ພະແນກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ລົງຊຸກຍູ້ວຽກງານການເຄື່ອນໄຫວທີ່ເມືອງ ເຊໂປນ, ນອງ ແລະ ພີນ

 

          ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງສະຫວັນນະເຂດ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງ ເຊປນ, ເມືອງນອງ ແລະ ເມືອງພີນ.


ໃນລະຫວ່າງວັນທີ 27-29 ເມສາ 2026  ທີ່ເມືອງ ເຊປນ, ເມືອງນອງ ແລະ ເມືອງພີນ, ທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດ( ສສຊ)ຊຸດທີ X ປະຈຳເຂດເລືອກຕັ້ງ ທີ 13 ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າຂະແໜງການຕ່າງໆທີ່ກ່ຽວຂ້ອງຮ່ວມຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງ ເຊປນ, ເມືອງ ນອງ ແລະ ເມືອງພີນ.

ໃນໂອກາດລົງຕິດຕາມຄັ້ງນີ້, ທ່ານ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໃຫ້ທັງ 2 ເມືອງ: ເມືອງເຊປນ, ເມືອງ ນອງ ເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດວຽກດັ່ງນີ້:

1.    ວຽກງານການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ , ພຊະນາການ ຕິດພັນກັບການສະຫຼູບສັງລວມ ການຜະລິດລະດູແລ້ງ ແລະ ແຜນການຜະລິດລະດູຝົນປີ 2026.

2.    ວຽກງານການຜະລິດເປັນສິດຄ້າ ແລະ ປຸງແຕ່ງກະສິກຳຕິດພັນກັບການກຳນົດພຶດ-ສັດ ບູລິມະສິດໃນການສົ່ງເສີມເຊັ້ນ: ໄມ້ວິກ, ຢາງພາລາ, ກ້ວຍ, ບໍສາ, ກະເຈັບແດງ, ໄມ້ໃຫ້ໜາກ, ລ້ຽງສັດໃຫ່ຍ(ງົວ, ຄວາຍ), ໝູ, ແບ້...

3.    ວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ ສຸມໃສ່ຕ້ານສະກັດກັ້ນການບຸກລຸກຕັດໄມ້ທຳລາຍປ່າ, ຖາງປ່າ, ຈູດປ່າເຮັດໄຮ່, ລັດລອບລ່າສັດ, ຕັດໄມ້ຕິດພັນກັບການຄອຍບຄອງຮງງານປຸ່ງແຕ່ງໄມ້ ແລະ ຮງງານເີນີເຈີ້.

4.    ວຽກງານຈັດສັນ ແລະ ຄຸ້ມຄອງທີ່ດິນສຸມໃສ່ການຂື້ນທະລຽນອອກໃບຕາດິນເປັນລະບົບ ແລະ ສຳຫຼວດຈັດສັນອອກສິດນໄຊ້ທີ່ດິສາມປະເພດປ່າໃຫ້ສຳເລັດ(ເມືອງນອງ22ບ້ານ ແລະ ເມືອງ ເຊປນ 19 ບ້ານ).

5.    ວຽກງານຄຸ້ມຄອງຊັບພະຍາກອນນໍ້າ ດຍເລັ່ງສົມທົບກັບຂະແໜງຊົນລະປະທານ ໃນການສຳຫຼວດແຫຼ່ງນໍ້າທີ່ມີເງື່ອນໄຂສ້າງຝາຍ, ລະບົບຊົນນະປະທານເພື່ອຮັບໃຊ້ການຜະລິດ.

6.    ວຽກງານຄຸ້ມຄອງສີ່ງແວດລ້ອມ ສຸມໃສ່ການຄຸ່ມຄອງ ແລະ ກໍາຈັດຂີ້ເຫື່ຍອໃນເມືອງ ແລະ ຕິດພັນບັນຫາສີ່ງແວດລ້ອມຂອງຮງຈັກຮງງານ, ບໍລິສັດຕ່າງໆ.

7.    ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສຸມໃສ່ສ້າງປະຖົມປັດໃຈໃນການສ້າງເມືອງ ເຊປນ, ເມືອງນອງ ຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ2027 ແລະ ປີ2029 ຕາມ9 ມາດຖານ ຂອງເມືອງພົ້ນທຸກ ແລະ 8ມາດຖານ ຂອງບ້ານພົ້ນທຸກ ແລະ 6 ມາດຖານຂອງຄອບຄົວພົ້ນທຸກ.

8.    ວຽກງານພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄາວມເຂັ້ມແຂງໃຫ້ຂະແໜງກະສິກຳ ແລະ ສີ່ງແວດລ້ອມດຍເລັງໃສ່ການສ້າງພະນັກງານກັບທີ່, ຝືກອົບຮົມໄລຍະສັ້ນ, ໄລຍະຍາວ(ປູກ,ລ້ຽງ)ເອົາລູກຫຼານປະຊາຊົນໄປຮຽນວິຊາສະເພາະເພື່ອກັບຄືນພັດທະນາທ້ອງຖີ່ນຕົນເອງ, ຫັນພະນັກງານລົງເມືອງລົງຕາແສງເພື່ອນຳພາປະຊາຊົນປູກຟັງ ແລະ ລ້ຽງສັດ.

    ຈາກນັ້ນ, ທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ທັງເປັນສະມາຊິກສະພາແຫ່ງຊາດ( ສສຊ)ຊຸດທີ X ປະຈຳເຂດເລືອກຕັ້ງ ທີ 13 ຍັງໄດ້ມອບຄອບພິວເຕີ້ນດບຸກ, ຢາສັກວັກສິນ,ກ້ອນແຮ່ທາດ ແລະ ອຸປະກອນສັດຕະວະເພດຈຳຮນວນໜື່ງໃຫ້ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງ ເຊປນ, ຈາກນັ້ນ, ທ່ານ ຍັງໄດ້ຢ້ຽມຢາມປະຊາຊົນຜູ້ທີ່ຖືຊ້າງປ່າທຳຮ້າຍໃນຄັ້ງວັນທີ25 ເມສາ 2026 ທີ່ປິນປົວຢູ່ ເມືອງພີນ ພ້ອມໄດ້ມອບເງິນຈຳນວນໜື່ງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຊ້າງທຳຮ້າຍ ແລະ ຄະນະເພດເພື່ອ ລວມມູນຄ່າ 5.5000.000 ກີບ.


ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.