ພິທີມອບ-ຮັບວຽກ ແລະ ບຸກຄະລາກອນ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ກັບ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ

 


    ພິທີມອບ-ຮັບວຽກ ແລະ ບຸກຄະລາກອນ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ກັບ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 26 ສີງຫາ 2025 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ໄດ້ຈັດພິທີມອບ-ຮັບວຽກ ແລະ ບຸກຄະລາກອນ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໃຫ້ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ແລະ ປະກາດພະນັກງານ-ລັດຖະກອນອອກຮັບອຸດໜູນບໍານານຢ່າງເປັນທາງການ, ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ- ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາ ແຂກຖືກເຊີນຈາກພະແນກການກ່ຽວຂ້ອງ, ຄະນະພະແນກ , ຄະນະຂະແໜງ ແລະ ພ້ອມດ້ວຍພະນັກງານ- ລັດຖະກອນ ເຂົ້າຮ່ວມທັງໜົດ 93 ທ່ານ ຍີງ 33 ທ່ານ.

ໃນພິທີ ກອງປະຊຸມທ່ານ  ແສນສັກ ພິມວົງສາ ກຳມະການພັກແຂວງ ,  ຫົວໜ້າພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກໃນໄລຍະຜ່ານມາ.                                                                                                 

ວາລະຕໍ່ມາ, ກໍ່ໄດ້ມີການເຊັນມອບ - ຮັບວຽກ ແລະ ບຸກຄະລາກອນພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ກັບ ພະແນກກະສິກຳແລະ ສີ່ງແວດລ້ອມແຂວງ ລະຫວ່າງທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ , ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ທ່ານ ສຸນັນທາ ຈູນລະມະນີ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ເພື່ອສືບຕໍ່ນໍາພາ - ຊີ້ນໍາວຽກໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.

ຈາກນັ້ນ, ທ່ານ ສຸລິວັນ ສີລິວົງໄຊ ວ່າການຫົວໜ້າຂະແໜງ ບໍລິຫານ ແລະ ແຜນການ ໄດ້ຂື້ນຜ່ານຂໍ້ຕົກຂອງທ່ານ ລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນຮັບອຸດໜູນບໍານານພ້ອມກັນນັ້ນ, ໃຫ້ກຽດໃຫ້ທ່ານ  ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ - ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ມອບຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມ ວ່າດ້ວຍການຂະນຸມັດໃຫ້ພະນັກງານລັດຖະກອນຮັບອຸດໜູນບໍານານ ທັງໝົດ 09 ທ່ານ ຍີງ 03 ທ່ານ.

ຕໍ່ມາ, ທ່ານ  ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ - ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເຊີ່ງທ່ານໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມມີດັ່ງນີ້:

-  1.  ສືບຕໍ່ດ້ານການເມືອງ-ແນວຄິດຕິດພັນກັບໜ້າທີ່ການເມືອງ.

    2. ພາຍຫຼັງມອບວຽກເປັນລາຍລະອຽດແລ້ວສະເໜີໃຫ້ສະຫາຍກວດຄືນວຽກງານນະໂຍບາຍຕາມທິດຊີ້ນຳໃຫ້ຖືກຕ້ອງ ແລະ ສຳເລັດບໍ່ໃຫ້ກາຍປີ 2025.

    3. ຄົ້ນຄົ້ວເບີ່ງຄືນກ່ຽວກັບບັນດາຂະແໜງ 15 ຂະແໜງການໃຫ້ບັນຈຸຊັບຊ້ອນພະນັກງານຫຼັກແຫຼ່ງໃຫ້ເໜາະສົມແລ້ວນຳສະເໜີຕໍ່ຄະນະຈັດຕັ້ງແຂວງ ເພື່ອປັບປຸງກົງຈັກການຈັດຕັ້ງ.

    4. ສືບຕໍ່ນຳພາ, ການເຄື່ອນໄຫວວຽກງານວິຊາສະເພາະໃນການມອບໜາຍ.

    5. ເຕົ້າໂຮມຄວາມສາມັກຄີ ແລະ ເຕົ້າໂຮມກຳລັງແຮງ.

ໃນຕອນທ້າຍນີ້ທ່ານ ປອ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຂື້ນຮັບຄໍາໂອວາດ

ຈາກປະທານ, ເຊີ່ງທ່ານຈະນຳພາ - ຊີ້ນຳວຽກງານໃຫ້ສຳເລັດຕາມແຜນທີ່ວາງໄວ້.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11 :30 ນາທີຂອງວັນດຽວກັນ.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.