ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດເຜີຍແຜ່ເຊື່ອມຊືມເອກະສານວັນສໍາຄັນຕ່າງໆຂອງຊາດຂອງສາກົນ ແລະ ເອກະສານຄໍສັ່ງຂອງຄະນະປະຈຳພັກປຂວງ
ເຜີຍແຜ່, ເຊື່ອມຊືມເອກະສານວັນສຳຄັນຕ່າງໆຂອງຊາດຂອງສາກົນ ແລະ ເອກະສານຄໍາສັ່ງ
ຂອງຄະນະປະຈຳພັກແຂວງ.
ໃນຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງວັນທີ 25 ມີຖຸນາ 2025 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະ ຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງກອງປະຊຸມປປະຖະກາຖາເຜີຍແຜ່ ເຊື່ືອມຊືມເອກະສານວັນສຳຄັນຕ່າງໆຂອງຊາດຂອງສາກົນ ແລະ ເອກະສານຄຳສັງຂອງຄະນະປະຈຳພັກແຂວງ, ໂດຍການເປັນປະທານຂອງທ່ານ ບູລິກາ ອິນທິລາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ມີບັນດາຄະນະພະແນກ ພຊສ, ຄະນະຂະແໜງ ແລະ ພະນັກງານເຂົ້າຮ່ວມທັງໜົດ72 ທ່ານ ຍີງ 32ທ່ານ.
ໃນກອງປະຊຸມທ່ານ ບູລິກາ ອິນທິລາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຂື້ນເຜີຍແຜ່, ເຊື່ອມຊືມເອກະສານວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ແລະ ເອກະສານຄຳສັ່ງຂອງຄະນະປະຈຳພັກແຂວງ ເຊີ່ງມີເອກະສານດັ່ງນີ້.
1. ເອກະສານຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທົ່ງໄຫ້ຫີນ ຊຽງຂວາງ ຄົບຮອບ 66 ປີ ( 18/5/1959-18/5/2025.
2. ເອກະສານ ວັນວິລະກຳໂຕນຄຸກຢ່າງມະຫາສະຈັນ ຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວສ້າງຊາດ ຄົບຮອບ 65 ປີ ( 24/5/1960-24/52025)
3. ເອກະສານຄຳສັ່ງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ້ມທະວີວຽກສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນ
4. ສັງຄົມ ເລກທີ 2151/ຄປພຂ.
5. ວັນເກີດຂອງທ່ານ ກາກມາກ ຄົບຮອບ207 ປີ ( 05/05/1816- 05/05/2025).
ຫຼັງຈາກນັ້ນ, ໃນພິທີດັ່ງກ່າວທ່ານ ສີວິໄລພອນ ສີສຸວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ຂື້ນເຜີຍແຜ່ເຊີ່ງມີເອກະສານດັ່ງນີ້.
1. ເອກະສານ ວັນໄຊຊະນະ ດຽນບຽນຟູ ຄົບຮອບ 71ປີ (07/05/1954-07/05/2025).
2. ເອກະສານ ວັນໄຊຊະນະສະຫະພາບໂຊຫວຽດ ເໜືອຟາສິດເຢລະມັນ ສົງຄາມໂລກ ຄັ້ງທີ II ຄົບຮອບ 80 ປີ (
3. 08/05/1945-09/05/2025).
4. ເອກະສານ ວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ ( 01/05/1886-01/05/2025).
5. ເອກະສານ ວັນເກີດ ຂອງປະທານໂຮຈີມິນ ຄົບຮອບ 135 ປີ ( 19/05/1890-19/05/2025).
ຕໍ່ມາ, ທ່ານ ບູລິກາ ອິນທິລາດ ຮອງເລຂາພັກຮາກຖານ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແລດລ້ອມແຂວງ ສະຫັວນນະເຂດ ກໍ່ໄດໂອ້ລົມຕໍ່ກອງປະຊຸມເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງເນື້ອໃນຄວາມໝາຍຄວາມສຳຄັນຂອງບັນດາເອກະສານຕ່າງໆ ແລະ ມະຕິຄໍາສັ່ງດັ່ງກ່າວ ແລະ ມີທິດຊີ້ນໍາຕໍ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນໃນຂົງເຂດວຽກງານຊັບພະຍາກອນທຳມະຊາດແລະ ສີ່ງແວດລ້ອມ ໂດຍສະເພາະວຽກງານການອອກໃບຕາດິນໃຫ້ໄດ້ບັນລຸເປົ້າໝາຍ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:10 ນາທີຂອງວັນດຽວກັນ.
ไม่มีความคิดเห็น: