ໜ່ວຍພັກ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ

         ຕອນເຊົ້າ ຂອງວັນທີ 29 ພະຈິກ 2024 ໜ່ວຍພັກ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຢູ່ທີ່ຫ້ອງປະຊຸມ​ໃຫຍ່ ຊັ້ນ IV ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນເຂດ ​ໂດຍ​ການປະທານຂອງ ສະຫາຍ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີເລຂາໜ່ວຍພັກຄະນະພັກ, ສະມາຊິກພັກ​ສົມບູນ ພາຍໃນໜ່ວຍພັກ ຂສກ  ​ແລະ ຕາງໜ້າສະຫາຍຄະນະໜ່ວຍພັກອ້ອມຂ້າງ , ຕາມໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ;

ໃນພິທີດັ່ງກ່າວ ສະຫາຍ ແກ້ວອຸດອນ  ຄະນະໜ່ວຍພັກຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ມີ 01 ສະບັບຄື: ເລກທີ 2981/ຄປພຂ, ລົງວັນທີ 13 ພະຈິກ 2024ຈາກນັ້ນ ສະຫາຍ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລນາຄະນະພັກຮາກຖານ ໄດ້ເປັນກຽດກ່າວມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ແກ່ສະຫາຍສະມາຊິກພັກ ທີ່ໄດ້ຮັບອະນຸມັດເລື່ອນສະມາຊິກພັກສົມບູນ ເປັນສະມາຊິກພັກສົມບູນ.

ໃນຕອນທ້າຍ ຂອງພິທີ ສະຫາຍ ແສນສັກ ພິມວົງສາ  ເປັນກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ເລົ່າເຖີງມູນເຊື້ອ ແລະ ການເປັນມາຂອງພັກປະຊາຊົນປະຕິວັດລາວຜ່ານກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍຫຍໍ້ ໃນນັ້ນສະຫາຍໄດ້ເນັ້ນໜັກຕໍ່ໜ້າທີສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ  ຮຽກຮ້ອງມາຍັງ ຄະນະພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ – ແນວຄິດຍົກສູງຄວາມ ຮັບຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມສື່ສັດສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີ່ດີເດັ່ນ, ປອດໃສ ເຂັ້ມແຂງ ໜັກແໜ້ນ.  ຫຼັງຈາກນັ້ນ ສະຫາຍສະມາຊິກພັກ ທີ່ໄດ້ຮັບອະນຸມັດເລື່ອນສະມາຊິກພັກສົມບູນ ກໍ່ໄດ້ຂື້ນຮັບຄຳໂອ້ວາດ ຈາກຄະນະພັກ ຂັ້ນເທິງ;


ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.