ກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ສັງຄົມ
ກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ສັງຄົມ ຄັ້ງທີ 21
ຂອງສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ.
ໃນຕອນບ່າຍເວລາ 1
ໂມງ 30 ນາທີ ຂອງວັນທີ 16 ທັນວາ 2025 ທີ່ພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ
ສະຫວັນນະເຂດ, ໄດ້ຈັດກິດຈະກຳສົ່ງເສີມ
ແລະ ບໍລິການກະສິກຳສູ່ສັງຄົມ ຄັ້ງທີ 21 ຂອງສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້
ໜອງເຕົ່າ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ທ່ານ ປັດ ປັດທຳມະຈິດ ກົງສູນໃຫ່ຍແຫ່ງຣາຊະອານາຈັກໄທ
ປະຈຳແຂວງ ສະຫວັນນະເຂດ, ທ່ານ ປະຫວັດ ນາມວະຣັດ ຮອງເລຂາທິການ ມູນນິທິ ໄຊພັດທະນາ, ມີບັນດາຊ່ຽວຊານດ້ານການປະມົງປະຈຳມູນນິທິ
ໄຊພັດທະນາ ປະເທດໄທ, ຄະນະຂະແໜງ, ຄະນະກອງ , ສູນ ວິທະຍາໄລກະສິກຳ ແລະ ປ່າໄມ້, ພະນັກງານພາຍໃນພະແນກ
ແລະ ປະຊາຊົນເຂົ້າຮ່ວມ .
ໃນພິທີຈັດກິດຈະກຳນີ້, ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດໄດ້ມີຄຳເຫັນທີ່ວ່າ: ໂຄງການດັ່ງກ່າວນີ້ ແມ່ນມີຄວາມໝາຍສຳຄັນສູງ ຊຶ່ງສະແດງເຖິງການພົວພັນ-ຮ່ວມມື ຂອງສອງປະເທດ ເວົ້າລວມ, ສະເພາະ ກໍ່ແມ່ນ ແຂວງສະຫວັນນະເຂດ ກັບ ມູນນິທິໄຊພັດທະນາ ເຊີ່ງເປັນໜ່ວຍງານຫລັກ ໃນການດຳເນີນໂຄງການສາທິດບັນດາກິດຈະກຳ ທາງດ້ານການປູກຝັງ-ລ້ຽງສັດ, ດ້ານປະມົງ, ການປັບປຸງບຳລຸງດິນ, ການຜະລິດແນວພັນເຂົ້າ, ການບໍລິຫານຈັດການນໍ້າຊົນລະປະທານ, ການຜະລິດກ້າເບັ້ຍໄມ້ ແລະ ການຄຸ້ມຄອງປ່າໄມ້ ອື່ນໆ, ການຈັດໂຄງການກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ສັງຄົມ ໃນຄັ້ງນີ ຈະເກີດມີຄວາມຮູ້ຄວາມເຂົ້າໃຈ ແລະ ເປັນແຮງບັນດານໃຈ ຕໍ່ການຜະລິດກະສິກຳຕົວຈິງຂອງພວກເຮົາ ໂດຍການນໍາເອົາບົດຮຽນອັນໄໝ່, ວິຊາການກະສິກຳດ້ານຕ່າງໆ ເຊັ່ນ: ການປູກຝັງ, ການລ້ຽງສັດ, ການປັບປຸງບໍາລຸງດິນ ອື່ນໆ...ໃນຄອບຄົວຂອງເຮົາໃຫ້ເກີດດອກອອກຜົນ, ສາມາດຜະລິດໃຫ້ກຸ້ມກິນ, ແຮໃວ້ ແລະ ຂາຍເປັນສິນຄ້າເທື່ອລະກ້າວ.
ຕໍ່ມາ, ຄະນະຮັບຜິດຊອບໃນໂຄງການຮ່ວມມືສູນພັດທະນາ ແລະ
ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ ສູນໄດ້ມອບຜົນຜະລິດກະສິກຳຂອງສູນໃຫ້ຄະນະພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ເປັນຕົ້ນຝຸ່ນບົ່ມຊິວະພາບ 20 ກະຊອບ, ນໍ້າມັກຊີວະພາບ 40 ຕຸກ,
ເບ້ຍໄມ້ 190 ເບ້ຍ, ລູກປາ 1,500 ໂຕ ແລະ ໃຫ້ກຽດມອບກະຕ່າຂອງຂັວນໂດຍ ທ່ານ
ປະຫວັດ ນາມວະຣັດ ຮອງເລຂາທິການ ມູນນິທິ ໄຊພັດທະນາ
ຈາກນັ້ນທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ
ສະຫວັນນະເຂດ, ທ່ານ ປັດ ປັດທຳມະຈິດ ກົງສູນໃຫ່ຍແຫ່ງຣາຊະອານາຈັກໄທ ປະຈຳແຂວງ
ສະຫວັນນະເຂດ ແລະ ບັນດາຄະນະຂະແໜງ, ກອງ, ສູນ, ພະນັກງານ ແລະ ປະຊາຊົນ ກໍ່ໄດ້ທ່ຽວຊົມກິດຈະກຳຕ່າງໆ.
ກິດຈະກຳກໍ່ໄດ້ປິດລົງຢ່າງເປັນທາງການໃນເວລາ
5:00 ນາທີຂອງວັນດຽວກັນ./
ไม่มีความคิดเห็น: