ກອງປະຊຸມ ຝືກອົບຮົມການນຳໄຊ້ ລະບົບຖານຂໍ້ມູນ LCIS ພ້ອມທັງແລກປ່ຽນຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນ ແຂວງສະຫວັນນະເຂດ.

 


            ກອງປະຊຸມ ຝືກອົບຮົມການນຳໄຊ້ ລະບົບຖານຂໍ້ມູນ LCIS ພ້ອມທັງແລກປ່ຽນຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນ ແຂວງສະຫວັນນະເຂດ.

ໃນວັນທີ 17-19 ມິຖຸນາ 2026  ຢູ່ທີ່ສະມສອນພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ , ໄດ້ຈັດກອງປະຊຸມ ຝືກອົບຮົມການນຳໄຊ້ ລະບົບຖານຂໍ້ມູນ LCIS ພ້ອມທັງແລກປ່ຽນຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນ ທີ່ແຂວງສະຫວັນນະເຂດ.ດຍໃຫ້ກຽດເປັນປະທານຂອງທ່ານ  ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ພ້ອມດ້ວຍບັນດາທ່ານ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ພະແນກການອ້ອມຂ້າງແຂວງ, ແລະ ວິຊາການແຕລະຂະແໜງ

 ໃນພິທີ, ທ່ານ  ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ:

-       ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ ໃນການນຳໄຊ້ລະບົບຖານຂໍ້ມູນການຂື້ນບັນຊີຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດ(LCIS) ເຂົ້າໃນການຄຸ້ມຄອງຄງການເຊົ່າ ແລະ ສຳປະທານທີ່ດິນ ຢູ່ຂະແໜງຂອງຕົນ.

-       ເພື່ອເຮັດໃຫ້ຂໍ້ມູນຢູ່ໃນລະບົບຖານຂໍ້ມູນ LCIS ມີຄວາມແທບເໜາະກັບສະພາບຄວາມເປັນຈີງ ແລະ ຄົບຖ້ວນ ແລະ ເຮັດໃຫ້ລະບົບໃນຖານຂໍ້ມູນ LCIS ໄດ້ຮັບປັບປຸງຢ່າງເປັນລະບົບ ແລະ ຕໍ່ເນື່ອງ.

-       ເພື່ອເຮັກໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງມີຄວາມສາມາດນຳໃຊ້ຂໍ້ມູນຢູ່ໃນລະບົບຖານຂໍ້ມູນ LCIS ເຂົ້າໃນການເຮັດລາຍງານ ແລະ ວິເຄາະຂໍ້ມູນພື້ນຖານ ເພື່ອເປັນບອນອີງ ແລະ ຕິດຕາມກວດກາຄງການລົງທືນ, ວາງແຜນ ແລະ ນະຍບາຍ.

ໃນກອງປະຊຸມ, ທ່ານ ນາງ ສຸພາລັກ ລໍຄຳທີ ຕ່າງໜ້າໃຫ້ພະແນກຄຸ້ມຄອງການລົງທືນ ໄດ້ຂື້ນນຳສະເໜີພາບລວມຂອງຄງການ ຊີວິດຈາກດິນ( LFL).

ຕ່າງໜ້າໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ນຳພາຜູ້ເຂົ້າຮ່ວມນຳໃຊ້ ລະບົບຖານຂໍ້ມູນLCIS ຕາ

ທ່ານ ນ.ບົວສອນ ຮຸ່ງນະພາ CDE ໄດ້ຂື້ນນຳສະເໜີ ຊ່ອງຫວ່າງດ້ານຂໍ້ມູນຢູ່ໃນລະບົບຖານ LCIS

ທ່ານ ສຸພາພອນ ພະທິດມີໄຊ CDE ໄດ້ນຳສະເໜີດັ່ງນີ້:

-  ວົງຈອນການໄຫຼວຽນຂໍ້ມູນ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການໃນການປັບປຸງລະບົບ LCIS

- ກວດຂອບເຂດຕອນດິນ ແລະ ປັບປຸງຂອບເຂດເນື້ອທີ່ນຳໃຊ້.

- ກວດຂອບເຂດຕອນດິນ ແລະ ປັບປຸງຂອບເຂດເນື້ອທີ່ນຳໃຊ້.

ທ່ານ ນ. ສຸພາລັກ ລໍຄຳທິ ກະຊວງກະຊິກຳ ແລະ ສີ່ງແວດລ້ອມ ໄດ້ນຳສະເໜີທຳຄວາມເຂົ້າໃຈນິຍາມ ຂອງບັນດາຄຳສັບໃນລະບົບຖານຂໍ້ມູນLCIS ເຊັ່ນ: ຄງການ, ປະເພດຄງການທີ່ປ້ອນເຂົ້າຖານຂໍ້ມູນ, ເນື້ອທີ່, ສະຖານະພາບ ແລະ ອື່ນໆ.

ຈາກນັ້ນ, ກອງປະຊຸມກໍ່ໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການ ແລະ ໄດ້ແບ່ງເປັນກຸ່ມຍ່ອຍຄື:

- ລາຍງານຜົນການເຮັດວຽກກຸ່ມຍ່ອຍ: ການກວດກກາຂໍ້ມູນ, ການປ້ອນຂໍ້ມູນ, ບັນຫາ

- ກວດຂໍ້ມູນທີ່ກົງກັນລະຫວ່າງຂະແໜງການ.

-.ປ້ອນຄງການໃໝ່ໃຫ້ເຂົ້າຖານLCISທັງໝົດ

- ສືບຕໍ່ປັບປຸງຂໍ້ມູນຂອງຂະແໜງການ.

ກອງປະຊຸມກໍ່ໄດ້ສີ້ນສຸດລົງໃນເວລາ11:45 ນາທີ ຂອງວັນ19 ມິຖຸນາ 2028.\

 

 

 

 

 

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.