ກອງປະຊຸມປືກສາຫາລືກ່ຽວກັບວິທີແກ້ໄຂວິກິດຜົນຜະລິດໝູຂອງຜູ້ປະກອບການ ແລະ ຟາມລ້ຽງໝູ.

 

ກອງປະຊຸມປືກສາຫາລືກ່ຽວກັບວິທີແກ້ໄຂວິກິດຜົນຜະລິດໝູຂອງຜູ້ປະກອບການ ແລະ ຟາມລ້ຽງໝູ.

ໃນວັນທີ 15 ພືດສະພາ 2026  ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະຂດ, ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບວິທີແກ້ໄຂວິກິດຜົນຜະລິດໝູຂອງຜູ້ປະກອບການ ແລະ ຟາມລ້ຽງໝູ ເປັນການຊຸຍູ້ຜົນຜະລິດພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ອໍລະວັນ ສາມາດມະນີວົງ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງ ສະຫວັນນະຂດ, ມີບັັນດາຕ່າງໜ້າຈາກຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງ, ຜູ້ຕ່າງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຜູ້ປະກອບການ, ກຸມສະຫະກອນ ແລະ ພະນັກງານຂະແໜງລ້ຽງສັດ ແລະ ການປະມົງເຂົ້າຮ່ວມ.

ໃນກອງປະຊຸມ, ຕ່າງໜ້າໃຫ້ຂະແໜງລ້ຽງສັດ ແລະ ການປະມົງຂື້ນລາຍງານຜົນການພະລິດໝູ ແລະ ສະພາບຄວາມຕ້ອງການການຊີ້ໝູເພື່ອຈຳໜ່າຍ ຊາບວ່າ: ໃນ3 ເດືອນ  ຕົ້ນປີ 2026 ສາມາດຜະລິດຊີ້ນ, ໄຂ່ ແລະ ປາ ໃດ້ທັງໝົດ 24,705.09 ໂຕນ ສະເລ່ຍໃສ່ຫົວຄົນໄດ້ 21,63 Kg ຄົນ\ 3ເດືອນ( ພົນລະເມືອງ1,141,769 ຄົນ)ຖ້າທຽບໃສອັດຕາການບໍລິໂພກ18,49 Kg\ຄົນ\3 ເດືອນ, ໃນນີ້ຈະມີຊີ້ນ ແລະ ປາ ເຫຼືອກິນ3,593.79 ໂຕນ, ຊີ້ນຄວາຍ 395.16 ໂຕນ, ຊີ້ນງົວ ເຫຼືອກິນ 491.17ໂຕນ, ຊີ້ນແບ້ ເຫຼືອກິນ 92.05 ໂຕນ ຊີ້ນໝູລາດ ເຫຼືອກິນ 144.62ໂຕນ, ຊີ້ນສັດປີກ ເຫຼືອກິນ 659.65 ໂຕນ ແລະ ປາ 740.79 ໂຕນ, ສ່ວນໄຂ່ແມ່ນບໍ່ພຽງພໍກັບຄວາມຕ້ອງການບໍລິ(-600.44)ໂຕນ, ມີຟາມໝູ ທັງໝົດ 37 ຟາມ, 381 ຄອບຄົວ ແລະ ສະຫະກອນໝູພັນດີ ຖີ່ນສອງຄອນ ເຊີ່ງມີຈຳນວນໝູຂຸນ ທັງໜົດ 26,531ໂຕ ເຊີ່ງຜົນຜະລິດ 2,111 ໂຕ ແຕ່ຄວາມຕ້ອງການບໍ່ລິໂພກພຽງແຕ່ 993 ໂຕ.

ຈາກນັ້ນ, ກອງປະຊຸມກໍ່ໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົດໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນຢ່າງກົງໄປກົງມາ ເເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ໃນໂອກາດນີ້, ທ່ານ ນາງ ອໍລະວັນ ສາມາດມະນີວົງ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະຂດ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ:

-        ເຫັນດິນຳການສະເໜີຂອງກຸ່ມຜະລິດ ແລະ ສະຫະກອນລ້ຽງໝູ ທີ່ມີເຈດຈຳນົງລວມໂຕກັນໃຫ້ມີຄວາມເຂັ້ມແຂງດ້ານການຜະລິດ ແລະ ການຈຳໜ່າຍ, ໂດຍສະເພາະແມ່ນຢາກແນໃສ່ແກ້ໄຂບັນຫາລາຄາໝູໜ້າຟາມຕົກຕໍ່າ. ສະນັ້ນ, ຈິ່ງຮຽກຮ້ອງມາຍັງຂະແໜງການກ່ຽວຂ້ອງຈົ່ງໄດ້ເອົາໃຈໃສ່ສືບຕໍ່ຊຸກຍູ້ ສ້າງຄວາມເຂັ້ມແຂງ ແລະ ອຳນວຍຄວາມສະດວກໃຫ້ແກ່ກຸ່ມຜະລິດ, ດຶງການມີສ່ວນຮ່ວມຂອງບັນດາແມ່ຂຽງ, ບັນດາພໍ່ຄ້າຄົນກາງ ເພື່ອມາເຈລະຈາ ແລະ ມີສ່ວນຮ່ວມເຂົ້າໃນຕ່ອງໂສ້ການຜະລິດ ການຈໍລະຈອນໝູ ແລະ ການຈຳໜ່າຍ ໂດຍເນັ້ນໃສ່ສົ່ງເສີມການບໍລິໂພກ ແລະ ການຈຳໜ່າຍໝູທີ່ຜະລິດພາຍໃນແຂວງ ໃຫ້ໄດ້ຮັບການແກ້ໄຂໂດຍໄວ.

-       ເຫັນດີໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ສົມທົບກັບ ຂະແໜງການຄ້າພາຍໃນ ຕ້ອງໄດ້ຮີບຮ້ອນປຶກສາຫາລືເປັນອັນລະອຽດອີກເທື່ອນື່ງ ກ່ຽວກັບໂຄງສ້າງລາຄາໝູ ແລະ ເຕົ້າໂຮມພໍ່ຄ້າຄົນກາງ ຫລື ຜູ້ເກັບຊື້ສັດສະໜອງໃຫ້ແມ່ຂຽງ ເພື່ອມາຂື້ນທະບຽນເກັບຊື້ ແລະ ເອກະພາບກ່ຽວກັບລະບຽບການຈາກພະແນກອຸດສາຫະກຳ ແລະ ການຄ້າຄັກແນ່.

-       ຂະແໜງລ້ຽງສັດ ແລະ ການປະມົງສົມທົບກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ-ນະຄອນ ກວດກາຄືນການແຕ່ງຕັ້ງວິຊາການສັດຕະວະແພດລົງໄປປະຈຳຢູ່ໂຮງສ້າສັດໃຫ້ສາມາດເຄື່ອນໄຫວຕິດຕາມກວດກາ ແລະ ຢັ້ງຢືນການນຳສັດເຂົ້າມາບໍລິການຢູ່ໂຮງຂ້າສັດຢ່າງປົກະຕິ ແລະ ເຂັ້ມງວດ ທັງການກວດສຸຂະພາບສັດ ແລະ ແຫລ່ງທີ່ມາຂອງສັດ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີຂອງວັນດຽວກັນ./

 

 

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.