ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນພັກປະຊາຊົນປະຕິວັດລາວ ແລະ ເລອື່ນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ.


ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊສຊົນປະຕິວັດລາວ ແລະ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ  ຂອງ 03 ໜ່ວຍພັກ..

ໃນຕອນບ່າຍ ຂອງວັນທີ  03 ມີຖຸນາ 2024 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຂອງ 03 ໜ່ວຍພັກ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນເຂດ ​ໂດຍ​ການປະທານຂອງ ສະຫາຍ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ , ມີເລຂາໜ່ວຍພັກຄະນະພັກ, ສະມາຊິກພັກ​ສົມບູນ ພາຍໃນໜ່ວຍພັກ ຂອງ 03 ໜ່ວຍພັກ  ​ແລະ ຕາງ່ໜ້າສະຫາຍຄະນະໜ່ວຍພັກອ້ອມຂ້າງ , ຕາ່ງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໜົດ 26 ສະຫາຍ ຍີງ13 ສະຫາຍ.


    ໃນພິທີດັ່ງກ່າວ ສະຫາຍ ລັດສະໜີ ພົມມະວົງສາ  ກຳມະການໜ່ວຍພັກຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ສະບັບເລກທີ 2194/ຄປພຂ, ລົງວັນທີ 13 ມີຖຸນາ 2025 ແລະ ມະຕິຕົກລົງຂອງຄະນະພັກປະຈໍາແຂວງ ວ່າດ້ວຍການອະນຸມັດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະບັບເລກທີ 2163/ຄປພຂ,   ລົງວັນທີ 13 ມີຖຸນາ 2025 ແລະ ສະບັບເລກທີ 2164/ຄປພຂ, ລົງວັນທີ 13 ມີຖຸນາ 2025

     ຈາກນັ້ນ,  ສະຫາຍ ແສນສັກ ພິມວົງສາ ກຳມະການພັກແຂວງເລຂາພັກຮາກຖານ ພຊສ ແຂວງ ໄດ້ໃຫ້ກຽດມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ແກ່ມະຫາຊົນກ້າວໜ້າເຂົ້າເປັນສາມະຊິກພັກປະຊາຊົນປະຕິວັດລາວ ແລະ ໃຫ້ແກ່ສະຫາຍສາມາຊິກພັກ ທີ່ໄດ້ຮັບອະນຸມັດເລື່ອນສາມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ.


ວາລະຕໍ່ມາ, ທ່ານ ສະຫາຍນາງ ປານທີບ ຣາຊສັກ ຮອງເລຂາໜ່ວຍພັກຂື້ນກ່າວຮັບເອົາສະມະຊິກພັກປະຊາຊົນປະຕິວັດລາວ.

ໃນຕອນທ້າຍ ຂອງພິທີ ສະຫາຍ ແສນສັກ ພິມວົງສາ  ກຳມະການພັກແຂວງ, ເລຂາພັກຮາກຖານພຊສ ແຂວງ ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ເລົ່າເຖີງມູນເຊື້ອ ແລະ ການເປັນມາຂອງພັກປະຊາຊົນປະຕິວັດລາວຜ່ານກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍຫຍໍ້ ໃນນັ້ນສະຫາຍໄດ້ເນັ້ນໜັກຕໍ່ໜ້າທີສາມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ  ຮຽກຮ້ອງມາຍັງ ຄະນະພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງແນວຄິດຍົກສູງຄວາມ ຮັບຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມຊື່ສັດສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີ່ດີເດັ່ນ, ປອດໃສ ເຂັ້ມແຂງ ໜັກແໜ້ນ.  ຫຼັງຈາກນັ້ນ ສະຫາຍສະມາຊິກພັກ ທີ່ໄດ້ຮັບອະນຸມັດສາມະຊິກພັກປະຊາຊົນປະຕິວັດ ແລະ ເລື່ອນສະມາຊິກສຳຮອງເປັນສຳມະຊິກພັກສົມບູນ ກໍ່ໄດ້ຂື້ນຮັບຄຳໂອ້ວາດ ຈາກຄະນະພັກ ຂັ້ນເທິງ.


ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.