ຄະນະພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງ ສະຫວັນນະເຂດ ເຂົ້າອວຍພອນປີໃໝ່ລາວ ການນຳແຂວງ
.jpeg)

ຄະນະພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ສະຫວັນນະເຂດ ເຂົ້າອວຍພອນປີໃໝ່ລາວ ພສ 2569 ການນຳແຂວງ.
ເນື່ອງໃນໂອກາດປີໃໝ່ລາວ ພສ 569 ທີ່ຈະມາເຖີງນີ້, ທ່ານ ປອ ສຸນັນທາ ຈຸນລະນີ ຫົວໜ້າພະແນກກະສິກຳ ແລະ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ, ແລະ ທ່ານ ແສນສັກ ພິມວົງສາ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ
ໃນໂອກາດນີ້, ທ່ານ
ແລະ ຄະນະ ໄດ້ສະແດງຄວາມຮັກແພງ ແລະ ອວຍພອນໄຊອັນປະເສີດໃຫ້ແກ່ການນຳແຂວງທັງສອງທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ, ຄວາມຈະເລີນ
ພ້ອມທັງປະສົບຜົນສຳເລັດໃນພາລະກິດວຽກງານຕ່າງໆໃນປີໃໝ່.
ພອ້ມກັນນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ, ແລະ ທ່ານ ແສນສັກ ພິມວົງສາ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ກໍ່ໄດ້ຂອບໃຈຕໍ່ຄະນະທີ່ເຂົ້າມາອ່ວຍພອນ ແລະ ອ່ວຍພອນກັບຄືນໃຫ້ຄະນະມີຈົ່ງມີສຸຂະພາບແຂງແຮງ, ຄວາມສຸກ, ສົມຫວັງໃນທຸກປະການ ຕະຫຼອດປີໃໝ່ນີ້ດ້ວຍ.\
ไม่มีความคิดเห็น: