ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງໄດ້ເຜີຍແຜ່ເອກະສານວັນສຳຄັນຕ່າງໆ
ລາຍງານຜົນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ- ສັງຄົມ ຂອງແຂວງ
ປະຈໍາເດືອນ ກຸມພາ ປີ 2025 ແລະ
ທິດທາງແຜນການປະຈຳເດືອນ ເມສາ 2025 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພ້ອມທັງເຜີຍແຜ່ເຊື່ອມຊືມວັນສຳຄັນຕ່າງໆ,
ຂອງພັກ, ຂອງຊາດ ແລະ ສາກົນ.
ໃນຕອນເຊົ້າເວລາ 7 ໂມງ 30 ນາທີ ຂອງວັນທີ 4 ມີນາ 2025 ທີ່ຫ້ອງປະຊຸມ ພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ - ສັງຄົມ ແຂວງ ປະຈໍາເດືອນ ກຸມພາ ປີ 2025 ແລະ ທິດທາງແຜນການປະ ຈໍາເດືອນ ມີນາ 2025 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພ້ອມທັງເຜີຍແຜ່ເຊື່ອມຊືມວັນສຳຄັນຕ່າງໆ, ໂດຍການເປັນປະທານຂອງທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກ ຊສ ແຂວງ , ມີບັນດາຄະນະພະແນກ ພຊສ, ຄະນະຂະແໜງ ແລະ ພະນັກງານ- ລັດຖະກອນອ້ອມຂ້າງພະແນກເຂົ້າຮ່ວມທັງໜົດ 61 ທ່ານ ຍີງ 32 ທ່ານ.
- - ເຜີຍແຜ່ວັນຄຽດແຄ້ນຂອງປະຊາຊົນລາວຄົບຮອບ79 ປີ ( 21/03/1946-21/03/2025)
- - ເຜີຍແຜ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (
22/03/1955-22/03/2025)
- - ເຜີຍແຜ່ວັນສ້າງຕັ້ງສະຫາພັນແມ່ຍີງສາກົນ ຄົບຮອບ 115 ປີ (
08/03/01910-08/03/2025)
ຕໍ່ມາ, ທ່ານ ນ. ແວວຄຳ ເຄນນະວົງ ຮອງປະທານສະຫາພັນແມ່ຍີງຮາກຖານພະແນກ ຊສ ແຂວງ ໄດ້ຂື້ນຜ່ານເນື້ອໃນຂໍ້
ແຂ່ງຂັ້ນ 3ດີ ແລະ ພ້ອມທັງຈັບມືແຂ່ງຂັນ.
ຫຼັງຈາກນັ້ນ, ໃນພິທີດັ່ງກ່າວທ່ານ ພົນລະຄອນ ສຸລິວົງ ຮອງຫົວໜ້າຂະ ແໜງບໍລິຫານ,
ຈັດຕັ້ງ ແລະ ກວດກາ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດສະບັບເລກທີ
289/ຈຂ, ລົງວັນທີ 17 ກຸມພາ 2025: ວ່າດ້ວຍການແຕ່ງຕັ້ງພະນັກງານໃນບັນດາຂະແໜງການຂອງ
ພຊສ ແຂວງ ເພື່ອສ້າງຄວາມເຂັ້ມແຂວງທາງດ້ານບຸກຄະລາກອນຂອງຂະແໜງ ຊສ ແຂວງ.
ຈາກນັ້ນ, ທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ໂອລົມຕໍ່ກອງປະຊຸມດັ່ງກາວເຊີ່ງເພີນເນັ້ນໃຫ້ເຫັນເຖີງວຽກງານການອອກໃບຕາດິນວຽກງານສສີ່ງແວດລ້ອມ, ວຽກງານຕິດຕາມກວດກາວຽກງານຄຸນນະພາບນໍ້າ ແລະ ເຜີຍແຜ່ເອກະສານບັນດານິຕິກຳຕ່າງໆ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີຂອງວັນດຽວກັນ.
ຂຽນຂ່າວໂດຍ: ສັນທະນາ ນີລະໄຊ
ไม่มีความคิดเห็น: