ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ເປີດພິທີໂຄງການສ້າງຄວາມເຂັ້ມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງ

ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງສະຫວັນນະເຂດ
ການອອກໃບຕາດິນ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງທີ່ດິນຢູ່ເມືອງ ຈຳພອນ.
ໃນວັນທີ 28 ເມສາ 2026 ຢູ່ທີ່ສະໂມສອນ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດໂຄງການສ້າງຄວາມເຂັ້ມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບໃຫ້ແກ່ປະຊາຊົນໃນ 23 ບ້ານເປົ້າໝາຍ, ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ລັດຕະນາ ໄຊຍະປັນຊາ ຄະນະປະຈຳພັກເມືອງ, ຮອງຄະນະປະທານກຳມະການປົກຄອງເມືອງ ຈຳພອນ, ທ່ານບູລິກາ ອິນທິລາດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ພ້ອມດ້ວຍຜູ້ຕ່າງໜ້າຈາກກົມຄຸ້ມຄອງພັດທະນາທີ່ດິນ ແລະ ພາກສ່ອວນທີ່ກ່ຽວຂ້ອງຂື້ນກັບແຂວງ, ເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ,


ໃນພິທີ, ທ່ານ ສຸລິສັນ ສີສົມສະຫວັດ ຄະນະຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງ ຈຳພອນ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດໂຄງການຢ່າງເປັນທາງການ. ຈາກນັ້ນ, ທ່ານ ຄອນສະຫວັນ ດວງມາລາ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ສີ່ງແວດລ້ອມ ໄດ້ລາຍງານສະພາບການຄຸ້ມຄອງທີ່ດິນທົ່ວເມືອງ ຈຳພອນ ເຊີ່ງມີທັງໝົດ 101 ບ້ານ , ມີເນື້ອທີ່ 54, 871.74 ເຮັກຕາ ແລະ ມີຕອນດິນຕາມສະຖີຕິສຳມະໂນທັງໜົດ 42,731 ຕອນ. ຜ່ານມາສາມາດສຳຫຼວດວັດແທກ ແລະ ຂື້ນທະຽນອອກໃບຕາດິນແລ້ວ 36,418 ຕອນ, ເທົ່າກັບ 85.23%., ສຳລັບແຜນປີ 2026 ນີ້, ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງ ໄດ້ແບ່ງຕົວເລກຄາດໜາຍການຂື້ນທະບຽນການອອກໃບຕາດິນໃຫ້ເມືອງ ຈຳພອນ ຈຳນວນ 2.000 ຕອນ ເຊີ່ງໃນເບື່ອງຕົ້ນກົມຄຸ້ມຄອງພັດທະນາທີ່ດີນ ຈັດຕັ້ງປະຕິບັດ 23 ບ້ານເປົ້າໝາຍ ມາກ່ອນ(ລວມມີ 4,077 ຕອນ)ຈະເລີ້ມລົງມືໃນເດືອນພຶດສະພາ 2026 ນີ້ເປັນຕົ້ນໄປ.


ໂອກາດນີ້, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ອໍານາດການປົກຄອງບ້ານ
ແລະ ປະຊາຊົນ ຈົ່ງໃຫ້ການຮ່ວມມື ແລະ
ອຳນວນຍຄວາມສະດວກໃຫ້ແກ່ພະນັກງານວິຊາການເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສຳເລັດຕາມແຜນການທີ່ວາງໄວ້.
ໃນຕອນທ້າຍ, ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າເປີດໂຄງການຢ່າງເປັນທາງການ ພ້ອມທັງມອບອຸປະກອນເຕັກຕິກປະກອບມີ:
ຄອບພິວເຕີ້ໂນດບຸກ 2 ເຄື່ອງ, ຄອບພິວເຕີ້ຕັ້ງໂຕະ 1 ຊຸດ , ຈັກພິມ 3 ເຄື່ອງ ແລະ
ລຳເຊໂພງໃຫ້ແກ່ຫ້ອງການກະສິກຳ
ແລະ ສີ່ງແວດລ້ອມເມືອງ ເພື່ອນຳໄຊ້ເຂົ້າໃນວຽກງານໃຫ້ມີຜົນສຳດລັດໃນຕໍ່ໜ້າ ແລະ
ກອງປະຊຸມກໍ່ໄດ້ສີ້ນສຸດລົງໃນເວລາ12:45 ນາທີ ຂອງວັນດຽວກັນ.\
ไม่มีความคิดเห็น: