນທີ 22 ກຸມພາ 2026
ແລະ ຕ້ອນຮັບງານສະຫວັນສຸກສັນຫັນສາ ລະຫວ່າງວັນທີ 25 ກຸມພາ 2026 - 01 ມີນາ 2026
ນີ້ຖືວ່າເປັນຂະບວນການໃຫ່ຍສົມຄວນ ເຊີ່ງກິດຈະກໍາເຮັດໃຫ້ຂະບວນການຄັ້ງນີ້ແມ່ນອະນາໄມພາຍໃນ
ແລະ ພາຍນອກຮົ້ວຂອງພະແນກເກັບມຽ້ນເສດໃບໄມ້ແຫ້ງ, ກະປ໋ອງ, ຖົງຢາງ, ຕັດກີ່ງໄມ້, ຕັດຫຍ້າ
ໃຫ້ເປັນລະບຽບງາມຕາ, ປ່ຽນ ແລະ ທຸຸງຊາດ, ທຸງພັກ, ຕິດທຸງທິວໃໝ່, ແປງຮົ້ວທີ່ເປ້ເພ ແລະ
ຕິດປ້າຍຄຳຂວັນ.
ກິດຈະກຳທັງໜົດນີ້ແມ່ນໄດ້ຮັບການຊຸກຍູ້ຊີ້ນຳໆພາ ແລະ ຕິດຕາມຢ່າງໄກ້ສິດຈາກທ່ານ ປອ ສຸນັນທາ
ຈູນລະມານີ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແລະ ການອະນາໄມກໍ່ໄດ້ສີ້ນສຸດລົງໃນເວລາ
4:00 ນາທີຂອງວັນທີດຽວກັນ.
ไม่มีความคิดเห็น: