ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ເຄື່ອນໄຫວຊີ້ນຳວຽກງານ ແຂວງ ສະຫວັນນະເຂດ

ລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ຊີ້ນຳວຽກງານ
ແຂວງ ສະຫວັນນະເຂດ.
ໃນຕອນເຊົ້າເວລາ 9
ໂມງ 30 ນາທີ ຂອງວັນທີ 25 ກໍລະກົດ 2025 ໃນໂອກາດເດີນທາງຢ້ຽມຢາມ ແລະ
ເຮັດວຽກຢ່າງເປັນທາງການທີ່ແຂວງ ສະຫວັນນະເຂດ ຂອງທ່ານ ປອ ລິນຄຳ ດວງສະຫວັນ
ລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມ ພ້ອມຄະນະ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງຫຼັງຕໍ່າ,
ທ່ານ ລັດຖະມົນຕີກໍ່ໄດ້ໃຫ້ກຽດພົບປະໂອລົມພະນັກງານຫຼັກແຫຼ່ງຂອງພະແນກກະສິກຳ ແລະ ປ່າໄມ້
ແລະ ພະແນກຊັບພະ ຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ , ມີບັນດາຄະນະພະແນກ ພຊສ, ຄະນະພະແນກກະສິກໍາ ແລະ
ປ່າໄມ້, ຄະນະກົມ, ຄະນະຂະແໜງ ແລະ ພະນັກງານ- ລັດຖະກອນຂອງສອງພະແນກການ ເຂົ້າຮ່ວມທັງໜົດ
224 ທ່ານ ຍີງ 95 ທ່ານ.
ໃນພິທີ, ທ່ານ ປອ ສຸນັນທາ ຈູນລະມະນີ
ຫົວໜ້າພະແນກກະຊິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ
ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວໃນໄລຍະຜ່ານມາ.
ໂອກາດນີ້, ທ່ານ ປອ ລິນຄຳ ດວງສະຫວັນ
ລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມ ກໍ່ໄດ້ໃຫ້ກຽດກ່າວມີຄຳເຫັນໂອລົມໃນຫຼາຍບັນຫາສຳຄັນຕໍ່ຄະນະພັກ,
ຄະນະພະແນກຕະຫຼອດເຖີງພະນັກງານຫຼັກແຫຼ່ງຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກຊັບພະຍາກອນທຳມະຊາດ
ແລະ ສີ່ງແວດລ້ອມແຂວງ ເພີ່ນຍັງໄດ້ມີການເຈາະຈີ້ມ ແລະ
ເປັນປະໂຫຍກຕໍ່ການຈັດຕັ້ງປະຕິບັດວຽກງານກະສິກຳແລະ ສີ່ງແວດລ້ອມ ຈາກນັ້ນທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ອານຸສອນ
ຄຸນສົມບັດ ຮັກສາການຫົວໜ້າ/ຮອງກົມຊົນລະປະທານ ແລະ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ
ແລະ ສະຫະກອນ ທັງສາມທ່ານນີ້ກໍ່ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານຜ່ານມາໂດຍຫຍໍ້
ຈາກນັ້ນ, ທ່ານ ປອ ລິນຄຳ ດວງສະຫວັນ
ລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມ ກໍ່ໄດ້ໂອລົມມີບາງຕອນເພີ່ນໄດ້ກ່າວວ່າ:
1. ໃຫ້ເອົາໃຈໃສ່ ແລະ
ລົງເລີກສືກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ສຳມະຊິກພັກ-ພະນັກງານ-ລັດຖະກອນ ພາຍໃນພະແນກ,
ຫ້ອງການ,/ນະຄອນ ໃຫ້ກຳແໜ້ນ ແລະ ເຂົ້າໃຈຢ່າງເລີກເຊີ່ງກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ
ຢ່າງໜັກແໜ້ນ, ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະ ແລະ ການນໍາໄຊ້ສື່ອອນລາຍໃນສັງຄົມໃຫ້ມີສະຕິລະວັງຕົວ.
2. ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້ ແລະ
ຕິດຕາມການປັບປຸງກົງຈັກການຈັດຕັ້ງໃນຂະແໜງການຂັ້ນແຂວງ, ຂັ້ນເມືອງ/ ນະຄອນ ຕາມທິດກົງຈັກກະທັດຮັດໜັກແໜ້ນ.
3.
ປະສານສົມທົບກັບຄະນະຮັບຜິດຊອບປັບປຸງກົນຈັກການຈັດຕັ້ງຂັ້ນແຂວງ ແລະ
ສູນກາງໃນການສືບຕໍ່ປັບປຸງພາລະບົດບາດຂອງພະແນກໃຫ້ສໍາເລັດ.
4. ກະກຽມຄວາມພ້ອມດ້ານບຸກຄະລາກອນເພື່ອບັນຈຸສັບຊ້ອນ
ແລະ ຈັດວາງບຸກຄະລາກອນໃຫ້ໄປຕາມ 4 ທິດ ແລະ
ຈັດວາງເຂົ້າແຕ່ລະຕຳແໜ່ງງານຂອງຂະແໜງການໃຫ້ມີຄວາມແທດເໝາະ ແລະ ສົມຄູ່ກັບວິຊາສະເພາະ
ແລະ ວຽກງານຕົວຈີງ ແລະ ພ້ອມທັງສະເໜີອະນຸມັດອອກພັກການ-ຮັບອູດໜູນບໍນານຕາມເງືື່ອນໄຂຕາມລະບຽບການທີ່ກຳນົດໄວ້.
5. ໃຫ້ເອົາໃຈໃສ່ສົ່ງເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍຕາມຄວາມຕ້ອງການ.
6. ໃຫ້ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າເນັ້ນໃສ່ການປຸງແຕ່ງເພື່ອເພີ້ມມູນຄ່າ
ແລະ ມີຕະຫຼາດຮອງຮັບ, ເນັ້ນໃສ່ບັນດາ ພືດ ແລະ ສັດທີ່ເປັນບູລິມະສິດຕາມທ່າແຮງທີ່ແຂວງໄດ້ກໍານົດແລ້ວ,
ນໍາໃຊ້ເຕັກໂນໂລຊີທີ່ທັນສະໃໝ ແລະ ກົນຈັກກະສິກຳເພື່ອຍົກສູງສາມັດຕະພາບຂອງການຜະລິດ.
7. ໃຫ້ເອົາໃຈໃສ່ເພີ້ມທະວີຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການຫ້າມການນຳເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້ຢູ່ບັນດາດ່ານທ້ອງຖີ່ນ.
8. ໃຫ້ຈັດສັນເຂດການຜະລິດທີ່ເປັນບູລິມະສິດ
ແລະ ເປັນທ່າແຮງ.
9. ສືບຕໍ່ຊຸກຍູ້ຕິດຕາມ ແລະ ສ້າງສີ່ງອໍານວຍຄວາມສະດວກໃຫ້ຊາວກະສິກອນຜູ້ຜະລິດເພື່ອໃຫ້ເຂົ້າເຖີງແຫຼ່ງທືນໃນການຜະລິດສິນຄ້າ.
10. ເຊື່ອຊືມການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຄໍາສັ່ງເລກທີ 11/ນຍ ເພື່ອເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້ ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ແລະ ໄຟໄໝ້ລາມປ່າ ໂດຍຫັນພະນັກງານລົງໄປປະຈໍາ.
11. ເພີ້ມທະວີເປັນເຈົ້າການການອອກໃບຕາດິໃຫ້ສຳເລັດຕາມຄາດໜາຍທີ່ກຳນົດໄວ້.
12. ຮີບຮອ້ນປະສານສົມທົບກັບສູນກາງໃນການສຳຫຼວດເກັບກຳຂໍ້ມູນເພື່ອຂື້ນທະບຽນຮັບຮູ້ສິດການນຳໃຊ້ທີ່ດິນຂອງປະຊາຊົນໃນເຂດ
3 ປະເພດປ່າ ແລະ ນຳສະເໜີອອກສິດນຳໃຊ້ດິນໃນເຂດ 3 ປະເພດປ່າຕາມລະບຽບການ.
14. ກວດກາການນຳໃຊ້ທີ່ດິນຂອງບັນດາໂຄງການ, ການລົງທືນທີ່ໄດ້ຮັບອະນຸຍາດເຊົ່າ
ແລະ ສໍາປະທານໃນໄລຍະຜ່ານມາ.
15.
ເປົ້າໜາຍສູ້ຊົນແກ້ໄຂບັນຫາຄວາມທຸກຍາກໃນເຂດພັດທະນາຊົນນະບົດ.
16. ເອົາໃຈໃສ້ຕິດຕາມກວດກາຜົນກະທົບຕໍ່ສີ່ງແວດລ້ອມ.
ຈາກນັ້ນທ່ານທ່ານ ປອ ສຸນັນທາ ຈູນລະມະນີ
ຫົວໜ້າພະແນກກະຊິກຳ ແລະ ປ່າໄມ້ແຂວງ ຂື້ນຮັບຄຳໂອວາ
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
11:30 ນາທີຂອງວັນດຽວກັນ.
ไม่มีความคิดเห็น: