ຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດໄດ້ກອງປະຊຸມເຊື່ອມຊືມ ມະຕິກອງປະຊຸມໃຫ່ຍຄັ້ງທີXII.

 

ກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຂອງຜູ້ແທນທົ່ວປະເທດຄັ້ງທີXII ຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນ

ໃນຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງວັນທີ 04 ກັນຍາ 2026 ທີ່ສະໂມສອນຫ້ອງຫ້ອງວ່າການ ແຂວງ ສະຫວັນນະເຂດ, ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີXII ຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ,  ໂດຍໃຫ້ກຽດເປັນປະທານຂອງທ່ານ ວາລິຍະ ສີຈັນທອງທິບ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ- ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ,  ມີບັນດາການຈັດຕັ້ງທີ່ກ່ຽວຂ້ອງ, ຄະນະພະແນກ, ຄະນະຂະແໜງ ແລະ ພະນັກງານ- ລັດຖະກອນຂອງສອງພະແນກການ ເຂົ້າຮ່ວມທັງໜົດ.

ໃນພິທີກອງປະຊຸມທ່ານ ປອ ສຸນັນທາ ຈຸນລະມະນີ ກຳມະການພັກແຂວງ, ເລຂາພັກຄະນະພັກຮາກຖານ, ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຂື້ນເຜີຍແຜ່ເຊື່ອຊືມ ຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກ.

ຈາກນັ້ນ, ທ່ານ ແກ້ວອຸດອນ ສຸລິຍະ ເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຂື້ນເຜີຍແຜ່ເຊື່ອຊືມ ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ X ( 2026-2030).

ໃນຕອນທ້າຍນີ້ທ່ານ  ວາລິຍະ ສີຈັນທອງທີບ  ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ -ແນວຄິດ, ພັກ- ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ໂອ້ລົມຕໍ່ກອງປະຊຸມຢ່າງກົງໄປກົງມາເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງເນື້ອໃນຄວາມໝາຍ ຄວາມສຳຄັນຂອງມະຕິດັ່ງກ່າວ  ພ້ອມທັງຍົກໃຫ້ເຫັນ 04 ດ້ານຄື: ພັກຊີ້ນນໍາໆນຳພາ, ວຽກງານການເມືອງແນວຄິດ, ວຽກງງານການຈັດຕັ້ງ ແລະ ແບບການນຳພາ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:45 ນາທີຂອງວັນດຽວກັນ.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.