ກົມກວດກາລົງເຄື່ອນໄຫວຊຸຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານກວດກາ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ
ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 31
ສີງຫາ 2026 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມລົງເຄື່ອນໄຫວຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານກວດກາ
ໃນການຈັດຕັ້ງປະຕິບັດພາລະບົດບາດ, ກົດໜາຍ, ນິຕິກຳຕ່າງໆ
ໂດຍໃຫ້ກຽດເປັນປະທານຮວ່ມຂອງ ທ່ານ ສີເມືອງ ເພັດຊົມພູ ຮອງຫົວໜ້າກົມກວດກາ, ທ່ານ ນາງ ອໍລະວັນ ສາມາດມະນີວົງ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ
ແລະ ບັນດາຄະນະຂະແໜງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໜົດ.
ໃນກອງປະຊຸມດັ່ງກ່າວທ່ານ ກາລິນໄທ ລຽບວິໄຊຍະວັງ
ຫົວໜ້າຂະແໜງກວດກາ ໄດ້ຂື້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານກວດກາ
ຕໍ່ມາ, ທ່ານ ສີເມືອງ ເພັດຊົມພູ ຮອງຫົວໜ້າກົມກວດກາ
ໄດ້ຂື້ນເຜີຍແຜ່ນິຕິກຳກ່ຽວກັບວຽກງານກວດກາ ແລະ ພາລະບົດບາດຂອງກົມກວດກາ.
ຈາກນັ້ນ, ກອງປະຊຸມໄດ້ມີການສົນທະນາປືກສາຫາລືປະກອບຄຳຄິດຄຳເຫັນຕໍ່ກັບວຽກງານກວດກາ
ກອງປະຊຸມແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ
ແລະ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
11:30 ນາທີຂອງວັນ31 ສິງຫາ 2026./
ไม่มีความคิดเห็น: