ກົມແຜນການ ແລະ ການເງິນ ລົງເຄື່ອນໄຫວວຽກຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

  

                    ກົມແຜນການ ແລະ ການເງິນລົງເຄື່ອນໄຫວວຽກງານຢູ່ທ້ອງຖີ່ນໃນລະຫວ່າງວັນທີ 19 -21/ 2025

    ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 19 ກຸມພາ 2025 ທີ່ຫ້ອງປະຊຸມ ພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມການລົງຊຸກຍູ້ ແລະ ຕິດຕາມແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX   ( 2021- 2025 ) ແລະ ທິດທາງແຜນການ 5 ປີ ຄັ້ງທີ X ( 2026-2030) ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ນ. ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ແລະ ທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ,  ຫົວໜ້າພະແນກ ຊສ ແຂວງ ,  ມີບັນດາຄະນະພະແນກ ພຊສ, ຄະນະຂະແໜງ, ພະນັກງານພະແນກ ແລະ ທິມງານກົມແຜນການ ແລະ ການເງິນ ມີຜູ້ເຂົ້າຮ່ວມທັງໜົດ 44 ທ່ານ ຍີງ 13 ທ່ານ.

    ໃນກອງປະຊຸມທ່ານ ນ. ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ໄດ້ກ່າວເປີດກອງປະຊຸມ ແລະ ມີຄຳເຫັນການລົງຊຸກຍູ້ ແລະ ຕິດຕາມແຜນພັດທະນາເສດຖະກິດສັງຄົມ 5ປີ ຄັ້ງທີ IX ( 2021- 2025 ) ແລະ ທິດທາງແຜນການ 5 ປີ ຄັ້ງທີ X ( 2026-2030) ຢ່າງກົງໄປກົງມາ ແລະ ທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ,  ຫົວໜ້າພະແນກແຜນການ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມ.

ໃນກອງປະຊຸມດັ່ງກ່າວທ່ານ ຄຳພວງ ຄຳມູນຕີ ຫົວໜ້າພະແນກແຜນການ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ IX ( 2021- 2025 ) ແລະ ທິດທາງແຜນການ 5 ປີ ຄັ້ງທີ X  ( 2026-2030) ແລະ ແນະນໍາແບບຟອມໃນການສະຫຼຸບ ແລະ ການສ້າງແຜນ5 ປີ.

 ຈາກນັ້ນ,ທ່ານ ຫວານເຢັນ  ນັນສູນທະວົງ ວ່າການ ຫົວໜ້າຂະ ແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ຕ່າງໜ້າໃຫ້ພະແນກ ຊສ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ທິດທາງແຜນການປີ 2025  ແລະ ທິດທາງແຜນການ 5 ປີ ( 2026-2030) ຂອງພຊສ, 

ຕໍ່ມາ, ທ່ານ ສິນມະໂນລັກ ສິນບັນດິດ ຮອງຫົວໜ້າພະແນກຮ່ວມມືສາກົນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ແລະ ສົນທິສັນຍາທີ່ຕິດພັນກັບຂະແໜງ ຊສ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ການຈັດຕັ້ງປະຕິບັດຍຸດທະສາດເຕີບໂຕສີຂຽວ ແລະ ເປົ້າໜາຍການພັດທະນາແບບຍືນຍົງທີ່ຕິດພັນຂະແໜງ ຊສ.

ຈາກນັ້ນ ທ່ານ ບົວລົມພອນ ຄຳສົງສາ ຫົວໜ້າພະແນກຄຸ້ມຄອງ ແລະ ປະເມີນໂຄງການ ໄດ້ຂື້ນຜ່ານສະຫຼຸບວຽກງານໂຄງການລົງທືນຂອງລັດ( ພາຍໃນ ແລະ ຕ່າງປະເທດ) 5 ປີ ( 2021-2025) ແລະ ຄາດຄະເນໂຄງການລົງທືນຂອງລັດຂອງລັດ 5 ປີ ( 2026-2030) ຂອງຂະແໜງຊສ ແລະ ນໍາສະເໜີແບບຟອມສະຫຼຸບບັນຊີໂຄງການ.

ຕໍ່ມາ ທ່ານ ນ. ອານຸສາ ບົວຜາແກ້ວ ຮອງຫົວໜ້າພະແນກບັນຊີ ໄດ້ຂື້ນຜ່ານສະຫຼູບວຽກງານບັນຊີ ຂອງຂະ   ແໜງ ຊສ ໃນ 5 ປີ ( 2021-2025) ແລະ ທິດທາງແຜນການ ( 2026-2030).

ຈາກນັ້ນ ທ່ານ ນ. ວິສິດສັນ ຈັນປະດິດ ຮອງຫົວໜ້າພະແນກງົບປະມານ ແລະ ລາຍຮັບວິຊາການ ໄດ້ຜ່ານການສ້າງແຜນງົບປະມານລາຍຮັບ-ລາຍຈ່າຍ ຂັ້ນຕອນການອະນຸມັດງົບປະມານການກວດກາຫຼັງຈ່າຍ ແລະ ວຽກລາຍຮັບວິຊາການພາຍໃນຂະແໜງ ຊສ.

             

ໃນກອງປະຊຸມດັ່ງກ່າວກໍ່ໄດ້ປະກອບຄຳຄິດຄຳເຫັນຈາກຄະນະພະແນກ, ຄະນະຄະແໜງຢ່າງກົງໄປກົງມາ

ຕໍ່ມາ ທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ,  ຫົວໜ້າພະແນກ ຊສ ແຂວງ ໄດ້ໂອລົມຕໍ່ກອງປະຊຸມໄດ້ເນັ້ນໃຫ້ເຫັນເຖີງການເຄື່ອນໄຫວວຽກງານຕ່າງໆຂອງພະແນກຕົນ,

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 4:35 ນາທີຂອງວັນທີ 21-ກຸມພາ 2025.


ຂຽນຂ່າວໂດຍ: ສັນທະນາ ນີລະໄຊ

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.