ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ ແລະ ເລື່ອນສໍາມະຊິກພັກສຳຮອງ ເປັນສະມາຊິກພັກສົມບູນ

 

ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ ແລະ ເລື່ອນສໍາມະຊິກພັກສຳຮອງ ເປັນສະມາຊິກພັກສົມບູນຂອງ5 ໜ່ວຍພັກ.

 ຕອນບ່າຍ ຂອງວັນທີ  04 ກັນຍາ 2026 ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນນເຂດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສຳມະຊິກພັກສຳຮອງ ແລະ ເລື່ອນສໍາມະຊິກພັກສຳຮອງ ເປັນສະມາຊິກພັກສົມບູູນຂອງ 05 ໜ່ວຍພັກຢູ່ທີ່ຫ້ອງປະຊຸມ​ຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນນເຂດ ​ໂດຍ​ການປະທານຂອງ ສະຫາຍ ນ. ອໍລະວັນ ສາມາດມະນີວົງ ເລຂາຄະນະພັກຮາກຖານ , ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ມີເລຂາໜ່ວຍພັກ, ສະມາຊິກພັກ​ສົມບູນ ພາຍໃນໜ່ວຍພັກ 05 ໜ່ວຍພັກ  ​ແລະ ຕ່າງໜ້າສະຫາຍຄະນະໜ່ວຍພັກອ້ອມຂ້າງ , ຕາມໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ ວົງເດືອນ  ອອນແກ້ວ  ເລຂາໜ່ວຍພັກຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ  ວ່າດ້ວຍການອະນຸມັດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະບັບເລກທີ 698/ຄປພຂ, ລົງວັນທີ 03 ສີງຫາ 2026,  ສະບັບເລກທີ 699/ຄປພຂ, ລົງວັນທີ 03 ສີງຫາ 2026, ສະບັບເລກທີ 700/ຄປພຂ, ລົງວັນທີ 03 ສີງຫາ 2026 ພ້ອມທັງອະທິບາຍທຸງຊາດ-ທຸງພັກໃຫ້ແກ່ສະມາຊິກພັກໃໝ່ ແລະ ຍັງໄດ້ມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ  ໃຫ້ແກ່ມະຫາຊົນກ້າວເຂົ້າເປັນສຳມະຊິກພັກປະຊາຊົນປະຕິວັດລາວ.

ຕໍ່ມາ, ສະຫາຍ ນ. ປານທິບ ຣາຊຈັກ   ເລຂາໜ່ວຍພັກຂະແໜງ ຊັບພະຍາກອນນຳ້, ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ  ວ່າດ້ວຍການຮັບເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ສະບັບເລກທີ 758/ຄປພຂ, ລົງວັນທີ  03 ສີງຫາ   2026, ສະບັບເລກທີ 759/ຄປພຂ, ລົງວັນທີ 03 ສີງຫາ  2026 ພ້ອມທັງມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ແກ່ສະຫາຍສະມາຊິກພັກ ທີ່ໄດ້ຮັບອະນຸມັດເລື່ອນສະມາຊິກພັກສົມບູນ.

ໃນຕອນທ້າຍ ຂອງພິທີ ສະຫາຍ ນາງ ອໍລະວັນ ສາມາດມະນີວົງ ເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ  ຮຽກຮ້ອງມາຍັງ ຄະນະໜ່ວຍພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ – ແນວຄິດ, ຍົກສູງຄວາມ ຮັບຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມສັດຊື່ສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້.  ຫຼັງຈາກນັ້ນ ສະຫາຍສະມາຊິກພັກ ທີ່ໄດ້ຮັບອະນຸມັດເລື່ອນສະມາຊິກພັກສົມບູນ ກໍ່ໄດ້ຂື້ນຮັບຄຳໂອ້ວາດ ຈາກຄະນະພັກ ຂັ້ນເທິງ.

ພິທີໄດ້ປິດລົງຢ່າງເປັນທາງການໃນເວລາ 4: 30 ນາທີ ຂອງວັນທີດຽວກັນ.

 

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.