ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ໄດ້ເຜິຍແຜ່ເອກະສານວັນສຳຄັນຕ່າງໆ

 


    ລາຍງານຜົນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ- ສັງຄົມ ຂອງແຂວງ ປະຈໍາເດືອນມັງກອນ ປີ 2025  ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2025 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພ້ອມທັງເຜີຍແຜ່ເຊື່ອມຊືມວັນສຳຄັນຕ່າງໆ, ຂອງພັກ, ຂອງຊາດ ແລະ ສາກົນ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 14 ກຸມພາ 2025 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳ    ມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ - ສັງຄົມ ແຂວງ ປະຈໍາເດືອນມັງກອນ ປີ 2025  ແລະ ທິດທາງແຜນການປະ ຈຳເດືອນ ກຸມພາ 2025 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພ້ອມທັງເຜີຍແຜ່ເຊື່ອມຊືມວັນສຳຄັນຕ່າງໆ, ໂດຍການເປັນປະທານຂອງທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ,  ຫົວໜ້າພະແນກ ຊສ ແຂວງ ,  ມີບັນດາຄະນະພະແນກ ພຊສ, ຄະນະຂະແໜງ ແລະ ພະນັກງານ- ລັດຖະກອນອ້ອມຂ້າງພະແນກເຂົ້າຮ່ວມທັງໜົດ 67 ທ່ານ ຍີງ 38 ທ່ານ. 

ໃນກອງປະຊຸມທ່ານ ສີວິໄລພອນ ສີສຸວົງ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ຂື້ນລາຍງານຜົນການຈັດຕັ້ງປະຕິບັດວຽກ ງານຈຸດສຸມຂອງແຜນພັດທະນາເສດຖະກິດ- ສັງຄົມ ຂອງແຂວງ ປະຈໍາເດືອນມັງກອນ ປີ 2025  ແລະ ທິດທາງແຜນ ການປະຈຳເດືອນ ກຸມພາ 2025 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ໃນພິທີດັ່ງກ່າວທ່ານ ແສນສັກ ພິມວົງສາ  ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກ ຊສ ໄດ້ເຜີຍແຜ່ເຊື່ອມຊືມວັນສຳຄັນຕ່າງໆເປັນຕົ້ນວ່າ:

-             -  ເຜີຍແຜ່ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (  20/01/1949-20/01/2025)

-            -  ເຜີຍແຜ່ວັນຊາດສາທາລະນະລັດ ກູບາ ຄົບຮອບ 66 ປີ ( 01/02/1959-01/02/2025)

-            -  ເຜີຍແຜ່ວັນສ້າງຕັ້ງສະຫາພັນກຳມະບານລາວ ຄົບຮອບ 69ປີ ( 01/01/1956

-            -  ເຜີຍແຜ່ວັນສ້າງຕັ້ງພັກຄອມມູນິດ ສສ ຫວຽດນາມ ຄົບຮອບ 95 ປີ ( 03/02/01930-03/2/2025).

ຈາກນັ້ນ, ໃນພິທີດັ່ງກ່າວທ່ານ ຫວານເຢັນ  ນັນສູນທະວົງ  ວ່າການ ຫົວໜ້າຂະ ແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ກໍ່ໄດ້ຂື້ນກ່າວຜ່ານຂໍ້ຕົກລົງ: ວ່າດ້ວຍການຊັບຊ້ອນບຸກຄະລາກອນພາຍໃນ 05 ຂະ ແໜງການຂອງ ພຊສ ເພື່ອສ້າງຄວາມເຂັ້ມແຂວງທາງດ້ານບຸກຄະລາກອນຂອງຂະແໜງ ຊສ ແຂວງ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:35 ນາທີຂອງວັນດຽວກັນ, ດ້ວຍໜາກຜົນອັນຈົບ.


ຂຽນຂ່າວໂດຍ ສັນທະນາ ນີລະໄຊ







ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.