ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ຈັດພິທີບາສີສູ່ຂວັນປີໃໝ່ລາວ
ພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດພິທີບາສີສູ່ຂວັນ ສ້າງສີລິມຸງຄຸນ ຕອນຮັບປີໃໝ ພສ
256 ຄສ2026 ໃນບັນຍາກາດດ້ອຍຄວາມຄຶກຄື້ນມ່ວນຊື່ນທີ່ສະເຫຼີມສະຫຼອງບຸນປີໃໝ່ລາວທີ່ກຳລັງຈະມາເຖີງນີ້້.
ໃນຕອນເຊົ້າຂອງວັນທີ 10 ເມສາ 2026 ນີ້, ທີ່ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີຂອງລາວ, ເນື່ອງໃນໂອກາດບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພສ 2568 ແລະ ຕອນຮັບປີໃໝ່ປີ ພສ2569 ດ້ວຍຄວາມຄຶກຄື້ນເບີກບານມວ່ນຊື່ນພາຍໃນງານຄັ້ງນີ້ນຳພາໂດຍທ່ານ ປອ ສຸນັນທາ ຈຸນລະມຸນຕີ ກໍາມະການພັກແຂງ, ເລຂາພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ມີບັນດາຄະນະພະແນກ, ຄະນະຂະແໜງ, ພະນັກງານ, ພະແນກການອ້ອມຂ້າງ, ນັກທຸລະກິດ ທີ່ເຂົ້າຮ່ວມ
ຫຼັງຈາກນັ້ນ, ກໍ່ໄດ້ມີການບາສີສູ່ຂວັນ , ຜູກແຂນໃຫ້ອ່ວຍພອນປີໃໝ່ ແລະ ຫົດສົງນໍ້າຫອມໃຫ້ພະນັກງານບໍານານ, ຄະນະພະແນກ ແລະ ຄະນະຂະແໜງ, ກອງ, ສູນ ແລະ ຕົວແທນຈາກພາກສ່ວນຕ່າງໆດ້ວຍນໍ້າຫອມເຊີ່ງກັນ ແລະ ກັນຕາມຮີດຮອງປະເພນີ ຢ່າງເບີກບານມວນຊື່ນ ແລະ ດຕັມໄປດ້ວຍຄວາມໜາຍຄວາມສຳຄັນ.
ไม่มีความคิดเห็น: