ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ລົງຊຸກຍູ້ວຽກງານກະສິກຳ ແລະ ສີ່ງແວດລ້ອມ ແຂວງ ສະຫວັນນະເຂດ

 

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ລົງຊຸກຍູ້ວຽກງານກະສິກຳ ແລະ ສີ່ງແວດລ້ອມ ພ້ອມທັງວຽກງານພັດທະນາຊົນລະປະທານເພື່ອກະກຽມໃສ່ການຕ້ານແລ້ງ-ຕ້ານຖ້ວມ ແຂວງ ສະຫວັນນະເຂດ.

ໃນຕອນເຊົ້າເວລາ 9 ໂມງ 30 ນາທີ ຂອງວັນທີ 7 ພືດສະພາ 2026 ໃນໂອກາດເດີນທາງລົງເຄື່ອນໄຫວວຽກງານຊຸກຍູ້ວຽກງານກະສິກຳ ແລະ ສີ່ງແວດລ້ອມ ຢ່າງເປັນທາງການທີ່ແຂວງ ສະຫວັນນະເຂດ ຂອງທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ພ້ອມຄະນະ ທີ່ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ທ່ານ ລັດຖະມົນຕີກໍ່ໄດ້ໃຫ້ກຽດພົບປະໂອລົມພະນັກງານຫຼັກແຫຼ່ງຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ,  ມີບັນດາຄະນະພະແນກກະສິກໍາ ແລະ ປ່າໄມ້, ຄະນະກົມຊົນລະປະທານ, ຄະນະຂະແໜງເຂົ້າຮ່ວມ.

ໃນພິທີ, ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວໃນໄລຍະຜ່ານມາ.

ໂອກາດນີ້, ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມ ກໍ່ໄດ້ໃຫ້ກຽດກ່າວມີຄຳເຫັນໂອລົມໃນຫຼາຍບັນຫາສຳຄັນຕໍ່ຄະນະພັກ, ຄະນະພະແນກຕະຫຼອດເຖີງພະນັກງານຫຼັກແຫຼ່ງຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ເພີ່ນຍັງໄດ້ຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານກະສິກຳແລະ ສີ່ງແວດລ້ອມ ຈາກນັ້ນທ່ານ ສຸລິພອນ ພິມມະຈັກ ຫົວໜ້າຂະແໜງຊົນລະປະທານ ແລະ ທ່ານ ຄໍາພະຈັນ ວົງຊະນະ ຫົວໜ້າຊົນລະປະທານ ທັງສອງທ່ານນີ້ກໍ່ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານຜ່ານມາໂດຍຫຍໍ້

ຈາກນັ້ນ, ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ລັດຖະມົນຕີກະຊວງກະຊິກຳ ແລະ ສີ່ງແວດລ້ອມກໍ່ໄດ້ໂອລົມມີບາງຕອນເພີ່ນໄດ້ກ່າວວ່າ:

1. ບັນຫາການກະກຽມຕ້ານແລ້ງຕ້ານຖ້ວມ.

2. ໃຫ້ຈັດຟາມເປັນກຸ່ມເພື່ອສະດວກໃນການຈໍານ່າຍສິນຄ້າຜົນຜະລິດຂອງແຕ່ລະກຸ່ມຟາມ(ຫຼຸດຜ່ອນການນຳເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້).

3. ສ້າງຄວາມເຂັ້ມແຂງໃຫ້ວິຊາການ.

4. ໃຫ້ກົມຊົນລະປະທານຮ່ວມກັບພະແນກຊີ້ເອົາໃຈໃສ່ນຳນຳພາທາງດ້ານວິຊາການຢ່າງໄກ້ສິດ.

5. . ເພີ້ມທະວີເປັນເຈົ້າການການອອກໃບຕາດິໃຫ້ປະຊາຊົນໃຫ້ສຳເລັດທີ່ນອນໃນສາມປະເພດປ່າ.

6. ໃຫ້ການນຳລົງຊຸກຍູ້ໄກ້ສິດຕິດຕາມຊີ້ນໍາໆພາ ແລະ ສ້າງສີ່ງອໍານວຍຄວາມສະດວກໃຫ້ປະຊາຊົນຊາວກະສິກອນຜູ້ຜະລິດເພື່ອໃຫ້ເຂົ້າເຖີງແຫຼ່ງທືນໃນການຜະລິດສິນຄ້າ.

ຈາກນັ້ນ,  ທ່ານ ຮອງລັດທະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ພ້ອມຄະນະ ກໍ່ໄດ້ລົງຕິດຕາມຄງການຊົນລະປະທານຫ້ວຍທ່າຮາວເມືອງ ອຸທຸມພອນ

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.