ກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງພາຍໃນແຂວງ ສະຫວັນນະເຂດ.

 

                 


            ກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງພາຍໃນແຂວງ ສະຫວັນນະເຂດ.                                                                                                        
 

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 28 ກໍລະກົດ  2025 ທີ່ຫ້ອງປະຊຸມ ພະແນກຊັບພະ

ຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດສຳລັບຂະແໜງການທີ່ກ່ຽວຂ້ອງ ພາຍໃນແຂວງ ພາຍໃຕ້ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ໂດຍການເປັນປະທານຂອງທ່ານ ສີວິໄລພອນ ສີສຸວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ,  ມີບັນດາຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ໄຊບູລີ, ເມືອງ ສອງຄອນ ແລະ ເມືອງ ຈໍາພອນ,ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໜົດ20 ທ່ານ ຍີງ 10 ທ່ານ.

ໃນພິທີກອງປະຊຸມດັ່ງກ່າວທ່ານ ແກ້ວອຸດອນ ເພັດດາວົງ ຮອງຫົວໜ້າ ຂະແໜງສີ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ນຳສະເໜີແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຫົວຂໍ້ທີ່ວ່າ:

-      ບົດທີ 1 : ຄວາມຮູ້ພື້ນຖານດ້ານການປ່ຽນແປງດິນຟ້າອາກາດ.

-      ບົດທີ 2: ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.

-      ບົດທີ 3: ແນວຄວາມຄິດ ກ່ຽວກັບການປະເມີນຄວາມສຽ່ງ ແລະ ຄວາມບອບບາງຈາກການປ່ຽນແປງດິນຟ້າອາກາດ.



ກອງປະຊຸມກໍ່ໄດ້ມີການຖາມ-ຕອບ ປືກສາຫາລືໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ.

ມາຮອດຕອນທ້າຍນີ້ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:40 ນາທີຂອງວັນດຽວກັນ

 





ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.