ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ
ໃນວັນທີ 29 ພະຈິກ 2024 ຫ້າໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍອົງການຈັດຕັ້ງ ຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ກຳມະບານຮາກຖານ ພຊສ ໄດ້ພາກັນສ້າງຂະບວນການອອກແຮງງານອະນາໄມລວມ, ພ້ອມປະດັບປະດາດ້ວຍດອກໄຟແສງສີ, ປັກທຸງຊາດ, ທຸງພັກ, ທຸງທີວ ຢູ່ລຽບຕາມຮົ່ວແຄມຖະໜົນດ້ານໜ້າ-ດ້ານຫຼັງຂອງສຳນັກງານ ແລະ ສະຖານທີ່ສຳຄັນຕ່າງໆ ພາຍໃນອາຄານ ຂອງພະແນກການຕົນ, ພ້ອມທັງປະດັບປະດາ ທັງນີ້ກໍ່ເພື່ອເປັນການ ຄໍານັບຮັບຕ້ອນ ແລະ ຊົມເຊີຍ ວັນຊາດທີ 2 ທັນວາ ແຫ່ງ ສປປ ລາວ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ 2024) ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ 71 ສະຫາຍ, ຍິງ 30 ສະຫາຍ.














ไม่มีความคิดเห็น: