ກອງປະຊຸມພົບປະແລກປ່ຽນວຽກງານຫຼຸດຜ່ອນ-ແກ້ໄຂຄວາມທຸກຍາກ ລະຫວ່າງ ແຂວງສະຫວັນນະເຂດ, ສປປລາວ ແລະ ແຂວງ ຫູໝານ , ສປ ຈີນ
ກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານດ້ານການຫຼຸດຜ່ອນຄວາມທຸກຍາກ - ແກ້ໄຂຄວາມທຸກຍາກ
ແລະ ຟື້ນຟູພັດທະນາຊົນນະບົດ ລະຫວ່າງ ຄະນະຜູ້ແທນແຂວງ ຫູໜານ ກັບ ພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ.
ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 01 ເມສາ 2026 ທີ່ຫ້ອງປະຊຸມ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານດ້ານການຫຼຸດຜ່ອນຄວາມທຸກຍາກ - ແກ້ໄຂຄວາມທຸກຍາກ ແລະ ຟື້ນູພັດທະນາຊົນນະບົດ ລະຫວ່າງ ຄະນະຜູ້ແທນແຂວງ ຫູໜານ ກັບ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫັວນນະເຂດ, ພາຍໃຕ້ເປັນປະທານຮ່ວມຂອງທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ທ່ານ ຫວາງສຽງ ຫົວໜ້າກອງເລຂາສະມາຄົມມິດຕະພາບປະຊາຊົນ ແຂວງ ຫູໜານ(ສະມາຄົມມິດຕະພາບກັບຕ່າງປະເທດ ປະຊາຊົນແຂວງ ຫູໜານ), ມີບັນດາຄະນະຜູ້ແທນຈາກ ສປ ຈີນ, ຄະນະການນຳເມືອງຈຳພອນ, ຄະນະຂະແໜງ, ພ້ອມດ້ວຍພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມທັງໜົດ 35 ທ່ານ ຍີງ 10 ທ່ານ.
ໃນພິທີດັ່ງກ່າວ,
ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ
ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໄລຍະຜ່ານມາລະຫວ່າງສອງແຂວງກໍ່ໄດ້ມີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຄວາມທຸກຍາກ
ແລະ ຟື້ນຟູພັດທະນາຊົນນະບົດ ແລະ ວຽກນີ້ກໍ່ແມ່ນວຽກບູລິມະສິດຂອງລັດຖະບານໃນ 3 ເສົາຄໍ້າ
7 ແຜນດຳເນີນງານ ຂອງວຽກງານກະສິກຳ ແລະ ສີ່ງແວດລ້ອມ.
ຈາກນັ້ນ,
ທ່ານ ຫວາງສຽງ ຫົວໜ້າກອງເລຈາສະມາຄົມມິດຕະພາບປະຊາຊົນ ແຂວງ ຫຼໜານ (ສະມາຄົມມິດຕະພາບກັບຕ່າງປະເທດ
ປະຊາຊົນແຂວງ ຫູໜານ ) ໄດ້ມີຄຳເຫັນຕໍ່ກອງປະຊຸມ.
ຕໍ່ມາ, ທ່ານ ຄຳນຽມ ພົງທະດີ ຫົວໜ້າຂະແໜງຊົນນະບົດ ແລະ ທ່ານ ນ. ຖາງຫຼົງ ຫົວໜ້າຂະແໜງ, ພະແນກກະສີກຳ ແລະ ຊົນນະບົດ ແຂວງ ຫູໜານ ທັງສອງຝ່າຍ ຂື້ນຜ່ານການນຳສະເໜີວຽກງານກ່ຽວກັບຫຼຸດຜ່ອນຄວາມທຸກຍາກ-ແກ້ໄຂຄວາມທຸກຍາກ ແລະ ຟື້ນຟູພັດທະນາຊົນນະບົດ
ຫຼັງຈາກນັ້ນ, ທ່ານ ນ. ລີ່ຈວນ ເລຂາຕາແສງຢວນກູຜິງ ເມືອງຈາງເຈ່ຍເຈ້ຍ ແຂວງ ຫູໜານ ໄດ້ຂື້ນເຜີຍແຜ່ຜົນສຳເລັດໃນການເຮັດວຽກງານແກ້ໄຂຄວາມທຸກຍາກ ແລະ ຟື້ນູພັດທະນາຊົນນະບົດ.
ທ່ານ ລູ ຊຸນທາວ ເລຂາພັກບ້ານປະຈຳບ້ານ ສີບແປດຖໍ້າ, ຈາກຫ້ອງການຄະນະກຳມະການ ແຂວງ ຊຽງຊີ ໄດ້ນໍາສະເໜີການລົບລ້າງຄວາມທຸກຍາກ ຢ່າງຖືກເປົ້າໜາຍ ແລະ ມີຈຸດສຸມ
ທ່ານ ຢູ ຮວາຢົງ ເລຂາເອປະຈໍາບ້ານ ລົງຟູ້ ເມືອງລົງຮຸຍ ນະຄອນສ່ຽວຢາງ ໄດ້ນໍາສະເໜີການສ້າງຄວາມເຂັ້ມແຂງຂອງພັກເພື່ອສ້າງຄວາມສາມັກຄີສຸມໃສ່ການປະຕິບັດ
ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອກຖອນບົດຮຽນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ
ແລະ ໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົກໄວ້ຕາມລະບຽບການ
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
4:00 ນາທີຂອງວັນດຽວກັນ.\
ไม่มีความคิดเห็น: