ພິທີປາຖະກາຖາວັນທີ 8 ມີນາ ວັນແມ່ຍີງສາກົນ ຄົບຮອບ116 ປີ
ໃນຕອນເຊົ້າເວລາ
8:00 ນາທີ ຂອງວັນທີ 4 ມີນາ 2026
ທີ່ຫ້ອງປະຊຸມ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຮາກຖານສະຫະພັນແມ່ຍີງພະແນກກະສິກຳ ແລະ
ສີ່ງແວດລ້ອມແຂວງ ໄດ້ຈັດພິທີປາຖະກາຖາວັນທີ 8 ເມສາ ວັນແມ່ຍີງສາກົນ ຄົບຮອບ116 ປີ, ພາຍໃຕ້ຄຳຂວັນ: ສິດທິ, ຄວາມຍຸດຕິທຳ, ການລົງມືປະຕິບັດເພື່ອແມ່ຍີງ ແລະ ເດັກຍີງທຸກຄົນ, ໂດຍພາຍໃຕ້ເປັນປະທານ ຂອງ ສະຫາຍ ນາງ
ມະໄລທອງ ທຳມະຕິກາ ກຳມະການພັກແຂວງ ປະທານສະຫະພັນແມ່ຍີງແຂວງ ,ມີປະທານ-ຮອງປະທານພ້ອມດ້ວຍສະມາຊິກສະຫະພັນແມ່ຍີງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໜົດ 235 ສະຫາຍ ຍີງ225 ສະຫາຍ
ໃນພິທີ, ສະຫາຍ ນາງ ມະໄລທອງ ທຳມະຕິກາ ຂື້ນເລົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍີງສາກົນ
ທີ 8 ເມສາ ຄົບຮອບ116 ປີ (08 ມີນາ 1910-8 ມີນາ2006)
ຫຼັງຈາກນັ້ນ, ສະຫາຍ ນາງ ຈັນທະລາ ຈັນສີນາ ຕ່າງໜ້າໜ່ວບແມ່ຍີງຂະແໜງສີ່ງແວດລ້ອມ ຂື້ນຜ່ານ: ການປົກປັກຮັກສາສີ່ງແວດລ້ອມ(PM2,5)
ສະຫາຍ ນາງ ດາມອນ ຫຼວງວິໄລ ຕ່າງໜ້າໃຫ້ໜ່ວຍແມ່ຍີງຂະແໜງຄຸ່ມຄອງທີ່ດິນຂື້ນຜ່ານ: ຂັ້ນຕອນການຂື້ນທະບຽນໃບຕາດິນ ແລະ ຜົນປະໂຫຍດຂອງໃບຕາດິນ
ສະຫາຍ ນາງ ຄຳມາ ນາມມົນຕີ ຕ່າງໜ້າໃຫ້ໜ່ວບແມ່ຍີງຂະແໜງລ້ຽງສັດ ແລະ ການປະມົງ ໄດ້ຂື້ນຜ່ານ: ເຕັກນິກການຜະລິດອາການສັດແບບປະຢັດຕົ້ນທືນໃນການສົ່ງເສີມການລ້ຽງສັດ ແລະ ການປະມົງ
ສະຫາຍ ນາງ ມາຍຸລີ ຫົງສາທິລາດ ຮອງຫົວໜ້າຂະແໜງສົ່ງເສີມ ແລະ ສະຫະກອນ ໄດ້ຂື້ນຜ່ານ: ສົ່ງເສີມການຜະລິດເປັນສິນຄ້າແບບມີສັນຍາຕິດພັນກັບການສ້າງຕັ້ງກຸ່ມ ແລະ ສະຫາກອນ.
ສະຫາຍ ນາງ ຫວາງໃຈ ວໍລະຈັກ ຕ່າງໜ້າໃຫ້ໜ່ວບແມ່ຍີງຂະແໜງລ້ຽງສັດ ຂື້ນຜ່ານ: ການຜະລິດກະສິກຳຕາມມາດຕາຖານກະສິກຳອິນຊີ, ກະສິກຳທີ່ດິນ.
ສະຫາຍ ນາງ ອະນຸສອນ ສຸກຣານີ ຕ່າງໜ້າໃຫ້ໜ່ວຍແມ່ຍີງຂະແໜງຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ
ຕໍ່ມາ ສະຫາຍ ນາງ ມະລິລຳພອນ ຖັນທະເທບ ປະທານສະຫາພັນແມ່ຍີງຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມ, ຫົວໜ້າຂະແໜງສົ່ງເສີມ ແລະ ສະຫະກອນ ໄດ້ຂື້ນຜ່ານສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ ແມ່ບີງ 3 ດີ
ສະຫາຍ ນາງ ອໍລະວັນ ສາມາດມະນີວົງ ຄະນະພັກຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງສະບັບເລກທີ 142\ສຍຂ, ລົງວັນທີ 18 ກຸມພາ 2026 ວ່າດ້ວຍ ການແຕ່ງຕັ້ງຄະນະປະທານ ສະຫະພັນແມ່ຍີງຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມ.
ໃນຕອນທ້າຍນີ້ໄດ້ມີການມອບໃບຍ້ອງຍໍ ເຊີ່ງໃຫ້ກຽດມອບໃບຍ້ອງຍໍສະຫາຍ ນາງ ມະໄລທອງ ທຳມະຕິກາ ກຳມະການພັກແຂວງ, ປະທານສະຫະພັນແ່ບີງແຂວງໃຫ້ສຳມະຊິກສະພັນແ່ຍີງຜູ້ທີ່ມີຜົນງານດີເດັ່ນທັງໜົດ 225 ສະຫາຍ,ພິທີໄດ້ປິດລົງຢ່າງເປັນທາງການໃນເວລາ
11:45 ນາທີຂອງວັນດຽວກັນ.\
-
ไม่มีความคิดเห็น: