ຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ຈັດພິທີປາຖະກາຖາວັນສ້າງຕັ້ງສະຫະພັນແມ່ຍີງລາວ ຄົບຮອບ71 ປີວັນທີ 20 ກໍລະກົດ 1955

 


                ພິທີປາຖະກາຖາວັນສ້າງຕັ້ງສະຫະພັນແມ່ຍີງລາວ ຄົບຮອບ71 ປີວັນທີ 20 ກໍລະກົດ 1955

ໃນຕອນເຊົ້າເວລາ 8:00  ນາທີ ຂອງວັນທີ 14 ກໍລະກົດ 2026 ທີ່ຫ້ອງປະຊຸມ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຮາກຖານສະຫະພັນແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງໄດ້ຈັດພິທີປາຖະກາຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວ ຄົບຮອບ 71 ປີ( 20 ກໍລະກົດ 1955- 20 ກໍລະກົດ 2025), ໂດຍໃຫ້ກຽດເປັນປະທານ ແລະ ປາຖະກາຖາຂອງທ່ານ ນ ທີບພະພອນ ສີອັກສອນ ຮອງປະທານສະຫະພັນແມ່ຍີງແຂວງ, ເຂົ້ານ່ວມມີທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມພ້ອມດ້ວຍຄະນະຂະນະຂະແໜງ, ຄະນະສະຫະພັນແມ່ຍີງຮາກຖານ ແລະ ສາມາຊິກພາຍໃນຮາກຖານ

ໃນພິທີ, ທ່ານ ນາງ. ຈິດດາ ກິນດາວົງ ຮອງປະທານສະຫະພັນແມ່ຍີງຮາກຖານພະແນກໄດ້ຂື້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດໃຫ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍີງລາວ ວັນທີ 20 ກໍລິກົດ 2026 ຄົບຮອບ71 ປີ ສະບັບເລກທີ 68/ຄພ.ກສຂ, ລົງວັນທີ 1ກໍລະກົດ 2026.

ຫຼັງຈາກນັ້ນ, ທ່ານ.ນ ທີບພະພອນ ສີອັກສອນ ຮອງປະທານສະຫະພັນແມ່ຍີງແຂວງ ໄດ້ເລົ່າຄືນປະຫວັດຄວາມເປັນມາເຊີ່ງໄດ້ໃຫ້ຮູ້ວ່າ:

I.             ການກຳເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວ.

 ພາຍໃນຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງແນວລາວອິດສະຫຼະກໍຄືສູນກາງພັກປະຊາຊົນປະຕິວັດລາວໄດ້ປະກາດຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍີງຂັ້ນສູນກາງຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ທີ່ສຳນັກງານສູນການແນວລາວອິດສະຫຼະເຊີ່ງໃນເວລານັ້ນຕັ້ງຢູ່ແຄມຫວ້ຍນໍ້າໂສດ ເມືອງວຽງໃຊ ແຂວງຫົວພັນ ( ຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວປະຈຸບັນ)ໃນເວລານັ້ນການຈັດຕັ້ງແມ່ຍີງຢູ່ທ້ອງຖີ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

ຄະນະໜ່ວຍຄົ້ນຄວ້າວຽກງານແມ່ຍີງປະກອບມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄຳແພງ ບຸຜາ ເປັນກຳມະການ, ມີພະນັກງານຊ່ວຍວຽກຈຳນວນໜື່ງເຊັ່ນ: ທ່ານ ນາງ ຈັນເພັງ ພິມມະວັນທ່ານ ນາງ ສາຍແກ້ວ ກົມມະດຳ, ທ່ານ ນາງ ເພັດສະໜອນລາຊະສີມມາ ແລະ ທ່ານ ນາງ ຄຳແພງ ບຸຜາ ເປັນກຳມະການນາງຈັນເພັງ ພິມມະວັນທ່ານ ນາງ ສອນ....

ໜ່ວຍຄົ້ນຄວ້າວຽກງານແມ່ຍີງໄດ້ຮັບມອບໜາຍປະຕິບັດ 2 ໜ້າວຽກຄື:

1.    ຄົ້ນຄ້ວາຮ່າງກົດລະບຽບ, ໂຄງການດຳເນີນງານຂອງການຈັດຕັ້ງເປັນໜ່ວຍແມ່ຍີງໃນຂັ້ນຕໍ່ໄປ;

2.    ຄົ້ນຄ້ວາສະພາບໃນສັງຄົມລາວດຍສະເາພກ່ຽວກັບຮີດຮອງປະເພນີອັນເກົ່າແກ່ໜ້າຫຼັງ ທີ່ກົດໜ່ວງຄວາມກ້າວໜ້າຂອງແມ່ຍີງ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍີງ ແລະ ເດັກນ້ອຍທີ່ບໍ່ຄວນປະລະ ເພື່ອໂຄສະນາໃຫ້ປະຊາຊົນທົ່ວໄປໃຫ້ຮັບຮູ້, ພ້ອມທັງປຸກລະດົມຂົນຂວາຍແມ່ຍີງໃຫ້ມີຄວາມຕື່ນຕົວຢາກແກ້ໄຂສະພາບດ້ອຍອກາດຂອງຕົນເອງ ແລະ ບຸກບືນກ້າວຂື້ນ.

II.            ການດຳເນີນກອງປະຊຸມໃຫ່ຍ ຜູ້ແທນແມ່ຍີງທົ່ວປະເທດ ຄັ້ງທີ IX.

1.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ I

2.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ II

3.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ III

4.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ IV

5.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ V

6.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ VI

7.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ VII

8.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ VIII

9.    ກອງປະຊຸມໃຫ່ຍຜູ້ແທນແມ່ຍີງລາວທົ່ວປະເທດຄັ້ງທີ IX

ພິທີປະຖະກາຖາກໍ່ໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີຂອງວັນດຽວກັນ.


ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.