ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ເປີດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ ແລະ ເລື່ອນສໍາມະຊິກພັກສຳຮອງ ເປັນສະມາຊິກພັກສົມບູນ
ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ
ແລະ ເລື່ອນສໍາມະຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຂອງ 6 ໜ່ວຍພັກ.
ຕອນເຊົ້າຂອງວັນທີ 05 ມີຖຸນາ 2026 ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສະຫວັນນເຂດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ ແລະ ເລື່ອນສໍາມະຊິກພັກສຳຮອງ ເປັນສະມາຊິກພັກສົມບູນຂອງ 6 ໜ່ວຍພັກ ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນເຂດ ໂດຍການປະທານຂອງ ສະຫາຍ ນາງ ອໍລະວັນ ສາມາດມະນີວົງ, ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ມີບັນດາສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ 06 ໜ່ວຍພັກ ແລະ ຕ່າງໜ້າສະຫາຍຄະນະໜ່ວຍພັກອ້ອມຂ້າງ , ຕາມໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ນ. ປານທິບ ຣາຊຈັກ ເລຂາໜ່ວຍພັກຂະແໜງ ຊັບພະຍາກອນນຳ້, ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະບັບເລກທີ 286/ຄປພຂ, ລົງວັນທີ 26 ມີນາ 2026 ພ້ອມທັງອະທິບາຍທຸງຊາດ-ທຸງພັກໃຫ້ແກ່ສະມາຊິກພັກໃໝ່ ແລະ ຍັງໄດ້ມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ແກ່ມະຫາຊົນກ້າວເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ.
ຕໍ່ມາ, ສະຫາຍ ສີສະອາດ ຣາຊະພົນ ເລຂາໜ່ວຍພັກຂະແໜງປູກຝັງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ສະບັບເລກທີ 313/ຄປພຂ, ລົງວັນທີ 26 ມີນາ 2026, ສະບັບເລກທີ 314/ຄປພຂ, ລົງວັນທີ 26 ມີນາ 2026, ສະບັບເລກທີ 315/ຄປພຂ, ລົງວັນທີ 26 ມີນາ 2026, ສະບັບເລກທີ 316/ຄປພຂ, ລົງວັນທີ 26 ມີນາ 2026, ສະບັບເລກທີ 317/ຄປພຂ, ລົງວັນທີ 26 ມີນາ 2026 ແລະ ສະບັບເລກທີ 331/ຄປພຂ, ລົງວັນທີ 26 ມີນາ 2026 ພ້ອມທັງມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ແກ່ສະຫາຍສະມາຊິກພັກທີ່ໄດ້ຮັບອະນຸມັດເລື່ອນສະມາຊິກພັກສົມບູນ.
ໃນຕອນທ້າຍຂອງພິທີ ສະຫາຍ ນາງ ອໍລະວັນ ສາມາດມະນີວົງ ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ເນັ້ນໜັກບາງຄໍາຕໍ່ສະມາຊິກພັກ ເຊີ່ງວ່າ: ພັກປະຊາຊົນລາວກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ ແລະ 3 ທິດນໍາ, ຂໍ້ຫ້າມຂອງສະມາຊິກພັກ 11 ຂໍ້ຫ້າມ ແລະ ຮຽກຮ້ອງມາຍັງ ຄະນະໜ່ວຍພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ – ແນວຄິດ, ຍົກສູງຄວາມ ຮັບຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມສື່ສັດສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີ່ດີເດັ່ນ, ປອດໃສ ເຂັ້ມແຂງ ໜັກແໜ້ນ. ຫຼັງຈາກນັ້ນ ສະຫາຍສະມາຊິກພັກ ທີ່ໄດ້ຮັບອະນຸມັດເລື່ອນສະມາຊິກພັກສົມບູນ ກໍ່ໄດ້ຂື້ນຮັບຄຳໂອ້ວາດ ຈາກຄະນະພັກ ຂັ້ນເທິງ.
ພິທີກໍ່ໄດ້ສິ້ນສຸດໃນເວລາ11:25 ນາທີ ຂອງວັນທີດຽວກັນ.\
ไม่มีความคิดเห็น: