ຄະນະນໍາໂຄງການສູນໜອງເຕົ່າ(ຝ່າຍໄທ)ເຂົ້າພົບຄະນະພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ

 

                                

  ຄະນະຄງການສູນໜອງເຕົ່າ(ຝ່າຍໄທ)ເຂົ້າພົບຄະນະນຳພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ

        ໃນຄັ້ງວັນທີ 0ກັນຍາ 2026 ຄະນະຄງການສູນພັດທະນາ ແລະ ບໍລິການກະສິກຳ ແລະ ປ່າໄມ້ໜອງເຕົ່າ(ຝ່າຍໄທ) ໄດ້ເຂົ້າພົບທ່ານ ປອ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ອໍ​ລະ​ວັນ ສາ​ມາດ​ມະ​ນີ​ວົງ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ປັດ ປັດທຳມະຈິດ ກົງສູນໃຫ່ຍແຫ່ງຣາຊະນາຈັກໄທ ປະຈຳແຂວງ ສະຫວັນນະເຂດ, ທ່ານ ທະນະລິດ ລັດຖະປະກອນ ຜູ້ອຳນວຍການກອງປະສານງານຄງການ ພື້ນທີ2 ກປລ, ພ້ອມດ້ວຍຄະນະຂະແໜງ ແລະ ພະນັກງານວິຊາການຈາກສອງຝ່າຍ.

    ໃນອກາດນີ້, ຄະນະນໍາຄງການສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ(ຝ່າຍໄທ)ໄດ້ກ່າວແນະນຳຄະນະ ແລະ ລາຍງານຈຸດປະສົງໃນການເຂົ້າພົບ ແລະ ພ້ອມທັງຂໍທິດຊີ້ນຳຮ່ວມກັບຄະນະທັງສອງຝ່າຍ, ການປືກສາຫາລືແມ່ນເນັ້ນໃສ່  ປະເດັນສຳຄັນຄື້: ການປ່ຽນລະບົບຄຸ່ມຄອງບໍລິຫານຄງການສູນພັດທະນາ ແລະ ບໍລິການກະສິກຳ ແລະ ປ່າໄມ້ໜອງເຕົ່າ ຈາກມູນນິທີໄຊພັດທະນາ ມາເປັນ ຄະນະບໍລິການພະຣາດສະດຳຣີ ຂອງສຳນັກງານ ກປລ ແລະ ການຈັດການລາຍໄດ້ຂອງຄງການ.

    ຈາກນັ້ນ, ທ່ານ ປອ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ກ່າວຕອນຮັບຄະນະນຳຄງການພ້ອມທັງແນະນຳຄະນະຝ່າຍພະແນກ ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນກ່ຽວກັບລະບົບຄຸ້ມຄອງບໍລິຫານສູນ ຕະຫຼອດເຖີງທິດທາງການປະສານງານໃນໄລຍະຕໍ່ໜ້າ.

ສຳລັບລະບົບການບໍລິການຈັດການຄງການ ຢູ່ສຸນໜອງເຕົ່າ ກ່ອນໜ້ານີ້ໄດ້ມີການລາຍງານວ່າ:ຄງການໄດ້ມີການປ່ຽນລະບົບຈັດການ ດຍສະເພາະດ້ານການສະໜອງທືນ ຈາກມູນນິທິໄຊພັດທະນາ ມາເປັນ ສຳນັກງານ ກປລ, ຝ່າຍຄະນະປະສານງານຄງການຝ່າຍລາວເຫັນດີ ແລະ ພ້ອມຮັບການປ່ຽນແປງດັ່ງດ່າວດຍເນັ້ນໃຫ້ມີຄວາມຊັດເຈນປ່ງໃສ ແລະ ສະດວກຕໍ່ທຸກຝ່າຍໃນການຈັດຕັ້ງປະຕິບັດ.

    ພ້ອມນີ້, ກອງປະຊຸມໄດ້ສະທ້ອນເຖີງໄລຍະເວລາລໍຖ້າການປ່ຽນຖ່າຍລະບົບ ນັບແຕ່ຕົ້ນປີຈົນເຖີງປະຈຸບັນເປັນເວລາປະມານ8-9 ເດືອນ ເຮັດໃຫ້ບາງດ້ານຍັງຂາດຄວາມຊັດເຈນດຍສະເພາະການນຳໄຊ້ງົບປະມານໃນວຽກຄຸ້ມຄອງ-ບໍລິຫານ ວ່າຈະນຳໃຊ້ຈາກຮ່ວງໃດ ແລະ ຕາມລະບຽບແນວໃດ ຂະນະດຽວກັນລາຍ​ຮັບ​ດ້ານ​ວິ​ຊາ​ການ​ບາງ​ສ່ວນ​ທີ່​ເກີດ​ຂື້ນ​ພາຍຫຼັງ​ການ​ປ່ຽນຖ່າຍ​ລະ​ບົບ​ຍັງ​ຕ້ອງ​ໄດ້​ກຳ​ນົກດຊັດ​ເຈນ​ວ່າ​ຈະ​ນຳ​ເຂົ້າ​ບັນ​ຊີ​ໃດ ແລະ ຈັດ​ການ​ຕາມ​ລະ​ບຽບ​ໃດ, ການ​ເຂົ້າ​ພົບ​ຄັ້ງ​ນີ້​ຖື​ເປັນ​ອ​ກາດອັ​ນ​ດີ​ໃນ​ການ​ປືກ​ສາ​ຫາ​ລື, ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ​ ຊອກ​ຫາ​ແນວ​ທາງ​ຮ່ວມ​ກັນ​ເພື່ອ​ກຳ​ນົດ​ລະ​ບົບ​ຄຸ້ມ​ຄອງ​-ບໍ​ລິ​ຫານ ​ການ​ຈັດ​ການ​ລາຍ​ໄດ້ ແລະ ທິດ​ທາງ​ການ​ປະ​ສານ​ງານ​ໃຫ້​ມີ​ຄວາມ​ຊັດ​ເຈນ​ສາ​ມາດ​ດຳ​ເນີນ​ງານ​ໄດ້​ສິ​ດວກ ແລະ ມີ​ປະ​ສິດ​ທິ​ຜົນ​ຕໍ່​ການ​ພັດ​ທະ​ນາ​ສູນ ແລະ ບໍ​ລິ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ໜອງ​ເຕົ່າ​ໃນ​ໄລ​ຍະ​ຕ່​ໜ້າ.


 

 

 

 

 

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.