ກອງປະຊຸມປືກສາຫາລືເພື່ອຜ່ານຮ່າງຂໍ້ຕົກລົງກຳນົດ ແລະ ຄິດໄລ່ລາຄາຫົວໜ່ວຍຊົດເຊີຍຕໍ່ຊັບສິນທີ່ດິນ, ຕົ້ນໄມ້, ຜົນລະປູກ ແລະ ຊັບສິນອື່ນໆ

 

            ກອງປະຊຸມປືກສາຫາລືເພື່ອຜ່ານຮ່າງຂໍ້ຕົກລົງກຳນົດ ແລະ ຄິດໄລ່ລາຄາຫົວໜ່ວຍຊົດເຊີຍຕໍ່ຊັບສິນທີ່ດິນ, ຕົ້ນໄມ້, ຜົນລະປຸກ ແລະ ຊັບສິນອື່ນໆ ລວມທັງໝົດແຕ່ລະກິດຈະການທີ່ຂື້ນກັບໂຄງການໄຟຟ້າພະລັງງາລົມສະຫວັນວາຍຸ ກໍາລັງຕິຕັ້ງ 1,200MV ຂອງບໍລິສັດສະຫວັນວາຍຸພະລັງງານສະອາດຈໍາກັດ.                                         

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 22 ກໍລະກົດ  2025 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນ

ທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມປືກສາຫາລືເພື່ອຜ່ານຮ່າງຂໍ້ຕົກລົງກຳນົດ ແລະ ຄິດໄລ່ລາຄາຫົວ

ໜ່ວຍຊົດເຊີຍຕໍ່ຊັບສິນທີ່ດິນ, ຕົ້ນໄມ້, ຜົນລະປຸກ ແລະ ຊັບສິນອື່ນໆ ລວມທັງໝົດແຕ່ລະກິດຈະກໍາທີ່ຂື້ນກັບໂຄງການໄຟຟ້າພະລັງງານລົມສະຫວັນວາຍຸ ກໍາລັງຕິດຕັ້ງ 1,200MV ຂອງບໍລິສັດສະຫວັນວາຍຸພະລັງງານສະອາດຈໍາກັດ, ໂດຍການເປັນປະທານຂອງທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກຊັບພະຍາ  ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ທ່ານ ແສງສັກ ໄຊຍະລາດ ຜູ້ອໍານວນການສະຫວັນວາຍຸພະລັງງານສະອາດ ຈໍາກັດ,  ຄະນະກໍາມະການທົດແທນຄ່າເສຍຫາຍ ແລະ ກໍານົດຫົວໜ່ວຍລາຄາຊົດເຊີຍ 706/ຈຂ ແລະ ມີຜູ້ເຂົ້າຮວ່ມຈາກພາກສ່ວນພະແນກການທີ່ກ່ຽວຂອ້ງຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມທັງຕ່າງໜ້າຜູ້ພັດທະນາໂຄງການ, ຕ່າງໜ້າບໍລິສັດທີ່ປືກສາທາງດ້ານສີ່ງແວດລ້ອມເຂົ້າຮ່ວມທັງໜົດ41 ທ່ານ ຍີງ 10 ທ່ານ.

ໃນພິທີກອງປະຊຸມດັ່ງກ່າວທ່ານ ໄມສໍ ອິງມີທອງ ທີ່ປືກສາ ໄດ້ນຳສະເໜີ ກ່ຽວກັບພາບລວມ ຂອງໂຄງການ, ແຜນດຳເນີນກິດຈະກຳຂອງການພັດທະນາ ແລະ ນຳສະເໜີລາຍງານຜ່ານຮ່າງຂໍ້ຕົກລົງການກຳນົດກຳນົດ ແລະ ຄິດໄລ່ລາຄາຫົວໜ່ວຍຊົດເຊີຍຕໍ່ຊັບສິນທີ່ດິນ, ຕົ້ນໄມ້, ຜົນລະປຸກ ແລະ ຊັບສິນອື່ນໆ ລວມທັງໝົດແຕ່ລະກິດຈະການທີ່ຂື້ນກັບໂຄງການໄຟຟ້າພະລັງງານລົມສະຫວັນວາຍຸ.

ກອງປະຊຸມໄດ້ປືກສາຫາລືໃນຄັ້ງນີ້ແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ ແລະ ກອງປະຊຸມໄດ້ເຫັນດີເປັນເອກະພາບ ແລະ ເພີ້ມເຕີມບາງຄວາມຄິດເຫັນ ແລະ ຈະນໍາເອົາຄວາມຄິດເຫັນທີ່ກ່າວຂ້າງເທີງນີ້ໄປຈັດຕັ້ງປະຕິບັດ.

ຕອນທ້າຍກອງປະຊຸມນີ້ທ່ານ ແສງສັກ ໄຊຍະລາດ ໄດ້ພອມຄອມພິວເຕີ 01 ຊຸດ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີຂອງວັນດຽວກັນ







ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.