ກອງປະຊຸມເລືອກຕັ້ງຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ X ແລະ ສະຫຼຸບການນໍາພາ-ຊີ້ນໍາໄລຍະຜ່ານມາຂອງຄະນະພັກຮາກຖານພະແນກຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມແຂວງ.
ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 14 ມັງກອນ 2025 ທີ່ຫ້ອງປະຊຸມ ພະແນກ ຊສ ຄະນະພັກຮາກຖານພະແນກ ຊສ ໄດ້ຈັດກອງປະຊຸມເພື່ອຄັດເລືອກເອົາຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ X ແລະ ສະຫຼຸບການນໍາພາ-ຊີ້ນໍາໄລຍະຜ່ານມາຂອງຄະນະພັກຮາກຖານພະແນກ ຊສ, ໂດຍໃຫ້ກຽດເປັນປະທານໃນກອງປະຊຸມຄັ້ງນີ້ແມ່ນສະຫາຍ ແສນສັກ ພິມວົງສາ ກຳມະການພັກແຂວງ ເລຂາຮາກຖານພະແນກ ຊສ , ມີບັນດາສະຫາຍໃນຄະນະພັກກວດກາ, ສະຫາຍໃນຄະນະພັກຈັດຕັ້ງແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານພ້ອມດ້ວຍສາມະຊິກພັກເຂົ້າຮ່ວມທັງໜົດ83 ສະຫາຍ ຍີງ 41 ສະຫາຍ.
ໃນພິທີ ສະຫາຍ ບູລິກາ ອິນທິລາດ ຮອງເລຂາຄະນະພັກຮາກຖານພະແນກ ຊສ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍອະນຸມັດໃຫ້ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານດໍາເນີນກອງປະຊຸມເລືອກຕັ້ງຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ X ແລະ ບົດສະຫຼຸບການນໍາພາ-ຊີ້ນໍາໃນໄລຍຜ່ານມາຂອງຄະນະພັກຮາກຖານພະແນກ ຊສ,
ຈາກນັ້ນຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມາດຖານເງື່ອນໄຂ, ຂໍ້ການສີ້ນສຸດການເປັນຜູ້ແທນສົມບູນ-ສໍາຮອງ, ໃນພິທີບັນດາສະມະຊິກພັກສົມບູນພາຍໃນຮາກຖານພະແນກ ຊສ ກໍ່ໄດ້ໄຊ້ສິດປະຊາທິປະໄຕຂອງຕົນກໍ່ໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູ-ສໍາຮອງເຂົ້າຮ່ວມກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ X ທີ່ຈະໄຂຂື້ນໃນໝໍ່ໆນີ້,
ຜົນການປ່ອນບັດເລືອກໃນຄັ້ງນີ້ໄດ້ເລືອກເອົາ ສະຫາຍ ສີວິໄລພອນ ສີສຸວົງ, ສະຫາຍ ວົງເດືອນ ອ່ອນແກ້ວ , ສະຫາຍ ປິດຕາໄຊຍະລາດ ແລະ ສະຫາຍ. ນ. ປານທິບລາຊຈັກ ເປັນຜູ້ແທນສົມບູນ ແລະ ສະຫາຍ ກາລິນໄທ ລຽບວິໄຊຍະວົງ ເປັນຜູ້ແທນສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ X ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີຂອງວັນດຽວກັນ.
ຂຽນຂ່າວໂດຍ: ສັນທະນາ ນີລະໄຊ
ไม่มีความคิดเห็น: