ກອງປະຊຸມປືກສາຫາລືວຽກງານເຊື່ອມໂຍງແຜນຍງແຜນການ ແລະ ແຜນງົບປະມານ
ກອງປະຊຸມປືກສາຫາລືວຽກງານເຊື່ອໂຍງແຜນການ ແລະ ແຜນງົບປະມານຕິດພັນກັບວຽກງານດ່ນດ່ຽງສະບຽງອາຫານ
ຫຼັງຈາກທ່ານ ແກ້ວອຸດອນ ສຸລິຍະ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ກ່າວເປີດກອງປະຊຸມແລ້ວ ທ່ານ ກີນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ, ກົມແຜນການໃນການຮ່ວມມື ໄດ້ມີຄຳເຫັນຕໍ່ກ້ອງປະຊຸມ: ກອງປະຊຸມໃນຄັ້ງນີ້ແມ່ນເພື່ອປືກສາຫາລື ໃນການຊຸກຍູ້ ສ້າງແຜນພັດທະນາກະສິກຳ ແລະ ສີ່ງແວດລ້ອມ
ຈາກນັ້ນຕ່າງໜ້າໃຫ້ກົມແຜນການ ແລະ ການຮ່ວມມື ໄດ້ນຳສະເໜີ:
- ການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ສີ່ງແວດລ້ອມ ໃນໄລຍະ5 ປີ ຜ່ານມາ 2021-2025 ແລະ ກຳນົດທິດທາງແຜນການຕໍ່ໜ້າແຜນວຽກງານຈຸດສຸມ 5 ປີ ຕໍ່ໜ້າ(2026-2030).
- ການສະຫຼຸບຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ສີ່ງແວດລ້ອມປະຈຳປີ2026.
- ການດຸ່ນດ່ຽງຄໍ້າປະກັນສະບຽງອາຫານພາຍໃນແຂວງ.
- ຕີລາຄາ ຂໍ້ສະດວກ, ຂໍ້ຫຸຍ້ງຍາກ ແລະ ບົດຮຽນຖອດຖອນມາໄດ້.
- ນໍາສະເໜແຜນການດຸ່ນດ່ຽງຄໍ້າປະກັນສະບຽງອາຫານແຫ່ງຊາດ
ກອງປະຊຸມແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ ແລະ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ແລກປຽ່ນຖອກຖອນບົດຮຽນນຳກັນຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ກອງປະຊຸມໄດ້ປິດລົງໃນເວລາ11:45 ນາທີ ຂອງວັນທີດຽວກັນ.\
ไม่มีความคิดเห็น: