ທ່ານ ຮອງນາຍົກລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ຢ້ຽມຢາມສູນສົ່ງເສີມເຕັກນິກກະສິກຳຊົນນະບົດ ແລະ ຢ້ຽມຢາມຊາວນາ ທີ່ເຮັດການຜະລິດ ນາໄຮ່ໃຫ່ຍ ເມືອງ ຈຳພອນ.

 

ທ່ານ ຮອງນາຍົກລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ຢ້ຽມຢາມສູນສົ່ງເສີມເຕັກນິກກະສິກຳຊົນນະບົດ ແລະ ຢ້ຽມ ຢາມຊາວນາ ທີ່ເຮັດການຜະລິດ ນາໄຮ່ໃຫ່ຍ ເມືອງ ຈຳພອນ ແຂວງສະຫວັນນະເຂດ.

ໃນວັນທີ 8 ພືດສະພາ 2026 ໃນໂອກາດເດີນທາງຢ້ຽມຢາມ ຂອງທ່ານ ຄໍາພັນ ພົມມະທັດ ກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີກະຊວງຍຸຕິທຳ, ໂດຍໃນໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກເລຂາພັກແຂວງ ປະທານສະພາປະຊາຊົນແຂວງ  ແລະ ທ່ານນາງດາວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງແຂວງ ແລະ ການນຳຂັ້ນສູງຂອງແຂວງ ພ້ອມຄະນະ ກໍ່ໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານຮ່ວມກັບທ່ານ ຮອງນາຍົກລັດຖະມົນຕີ ຄັ້ງນີ້ດ້ວຍ.

ໃນໂອກາດນີ້, ທ່ານ ຮອງນາລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ກໍ່ໄດ້ໃຫ້ກຽດພົບປະຢ້ຽມຢາມສູນສົ່ງເສີມເຕັກນິກ ແລະ ນາໄຮ່ໃຫ່ຍຂອງໂຄງການພັດທະນາຊົນລະກະເສດ ແລະ ຊົນລະປະທານຮອບດ້ານ. 

ພ້ອມນີ້, ທ່ານ ສຸລິພອນ ພິມມະຈັກ ຫົວໜ້າຂະແໜງຊົນລະປະທານ ລາຍງານໃຫ້ຮູ້ວາ: ໂຄງການດັ່ງກ່າວມີເນື້ອທີ່ການຜະລິດ2,900 ເຮັກຕາ, ເນື້ອທີ່ລະດູແລ້ງ 2,100 ເຮັກຕາ ບ້ານ ໄດ້ຮັບຜົນປະຫຍກທັງໜົດ 12 ບ້ານ ໃນນັ້ນເມືອງ ຈຳພອນກວມເອົາ  8 ບ້ານ  ແລະ ເມືອງ ສອງຄອງ ກວມເອົາ 4 ບ້ານ ເຊີ່ງໂຄງການນີ້ແມ່ນໂຄງການເງິນກູ້ກັບທະນາຄານຂາອອກ-ຂາເຂົ້າ ສ.ເກົາຫຼີ ເປັນເງິນ 46 ລ້ານໂດດາສະຫາລັດ, ມີໄລຍະການຈັດຕັ້ງປະຕິບັດ 5 ປີ.ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກເລຂາພັກແຂວງ ປະທານສະພາປະຊາຊົນແຂວງ  ກໍ່ໄດ້ເຈາະຈີ້ມຫຼາຍບັນຫາຕ່າງໆໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວເພື່ອເຮັດໃຫ້ເກີດປະສິດທິພາບສູງໃນໂຄງການເງິນກູ້ຢືມດັ່ງກ່າວ  ແລະ ໄດ້ລົງເບີ່ງພື້ນທີ່ນາໄຮໃຫ່ຍເຊີ່ງເປັນບ່ອນຈັດຕັ້ງປະຕິບັດໂຄງການ ແລະ ທ່ານ ຍັງໄດ້ໂອລົມບັນຫາຕ່າງໆກັບກຸ້ມຊາວນາຕື່ມອີກ. 

ຕໍ່ມາ, ທ່ານ ຮອງນາລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ພ້ອມຄະນະ ກໍ່ໄດ້ລົງຕິດຕາມໂຄງການປ້ອງກັນຕະຝັ່ງເຈື່ອນ ບ້ານ ທ່າມ່ວງ ເປັນໂຄງການໜື່ງທີ່ການນຳຂັ້ງແຂວງໄດ້ສະໜອງງົບປະມານໃຫ້13.5 ຕື້ກີບ ເພື່ອປ້ອງກັນການເຊາະເຈື່ອນຂອງນໍ້າເຊຈຳພອນ ເຊີ່ງມີຄວາມຍາວ160 ແມັດ. 

ຈາກນັ້ນ, ກໍ່ໄດ້ສືບຕໍ່ລົງຢ້ຽຢາມພໍ່ແມ່ປະຊາຊົນເຂດບ້ານ ໜອງລຳຈັນ ຈັດຂີ້ນທີ່ວັດ ໜອງລຳຈັນ ເຊີ່ງເປັນວັດໜື່ງທີ່ມີຊື້ສຽງດ້ານປຸຊະນິຍະສະຖານທີ່ສຳຄັນແຂວງ ນັ້ນກໍ່ແມ່ນຫໍໄຕປີດົກ ຂອງວັດແຫ່ງນີ້ ທີ່ໄດ້ຮັບການອະນຸລັກຮັກສາໄວ້ເປັນສະຖານທີ່ທ້ອງທ່ຽວສຳຄັນຂອງແຂວງ ແລະ ທ່ານ ຮອງນາລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ກໍ່ໄດ້ມອບເງິນຈຳນວນໜື່ງປະກອບສ່ວນເຂົ້າໃນການບູລະນະສ້ອມແປງວັດ ບ້ານໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ. 

ຫຼັງຈາກນັ້ນ, ທ່ານ ຮອງນາລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ພ້ອມຄະນະ ກໍ່ໄດ້ລົງຢ້ຽມຢາມໂຮງງານຜະລິດຫົວອາຫານສັດ ແລະ ໄກ່ພັນໄຂ່ ຂອງບໍລິສັດ ໂດມຄຳ ການກະເສດຄົບວົງຈອນຂາອອກ-ຂາເຂົ້າຈຳກັດ, ຕັ້ງຢູ້ບ້ານ ດົງຄຳຫຼວງ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ, ທ່ານ ບຸນໄຊ ມີໄຊ ປະທານ ບໍລິສັດໂດມຄຳ ການກະເສດຄົບວົງຈອນຂາອອກ-ຂາເຂົ້າຈຳກັດໄດ້ລາຍງານວ່າ: ໂຮງງານນີ້ຜະລິດຫົວອາຫານສັດ(ຫົວອາຫານໝູ, ໄກ່ພັນໄຂ່, ໄກພັນຊີ້ນ) 50 ພັນໂຕຕໍ່ປີ ໂດຍນໍາໃຊ້ວັດຖູດີບພາຍໃນປະເທດປະມານ 60% ຂອງການຜະລິດທັງໜົດ, ບໍລິສັດດັ່ງກ່າວມີແມ່ໄກ່ພັນໄຂ່ 112,000 ໂຕ, ສາມາດຜະລິດໄຂ່ໄດ້ປະມານ 100,000 ໜ່ວຍຕໍ່ວັນ, 

ຈາກນັ້ນ, ທ່ານ ຮອງນາລັດຖະມົນຕີ ແລະ ການນຳຂັ້ນສູງຂອງແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ບໍລິສັດອິນເທັກຟາມ, ຟາມໝູລາວຈຳກັດ ບໍລິສັດດັ່ງກ່າວ, ມີການເພາະພັນລູກໝູ-ລ້ຽງໝູ ທີ່ເປັນໂຄງການລ້ຽງໝູຂະໜາດໃຫ່ຍຂອງແຂວງ ສະຫວັນນະເຂດ.\

 

 

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.