ກອງປະຊຸມ ເຜີຍແຜ່ທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ ທ້ອງຖີ່ນຂອງຄະນະບໍລິຫານງານສູນກາງພັກ

 

                         
 ກອງປະຊຸມ ເຜີຍແຜ່ທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ ທ້ອງຖີ່ນຂອງຄະນະບໍລິຫານງານສູນກາງພັກ.

ໃນຕອນເຊົ້າເວລາ 9 ໂມງ 00 ນາທີ ຂອງວັນທີ 11 ກໍລະກົດ 2025 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫຼັງຕໍ່າ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເຜີຍແຜ່ທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ ທ້ອງຖີ່ນຂອງຄະນະບໍລິຫານງານສູນກາງພັກ, ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ - ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ,  ມີບັນດາການຈັດຕັ້ງທີ່ກ່ຽວຂ້ອງ, ຄະນະພະແນກ ພຊສ, ຄະນະພະແນກກະສິກຳ ແລະ ປ່າໄມ້, ຄະນະຂະແໜງ ແລະ ພະນັກງານ- ລັດຖະກອນຂອງສອງພະແນກການ ເຂົ້າຮ່ວມທັງໜົດ 186 ທ່ານ ຍີງ 68 ທ່ານ.

  ໃນພິທີກອງປະຊຸມດັ່ງກ່າວທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ , ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ   ໃຫ້ກຽດເຜີຍແຜ່ ມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບລົງນໍາພາ - ຊີ້ນໍາປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງພະແນກການ ສະບັບເລກທີ 2303 /ຄປສພ, ລົງວັນທີ 07 ກໍລະກົດ 2025 ແລະ ຜ່ານ ມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາປະຊາຊົນແຂວງຊຸດທີ II ວ່າດວ້ຍ ຮັບຮອງເອົາການສະເໜີຂອງທ່ານເຈົ້າແຂວງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງພະແນກການຂັ້ນແຂວງ, ສະບັບເລກທີ 01/ສພຂ.ສຂ, ລົງວັນທີ 30 ມີຖຸນາ 2025. 

                                                                           

 ວາລະຕໍ່ມາ, ໃນພິທີດັ່ງກ່າວທ່ານ ສຸນັນທາ ຈູນລະມະນີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ໄດ້ຂື້ນຜ່ານແຈ້ງການ ຂອງກະຊວງກະສິກຳ ແລະ ສີ່ງແວດລ້ອມ, ສະບັບເລກທີ 0014/ກສ, ລົງວັນທີ 04 ກໍລະກົດ 2025.

  ຈາກນັ້ນ, ທ່ານ ນາງ ປະພັດສອນ ພັດທະນາ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ ທ້ອງຖີ່ນຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 302/ຄຈສພ, ລົງວັນທີ 04 ກໍລະກົດ 2025.

  ໃນຕອນທ້າຍນີ້ທ່ານ  ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ- ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມເປັນເອກະພາບ, ການຕັດສິນໃຈສູງ, ມີຄວາມຮັບຜິດຊອບອັນລວມອັນສະເພາະ, ເອົາໃຈໃສ່ຍົກສູງສະຕິລະວັງຕໍ່ການເຄື່ອນໄຫວຂອງສັງຄົມໃຫ້ມີຫຼັກໜັ້ນມີສະຕິຕື່ມ, ສະເໜີໃຫ້ຄະນະພັກຄະນະນໍາ ມີຄໍາເຫັນປະຕິບັດໃຫ້ຖືກຕາມລັກສະນະຮູບການຈັດຕັ້ງຕິດພັນກັບໜ້າທີ່ການເມືອງ, ຮັບປະກັນໃຫ້ພະນັກງານພຽງພໍເໜາະສົມການສືບທອດຕໍ່ເນື່ອງໃຫ້ມີລັກສະນະຄຽງຄູ່ກັນໄປຖ້າມີຄວາມຈຳເປັນກໍ່ຮັກສາໄວ້ການຊັບຊ້ອນຄືນໃໝ່ຜູ້ມີມາດຖານເງື່ອນໄຂຄືນໄໝ່, ຊັບຊ້ອນລົງສູ່ທ້ອງຖີ່ນ, ເກັບກຳຊິວະປະຫວັດພະນັກງານເພື່ອເປັນພື້ນຖານລາຍງານໃຫ້ຄະນະຈັດຕັ້ງແຂວງ, ສັງລວມອຸປະກອນ ແລະ ພາຫະນະສົມທົບພາກສ່ວນທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ນາທີຂອງວັນດຽວກັນ.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.