ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ຈັດພິທີປູກຕົ້ນໄມ້ແຫ່ງຊາດ, ວັນສີ່ງແວດລ້ອມໂລກ, ວັນສີ່ງແວດລ້ອມແຫ່ງຊາດ ແລະ ວັນເດັກນ້ອຍສາກົນ



        ພິທີ ວັນເປີດລະດູການ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ , ວັນສີ່ງແວດລ້ອມໂລກຄົບຮອບ 53 ປີ ແລະ ວັນສີ່ງແວດລ້ອມແຫ່ງຊາດຄົບຮອບ27  ແລະ ວັນເດັກນ້ອຍສາກົນ ປະຈຳປີ 2026.

ໃນຕອນເຊົ້າ 7 ໂມງ ຂອງວັນທີ 1 ມີຖຸນາ 2026 ພະແນກກະສິກ  ແລະ ສີ່ງແວດລ້ອມແຂວງສະຫວັນນະເຂດ ຮ່ວວມກັບອົງການປົກຄອງນະຄອນໄກສອນພົມວິຫານ ໄດ້ຈັດພິທີ ວັນເປີດລະດູການ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ , ວັນສີ່ງແວດລ້ອມໂລກຄົບຮອບ 53 ປີ, ວັນສີ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ  ແລະ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ປະຈຳປີ 2026 ຢູ່ທີ່ບໍລິເວນສວນສາທາລະນະເຂດກັນເຈື່ອນແຄມຂອງ  ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາການນຳຂັ້ນແຂວງ, ນະຄອນ,  ເມືອງ, ກົງສູນໃຫ່ຍ ສສ ຫວຽດນາມ, ກົງສຸນໃຫ່ຍຣາຊະອະນາຈັກໄທ, ພະແນກອ້ອມຂ້າງ ແລະ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ພ້ອມຄະນະ, , ຫ້ອງການກະສິກຳ ແລະ ສີ່ງແວດລ້ອມ ນະຄອນ ພະນັກງານ- ລັດຖະກອນ, ຕະຫຼອດຮອດປະຊາຊົນ, ນ້ອງນ້ອຍເຍົາວະຊົນ, ຊາວໝຸ່ມ, ເຂົ້າຮ່ວມຢ່າງພ້ອມພຽງ.


    ໃນພິທີ,  ທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ ເລຂາຮາກຖານ,  ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຕ່າງໜ້າຄະນະຮັບຜິດຊອບ ກ່າວລາຍງານຫຍໍ້ການຫ້າງຫາກະກຽມໃນການຈັດການປູກຕົ້ນໄມ້ ປີ 2026 ແລະ ຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງແຂວງ ເຊີ່ງວ່າ: ພັກ ແລະ ລັດ ໄດ້ ກໍານົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ 1980 ເປັນຕົ້ນມາ ໂດຍສະພາລັດຖະມົນຕີ ໄດ້ອອກ ມະຕິຕົກລົງ ສະບັບເລກທີ 48/ສພລຖ, ລົງວັນທີ 9 ກຸມພາ 1980  ຊຶ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຂອງ ສປປ ລາວ ໂດຍມີຈຸດປະສົງ ເພື່ອແນໃສ່ ປູກຈິດສຳນຶກໃຫ້ແກ່ ອະນຸຊົນ ແລະ ເຍົາວະຊົນ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າໄມ້, ທັງເປັນການ ປຸກລະດົມ ທົ່ວປວງຊົນ ເຂົ້າຮ່ວມໃນການ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ເຮັດໃຫ້ປ່າໄມ້ ມີຄວາມອຸດົມສົມບູນ ໃຫ້ກາຍເປັນທ່າແຮງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດ ສີຂຽວ ແລະ ຍືນ​ຍົງ, ຜ່ານການຈັດຕັ້ງປະຕິບັດ ວຽກງານປູກໄມ້ ຢູ່ແຂວງສະຫວັນນະເຂດ ໃນໄລຍະຜ່ານມາ ເຫັນວ່າ ເນື້ອທີ່ປູກໄມ້ ໄດ້ມີທ່າຂະຫຍາຍຕົວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຈາກ 22.000 ເຮັກຕາ ໃນປີ 2000  ມາເປັນ 70.000 ເຮັກຕາ ໃນປີ 2025 ແລະ ມາຮອດຮອດປັດຈຸບັນ ເນື້ອທີ່ປູກໄມ້ໃນທົ່ວແຂວງ ໄດ້ເພີ່ມຂຶ້ນເປັນ 92.000 ກວ່າເຮັກຕາ. ໃນນັ້ນ, ການລົງທຶນ ຂອງພາກເອກະຊົນ ກວມ ເກີນກວ່າ 90%, ປະຊາຊົນ ກວມ ປະມານ 7%, ແລະ ລັດ ປະມານ 3% ຕາມລໍາດັບ; ສໍາລັບ ຊະນິດພັນໄມ້ ທີ່ປູກເປັນສ່ວນຫຼາຍ ແມ່ນ: ໄມ້ຢາງພາລາ (29%), ໄມ້ວິກ (75%), ໄມ້ກະຖິນນະລົງ (5%), ສ່ວນທີ່​ຍັງເຫຼືອ ເປັນຊະນິດພັນໄມ້ ພື້ນເມືອງ ແລະໄມ້ໃຫ້ໝາກ ອື່ນໆ.

ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ໃນທົ່ວແຂວງສະຫວັນນະເຂດ ໃຫ້ເປັນຂະບວນຟົດຟື້ນ, ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ຫາບັນດາ ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ ເພື່ອການສ້າງຂະບວນການປູກຕົ້ນໄມ້ ຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະເມືອງ. ພິເສດ ໄດ້ອອກແຈ້ງການ ເຖິງບັນດາເມືອງ ຕາມສາຍທາງເລກ 9 ເພື່ອໃຫ້ປູກໄມ້ວິກ ລຽບຕາມເສັ້ນທາງເລກທີ 9 ເພື່ອຄວາມສວຍງາມ ແລະ ເປັນສິນຄ້າ, ເວົ້າລວມແລ້ວ ໃນປີ 2026 ນີ້, ພະແນກ ກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ມີແຜນສູ້ຊົນ ເກັບແກ່ນໄມ້ໃຫ້ໄດ້ 1.860 ກິໂລ, ກ້າເບ້ຍໄມ້ໃຫ້ໄດ້ 2.400.000ເບ້ຍ, ປູກໄມ້ໃຫ້ໄດ້ 10.245 ເຮັກຕາ ແລະ ຟື້ນຟູປ່າ ຈໍານວນ 41.114 ເຮັກຕາ

ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ວັນເດັກນ້ອຍ ສາກົນ ປະຈໍາປີ 2026 ນີ້, ບົນພື້ນຖານ ການຊີ້ນໍາ ຂອງການນໍາສູງສຸດຂອງແຂວງ, ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບ ອົງການປົກຄອງ ນະຄອນໄກສອນ ພົມວິຫານ ໄດ້ພ້ອມກັນຫ້າງຫາກະກຽມຈັດພິທີ ປູກຕົ້ນໄມ້ຂຶ້ນ ໂດຍໄດ້ກໍານົດເອົາສະຖານທີແຫ່ງຊາດ ເປັນບ່ອນຈັດພິທີ. ເຊິ່ງການປູກໄມ້ ຂອງພວກເຮົາໃນເທື່ອນີ້ ແມ່ນປູກໄມ້ຕົ້ນໃຫຍ່ ຈໍານວນ 50 ຕົ້ນ ເພື່ອເປັນການເປີດສາກ ຂະບວນການປູກໄມ້ປະຈຳປີ, ຊຶ່ງປະກອບມີໄມ້ 8 ຊະນິດ ຄື:  ຕົ້ນໄຮ 23 ຕົ້ນ, ຕົ້ນໄມ້ດູ່ 15 ຕົ້ນ, ຕົ້ນຈານ 5 ຕົ້ນ, ຕົ້ນກະໂດນນໍ້າ 2ຕົ້ນ, ຕົ້ນກະໂດນໂຄກ 1 ຕົ້ນ, ຕົ້ນຄູນ 1 ຕົ້ນ, ຕົ້ນເດື່ອ 1 ຕົ້ນ ແລະ ຕົ້ນກາກະເລົາ 2 ຕົ້ນ. ສ່ວນທີ່ໆຍັງເຫຼືອ ທາງຂະແໜງການ, ອົງການປົກຄອງນະຄອນ ຈະປຶກສາຫາລື ແລະ ດໍາເນີນການປູກຕື່ມອີກ.


      ພ້ອມກັນນີ້, ທ່ານ ບຸນສີ ຂຸນນະເສນ ປະທານກຳມະການປົກຄອງນະຄອນໄກສອນພົມວິຫານ ໄດ້ກ່າວເປີດພິທີລະດູການປູກຕົ້ນໄມ້- ຟື້ນຟູປ່າ, ວັນເດັກນ້ອຍສາກົນ ແລະ ວັນສີ່ງແວດລ້ອມ ປະຈຳປີ 2026 ຢ່າງເປັນທາງການ.

ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳຂັ້ນສູງ ມອບຂອງຂັວນໃຫ້ຫຼານນ້ອຍນັກຮຽນ ເນື່ອງໃນໂອກາດວັນເດັກນ້ອຍສາກົນ.

            ໃນພິທີຄັ້ງນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກເລຂາພັກແຂວງ ປະທານສະພາປະຊາຊົນແຂວງແລະ ບັນດາທ່ານການນຳຂັ້ນສູງ ພ້ອມດ້ວຍແຂກຖືກເຊີນທຸກພາກສ່ວນຕະຫຼອດເຖີງນ້ອງນັກຮຽນ, ປະຊາຊົນ ໄດ້ພ້ອມກັນຢ່າງເພື່ອສຸຂະພາບ ແລະ ຮ່ວມກັນປູກຕົ້ນໄມ້ໃຫ່ຍຢູ່ທີ່ບໍລິເວນສວນສາທາເຂດກັນເຈື່ອນແຄມຂອງຕາມຈຸຸດຕ່າງໆທີ່ກໍານົດໄວ້ເຊີ່ງພິທີໄດ້ດຳເນີນໄປດ້ວຍບັນຍາການເບີກບ້ານມ່ວນຊື່ນ ແລະ ຟົດຟື້ນ.

ພິທີໄດ້ປິດລົງຢ່າງເປັນທາງການໃນເວລາ 10:15 ນາທີຂອງວັນດຽວກັນ.\



ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.