ມະຫາວິທະຍາໄລສະຫວັນນະເຂດ ເຊັນບົດບັນທືກການຮ່ວມມືດ້ານວິຊາການ ກັບ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ.


       ມະຫາວິທະຍາໄລສະຫວັນນະເຂດ ເຊັນບົດບັນທຶກການຮ່ວມມືດ້ານວິຊາການ ກັບພະແນກກະສິກຳ ແລະສິ່ງແວດລ້ອມແຂວງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ຄະນະກະເສດສາດ ແລະສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ(ມຂ) ກັບ ພະແນກກະສິກຳ ແລະສິ່ງແວດລ້ອມແຂວງ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2026 ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະສິ່ງແວດລ້ອມແຂວງ ສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມແຂວງ ແລະທ່ານ ອຈ.ປອ ອິນຕາ ຈັນທະວົງ ຮັກສາການແທນຮອງຫົວໜ້າຄະນະວິຊາກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ(ມຂ), ມີຄະນະນຳຈາກທັງສອງພາກສ່ວນເຂົ້າຮ່ວມ.

    ທ່ານ ອຈ.ປອ ອິນຕາ ຈັນທະວົງ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈຸດປະສົງຫຼັກກໍ່ເພື່ອທີ່ຈະພັດທະນາການຮ່ວມມືທາງດ້ານວິຊາການ, ການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິໄຈ ແລະ ການກິດຈະກຳຕ່າງໆຮ່ວມກັນໃຫ້ເກີດປະໂຫຍດສູງສຸດ ເຊິ່ງການຈັດທຳບົດບັນທຶກສະບັບນີ້ຈະກາຍເປັນບ່ອນອີງໃນການຮ່ວມມືລະຫວ່າງ (ມຂ) ກັບ ພະແນກກະສິກຳ ແລະສິ່ງແວດລ້ອມແຂວງ ໃນແຕ່ລະໄລຍະ, ຈະເປັນການອຳນວຍຄວາມສະດວກໃຫ້ແກ່ການພັດທະນາຮ່ວມກັນທາງດ້ານວິຊາການ, ການວິເຄາະ-ວິໄຈບັນຫາ, ສະພາບການປູກພືດ, ລ້ຽງສັດ, ສິ່ງແວດລ້ອມ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໃນນີ້, ທັງສອງຝ່າຍຈະຊຸກຍູ້ການເຄື່ອນໄຫວດັ່ງນີ້: ການຮ່ວມມືທາງດ້ານວິຊາການ ແລະ ການຄົ້ນຄວ້າວິໄຈກ່ຽວກັບພືດ, ສັດ, ສິ່ງແວດລ້ອມ ແລະ ປ່າໄມ້, ການຈັດກິດຈະກຳຝຶກອົບຮົມ, ສຳມະນາ ແລະ ໂຄງການພັດທະນາຄວາມຮູ້ແກ່ບຸກຄະລາກອນ, ແລກປ່ຽນຂໍ້ມູນຂ່າວສານ, ວິຊາການ ແລະ ເຕັກໂນໂລຊີ, ການບັນຍາຍຄວາມຮູ້ ແລະ ຄຳປຶກສາດ້ານວິຊາການແກ່ນັກສຶກສາ ລວມເຖິງການສະໜັບສະໜູນ ແລະ ໃຫ້ໂອກາດນັກສຶກສາຝຶກປະສົບການ, ຝຶກງານ ຫຼືເຂົ້າຮ່ວມໂຄງການ. 

    ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ມີ ທ່ານ ແກ້ວອຸດອນ ສຸລິຍະ ແລະ ທ່ານ ອຈ.ປອ ອິນຕາ ຈັນທະວົງ  ໂດຍມີຄະນະຂອງທັງສອງຝ່າຍເຂົ້າຮ່ວມ./.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.