ກອງປະຊຸມປະສານງານຂັ້ນແຂວງ ກ່ຽວກັບ ການປັບປຸງຖານຂໍ້ມູນ ການເຊົ່າ ແລະ ສໍາປະທານທີ່ດິນ

 

        ກອງປະຊຸມປະສານງານຂັ້ນແຂວງ, ຝືກອົບຮົມ ແລະ ຊຸກຍູ້ດ້ານວິຊາການໃຫ້ແກ່ພະນັກງງານລັດຢູ່ຂັ້ນແຂວງ ໃນການນຳໃຊ້ ລະບົບຖານຂໍ້ມູນ LCIS ພ້ອມທັງແລກປ່ຽນຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ລະຫວ່າງ ຂະແໜງການທີ່ເປັນຄູ່ຮ່ວມງານຂອງຄງການ ຊີວິດຈາກດິນ.

ໃນວັນທີ 19 ພຶດສະພາ 2026  ຢູ່ທີ່ສະມສອນພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ , ດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ  ສຸພາລັກ ອາດບັນດິດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ  ສະຫວັນນະເຂດ ແລະ ທ່ານ ຍົມມະລາ ວໍລະຈິດ, ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ທັງເປັນຄະນະຊີ້ນໍາໂຄງການຊີວິດຈາກດິນ ພ້ອມດ້ວຍບັນດາທ່ານ ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າ ພະແນກ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

 ໃນພິທີ, ທ່ານ  ສຸພາລັກ ອາດບັນດິດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ວຽກງານການປັບປຸງຖານຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນ ຍັງສືບຕໍ່ຈັດຕັ້ງປະຕິບັດ ຊຶ່ງແຂວງ ສະຫວັນນະເຂດ ຂອງພວກເຮົາ ຖືວ່າເປັນແຂວງ ທີ່ເຮັດໃຫ້ລະບົບຖານຂໍ້ມູນ (LCIS) ກຳເນີດເກີດຂື້ນ ເນື່ອງຈາກວ່າ ລະບົບຖານຂໍ້ມູນດັ່ງກ່າວ ໄດ້ມາເຮັດທົດລອງ ໃນການນຳໃຊ້ ແລະ ປັບປຸງຖານ ຢູ່ແຂວງ ຂອງພວກເຮົາ ໃນຊ່ວງປີ 2020-2022 ພາຍໃຕ້ກອບຂອງໂຄງການໃນ K4D ໃນເມື່ອກ່ອນ. ນັ້ນມັນສະແດງເຖິງ ລັດຖະບານຍັງສືບຕໍ່ໃຫ້ຄວາມສຳຄັນ ຕໍ່ວຽກງານດັ່ງກ່າວ ພ້ອມດຽວກັນນັ້ນ ມັນກໍ່ຍັງສະແດງເຖິງ ສິ່ງທ້າທາຍ ຂອງວຽກງານຖານຂໍ້ມູນ ເຖິງແມ່ນວ່າພວກເຮົາໄດ້ຈັດຕັ້ງປະຕິບັດ ການສັງລວມຂໍ້ມູນ ໃນຊ່ວງ 5-6 ປີຜ່ານມາແລ້ວກໍ່ຕາມ ແຕ່ເຫັນວ່າມັນຍັງບໍ່ສຳເລັດ ແລະ ບໍ່ຄົບຖ້ວນ ຊຶ່ງມີຄວາມຈຳເປັນ ຕ້ອງໄດ້ສືບຕໍ່ສັງລວມ ແລະ ປັບປຸງຢ່າງເປັນລະບົບ ຕໍ່ເນື່ອງ.

ໃນກອງປະຊຸມ, ທ່ານ ນາງ ສຸພາລັກ ລໍຄຳທີ ຕ່າງໜ້າໃຫ້ພະແນກຄຸ້ມຄອງການລົງທືນ ໄດ້ຂື້ນນຳສະເໜີພາບລວມຂອງຄງການ ຊີວິດຈາກດິນ( LFL).

ທ່ານ ສຸນັນເຄນ ພະສິດ ຕ່າງໜ້າໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ຂື້ນນຳສະເໜີ ລະບົບຖານຂໍ້ມູນ(LCIS)  ແລະ ສາທິດການນຳໄຊ້

ທ່ານ ບຸນຖະໜອມ ເມກດາລາ ຮອງຫົວໜ້າພະແນກຮ່ວມມືສູນ CDE ໄດ້ຂື້ນນຳສະເໜີ ຊ່ອງຫວ່າງດ້ານຂໍ້ມູນຢູ່ໃນລະບົບຖານ LCIS

ທ່ານ ປອ ວົງ ນັນທະວົງ ຜູ້ປະສານງານ\ນັກຄົ້ນຄ້ວາອາວຸໂສ ໄດ້ນຳສະເໜີຜົນການວິເຄາະຂໍ້ມູນ ຈາກຖານຂໍ້ມູນ LCIS ເພື່ອເປັນຫຼັກຖານ ໃນການວາງແຜນ ແລະ ກຳນົກນະໂຍບາຍກ່ຽວກັບ ການເຊົ່າ ແລະ ສຳປະທານທີ່ດິນ.

ຈາກນັ້ນ, ກອງປະຊຸມກໍ່ໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນຢ່າງກົງໄປກົງມາເເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ໃນໂອກາດນີ້, ທ່ານ ຍົມມະລາ ວໍລະຈິດ, ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ທັງເປັນຄະນະຊີ້ນໍາໂຄງການຊີວິດຈາກດິນ ມີບາງຄໍາເຫັນແນະນໍາ ແລະ ເນັ້ນ ດັ່ງນີ້້ :

1. ຂໍຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໃຫ້ສືບຕໍ່ການປະສານສົມທົບ ແລະ ສະໜອງແລກປ່ຽນຂໍມູນໃນການປັບຖານຂໍ້ມູນເຂົ້າໃນລະບົບດັ່ງກ່າວເປັນຕົ້ນ: ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ, ຫ້ອງການຄະນະກໍາມະການສົ່ງ ແລະ ຄຸ້ມຄອງການລົງທືນແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກການເງິນ ແລະ ພະແນກສ່ວຍສາອາກອນ ໂດຍສະເພາະ ພວກເຮົາເຫັນໄດ້ທາງດ້ານຕົວເລກຂໍ້ມູນຂອງເສດຖະກິດພິເສດ ຕ້ອງໄດັ້ມີການສົມທຽບປຽບຮ່ວມນໍາກັນຕື່ມ ເພື່ອຮັບປະກັນໃນຄາດຄະເນລາຍຮັບ ໃຫັ້ຖືກກຕ້ອງສອດຄ່ອງຕາມຕົວຈິງ ແລະ ໃຫ້ກະກຽມ ຄວາມພັ້ອມ ທາງດ້ານບຸກຄະລາກອນກໍ່ຄືວິຊາການ ແລະ ຂ້້ມູນທີ່ຂະແໜງຂອງຕົນຮັບຜິດຊອບ ເພື່ອ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ກິດຈະກໍາຂອງໂຄງການ ຮ່ວມກັບທີມງານສູນກາງສໍາຄັນ ແມ່ນ ມອບຄວາມຮັບຜິດຊອບໃຫັ້ຖືກກັບວິຊາການ ແລະ ຂະແໜງການທີ່ຮັບຜິດຊອບນີ້ໂດຍກົງ

2. ຂໍສະເໜີການນໍາຂອງແຂວງໃຫ້ມີການແຕ່ງຕັ້ງເປັນທີມງານຄະນະຮັບຜິດຊອບຂັ້ນແຂວງ ໂດຍປະກອບ ມີຄະນະຊີ້ນໍາລວມ ແລະ ຈຸດປະສານງານຢ່າງຈະແຈ້ງໃນການແລກປ່ຽນ ແລະ ປັບປຸງຂ້້ມູນການເຊົ່າ-ສໍາປະທານທີ່ ດິນລັດ ເພື່ອປະກອບເຂົ້າໃນການຝືກອົບຮົມການນໍາໃຊ້ລະບົບ, ການປັບປຸງ ແລະ ປ້ອນຂ້້ມູນເຂົ້າໃນລະບົບ ພາຍຫຼັງກອງປະຊຸມກັບຄະນະປະສານງານຮ່ວມກັບແຂວງໃນມື້ນັ້ນ.

 3. ໃຫ້ບັນດາຂະແໜງການທີ່ກ່າວມາຂ້າງເທິງນັ້ນເປັນເຈົ້າການ ແລະ ເອົາໃຈໃສ່ໃນການປັບປຸງຂ້້ມູນການເຊົ່າ-ສໍາປະທານ ຢູ່ໃນລະບົບຖານຂໍ້ມູນ LCIS ໃຫ້ຄົບຖ້ວນ ແລະ ໃຫ້ຖືວ່າການປັບປຸງຂໍ້ມູນດັ່ງກ່າວ ເປັນວຽກປົກກະຕິຂອງຕົນ. ຖ້າພົບຂໍ້ຫຍຸ້ງຍາກອັນໃດແມ່ນໃຫ້ປະຊຸມປຶກສາຫາລືຮ່ວມກັນ ເພື່ອຊອກຫາທາງແກ້ໄຂ ແລະ ລາຍງານການຄະນະຊີ້ນຳ ແລະ ການນຳແຂວງຮັບຊາບ;

4. ສະເໜີໃຫ້ບັນດາພະແນກການເອົາໃຈໃສ່ສັງລວມຂໍ້ມູນ ທີ່ກ່ຽວຂ້ອງ ທີ່ກະແຈກກະຈາຍຢູ່ນຳຫຼາຍພາກສ່ວນ ລວມທັງບຸກຄົນ ມາເກັບກຳໄວ້ຢ່າງລວມສູນ ແລະ ໃຫ້ເປັນລະບົບດີຈີຕອນທັງໝົດ ເພື່ອປັອງກັນການສູນຫາຍ;

5. ສະເໜີໃຫ້ຫ້ອງວ່າການປົກຄອງແຂວງ ເປັນໃຈກາງອຳນວຍຄວາມສະດວກດ້ານການປະສານງານ ລະຫວ່າງ ຂະແໜງການຢູ່ຂັ້ນແຂວງຖ້າມີຄວາມຈຳເປັນ ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ກອງປະຊຸມກໍ່ໄດ້ສີ້ນສຸດລົງໃນເວລາ11:45 ນາທີ ຂອງວັນດຽວກັນ.\

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.